ກອງທັບອິສຣາແອລກ່າວໃນວັນສຸກມື້ນີ້ວ່າ ຕົນໄດ້ທໍາການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບໃນເມືອງເຈນິນ (Jenin) ທີ່ຕັ້ງຢູ່ໃນພາກຕາເວັນຕົກຂອງແມ່ນໍ້າຈໍແດນ ຫຼືເຂດເວັສແບັງໃນວັນພະຫັດວານນີ້ ເຊິ່ງໄດ້ສັງຫານຜູ້ຕ້ອງສົງໄສຫົວຮຸນແຮງຄົນນຶ່ງຈາກກຸ່ມອິສລາມຈີຮາດ.
ຖະແຫຼງການຂອງກອງທັບກ່າວວ່າ ທ້າວຢາສເຊີ ຮານູນ (Yasser Hanoun) ກໍາລັງເດີນທາງໄປທໍາການໂຈມຕີ, ເຊິ່ງບໍ່ມີລາຍລະອຽດໃດໆເພີ້ມເຕີມ. ທະ ຫານກ່າວວ່າ ທ້າວ ຮານູນ ມີສ່ວນພົວພັນກັບການຍິງໂຈມຕີ ທີ່ຜ່ານມາໂດຍກຸ່ມອິສລາມຈີຮາດ.
ມີການພົບວ່າ ໃນບໍລິເວນພາກຕາເວັນຕົກຂອງແມ່ນໍ້າຈໍແດນ ຕົກຢູ່ໃນສະຖານະການຮຸນແຮງເພີ້ມຂຶ້ນ ນັບຕັ້ງແຕ່ການບຸກໂຈມຕີຂອງກຸ່ມຮາມາສ ໃນວັນທີ 7 ຕຸລາຜ່ານມາ.
Your browser doesn’t support HTML5
US Making Plan for Palestinian State After War Ends in Gaza
ອິສຣາແອລກ່າວວ່າ ກໍາລັງມີການດຳເນີນຄວາມພະຍາຍາມເທື່ອໃໝ່ ເພື່ອໃຫ້ບັນລຸຂໍ້ຕົກລົງຢຸດຍິງກັບກຸ່ມຮາມາສ ສໍາລັບຍຸຕິການສູ້ລົບຊົ່ວຄາວຢູ່ໃນຂົງເຂດກາຊາ ແລະຮັບປະກັນໃຫ້ມີການປ່ອຍໂຕປະກັນ 100 ຄົນ ທີ່ຍັງຖືກພວກຫົວຮຸນແຮງຄວບຄຸມໂຕຢູ່ນັ້ນ.
ຄວາມພະຍາຍາມເຫຼົ່ານັ້ນ ລວມເຖິງການສົ່ງບັນດາຜູ້ເຈລະຈາ ເຂົ້າໄປຫາລືເພື່ອການເຈລະຈາຢຸດຍິງຢູ່ນະຄອນຫຼວງປາຣີໃນວັນສຸກທີ່ຜ່ານມາ, ອີງຕາມລາຍງານຂອງອົງການຂ່າວອິສຣາແອລ. ຫົວໜ້າອົງການສືບລັບໂມຊາດ (Mossad) ຂອງອິສຣາແອລ ຈະເປັນຜູ້ນຳພາກຸ່ມດັ່ງກ່າວນີ້.
ໃນກ່ອນໜ້ານັ້ນ, ລັດຖະມົນຕີປ້ອງກັນປະເທດຂອງອິສຣາແອລ ທ່ານໂຢອາບ ກາລລັນ (Yoav Gallant) ກ່າວຕໍ່ນັກການທູດສະຫະລັດປະຈໍາພາກຕາເວັນອອກກາງ ທ່ານເບຣດທ໌ ແມັກເກີກ (Brett McGurk) ໃນວັນພະຫັດວານນີ້ວ່າ ລັດຖະບານ “ຈະຂະຫຍາຍອຳນາດທີ່ມອບໃຫ້ແກ່ບັນດານັກເຈລະຈາ ສໍາລັບໂຕປະກັນຂອງພວກເຮົາ.”
ເດັກຍິງຊາວປາແລັສໄຕນ໌ ກິນເຂົ້າຈີ່ປ່ຽງນຶ່ງ ໃນຂະນະທີ່ຄົນອື່ນໆກວດເບິ່ງຊາກຫັກເພ ໃນວັນທີ 22 ກຸມພາ 2024, ລຸນຫຼັງການໂຈມຕີທາງອາກາດຂອງອິສຣາແອລ ໃສ່ສູນລີ້ໄພໃນເມືອງຣາຟາ ທີ່ຕັ້ງຢູ່ທາງພາກໃຕ້ຂອງແຫຼມກາຊາ.
ຄຳເຫັນຂອງທ່ານມີຂຶ້ນລຸນຫຼັງ ທ່ານເບັນນີ ກັນສ໌ (Benny Gantz), ຜູ້ທີ່ປະຕິບັດໜ້າທີ່ເປັນຄະນະລັດຖະມົນຕີສົງຄາມຂອງອິສຣາແອລກັບທ່ານ ກາລລັນ ແລະ ນາຍົກລັດຖະມົນຕີ ທ່ານເບັນຈາມິນ ເນຕັນຢາຮູ ກ່າວໃນຕອນແລງວັນພຸດແລ້ວນີ້ວ່າ ກໍາລັງດໍາເນີນຄວາມພະຍາຍາມໃໝ່ເພື່ອໃຫ້ບັນລຸຂໍ້ຕົກລົງຢຸດຍິງ. ນີ້ແມ່ນການສະແດງໃຫ້ເຫັນເຖິງຄວາມພະຍາຍາມໃໝ່ຄັ້ງທຳອິດ ຂອງອິສ ຣາແອລ ນັບຕັ້ງແຕ່ການເຈລະຈາຢູ່ນະຄອນຫຼວງໄຄໂຣ ລະຫວ່າງເຈົ້າໜ້າທີ່ອິສຣາແອລ, ສະຫະລັດ, ອີຈິບ ແລະ ກາຕ້າ ໄດ້ຕົກຢູ່ສະພາບທີ່ບໍ່ໄປບໍ່ມາເມື່ອນຶ່ງອາທິດທີ່ຜ່ານມາ.