ສະພາຂອງອິສຣາແອລ ໄດ້ລົງຄະແນນສຽງໃນຕອນເຊົ້າ ຂອງວັນພະຫັດມື້ນີ້ ເພື່ອຍຸບຕົນເອງ ແລະໄດ້ກຳນົດການເລືອກຕັ້ງກ່ອນສະໄໝ ຄັ້ງທີສອງຢ່າງບໍ່ ເຄີຍມີມາກ່ອນພາຍຫລັງທີ່ທ່ານນາຍົກລັດຖະມົນຕີເບນຈາມິນ ເນຕັນຢາຮູ ບໍ່ ໄດ້ເອົາພັກຕ່າງໆມາເຂົ້າຮ່ວມເພື່ອຈັດຕັ້ງລັດຖະບານປະສົມຂຶ້ນ.
ພວກສະມາຊິກສະພາໄດ້ລົງຄະແນນສຽງ 74 ຕໍ່ 45 ສຽງ ເພື່ອຍຸບຕົວເອງລົງແລະກໍາ
ນົດການລົງຄະແນນສຽງຄັ້ງໃໝ່ຂຶ້ນ ໃນວັນທີ 17 ກັນຍາຈະມາເຖິງນີ້.
ທ່ານເນຕັນຢາຮູ ຮອດກຳນົດເສັ້ນຕາຍໃນວັນພຸດວານນີ້ ໃນການຈັດຕັ້ງລັດຖະບານໃໝ່ຂຶ້ນມາ ຫລັງຈາກໄດ້ຮັບໄຊຊະນະໃນການເລືອກຕັ້ງໃນວັນທີ 9 ເມສາຜ່ານມາແລ້ວ. ທ່ານມີຄວາມຫວັງວ່າ ຈະຈັດຕັ້ງລັດຖະບານປະສົມ ລະຫວ່າງພັກລີຄູດ (Likud) ທີ່ເປັນພັກອະນຸລັກນິຍົມຂອງທ່ານ ກັບພວກສະມາຊິກສະພາທີ່ນັບຖືສາດສະໜາອໍໂຕດອກຊ໌ ແບບດັ້ງເດີມຈັດ ແລະກຸ່ມອະນຸລັກນິຍົມອື່ນອີກ ທີ່ນຳພາໂດຍອະດີດລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານອາວິກດໍ ໄລເບີແມນ (Avigdor Lieberman).
ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມ
Your browser doesn’t support HTML5
Israel to Hold New Elections After Netanyahu Fails to Build Coalition
ແຕ່ວ່າການເຈລະຈາປະສົບກັບຄວາມຫລົ້ມແຫລວ ເມື່ອທ່ານເນຕັນຢາຮູ ແລະ ພວກນັບຖືສາດສະໜາອໍໂຕດອກຊ໌ແບບດັ້ງເດີມຈັດ ປະຕິເສດຕໍ່ຄຳຮຽກຮ້ອງ ຂອງທ່ານໄລເບີແມນ ທີ່ວ່າໃຫ້ຊາວຢີວຖືສາດສະໜາແບບດັ້ງເດີມຈັດຖືກເກນໄປເປັນທະຫານໃນກອງທັບອິສຣາແອລຄືກັນກັບຜູ້ຊາຍແລະແມ່ຍິງອິສຣາແອລຄົນອື່ນໆ.
ຊາວຢີວທີ່ນັບຖືສາດສະໜາອໍໂຕດອກຊ໌ແບບດັ້ງເດີມຈັດ ຖືວ່າການເກນໄປເປັນທະຫານ ເປັນເລື້ອງທີ່ຂັດກັບຄວາມເຊື່ອທາງສາດສະໜາຂອງພວກເຂົາເຈົ້າ, ທີ່ຢ້ານວ່າ ການຮັບໃຊ້ຢູ່ໃນກອງທັບຈະນຳໄປສູ່ການກາຍເປັນຄົນທີ່ບໍ່ໄດ້ບວດ ຫລື ຮັບໃຊ້ໃນສາດສະໜາເລີຍ. ແຕ່ວ່າ ການຖືກຍົກເວັ້ນບໍ່ໃຫ້ຖືກໄປຮັບໃຊ້ຢູ່ໃນກອງທັບເຊັ່ນນັ້ນ ແມ່ນໄດ້ຮັບການຄັດຄ້ານຈາກຊາວຢີວພວກອື່ນຂອງອິສຣາແອລ.
ທ່ານໄລເບີແມນ ກ່າວວ່າ "ທຸກສິ່ງທຸກຢ່າງແມ່ນຍັງຢູ່ໃນບ່ອນເກົ່າ ທີ່ມັນຢູ່ໃນເມື່ອກ່ອນ,” ໃນຂະນະທີ່ທ່ານເນຕັນຢາຮູກັບເວົ້າວ່າ ທ່ານມີຄວາມໝັ້ນໃຈວ່າ ພັກລີຄູດຂອງທ່ານຈະໄດ້ຮັບໄຊຊະນະອີກໃນເດືອນກັນຍານີ້.
ທ່ານເນຕັນຢາຮູກ່າວພາຍຫລັງການລົງຄະແນນສຽງໃນສະພາວ່າ "ພວກເຮົາຈະທຳການໂຄສະນາຫາສຽງເລືອກຕັ້ງທີ່ສະຫລາດ, ຈະແຈ້ງທີ່ຈະນຳເອົາໄຊຊະນະມາໃຫ້ພວກເຮົາ. ພວກເຮົາຈະຊະນະ, ແລະປະຊາຊົນຈະຊະນະ.”
ທ່ານອາວິກດໍ ໄລເບີແມນ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ແລະຜູ້ນຳພັກ Yisrael Beiteinu ກ່າວຄຳປາໄສຕໍ່ສະພາໃນນະຄອນ Jerusalem, ວັນທີ 29 ພຶດສະພາ, 2019
ສ່ວນຜູ້ນຳພັກຝ່າຍຄ້ານ, ທ່ານ ເບັນນີ ແກຣນທ໌ (Benny Gantz) ທີ່ເສຍໄຊໃຫ້ແກ່ທ່ານເນຕັນຢາຮູ ໃນເດືອນເມສາຜ່ານມານັ້ນ ແລະ ຜູ້ທີ່ອາດຈະໄດ້ຮັບໂອກາດໃຫ້ຈັດຕັ້ງລັດຖະບານຂຶ້ນ ຖ້າຫາກສະພາບໍ່ຖືກຍຸບນັ້ນ ໄດ້ກ່າວຫາທ່ານເນຕັນຢາຮູ ຢ່າງໂກດເຄືອງວ່າ ເປັນຫ່ວງຕໍ່ອະນາຄົດທາງການເມືອງຂອງຕົນເອງຫລາຍກວ່າ ແທນທີ່ຈະເປັນຫ່ວງວ່າອັນໃດຈະດີສຳລັບປະເທດຊາດ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ