ອິສຣາແອລ ໄດ້ທຳການໂຈມຕີທາງອາກາດຄັ້ງໃໝ່ ໃສ່ແຫຼມກາຊາ ໃນວັນພຸດວານນີ້, ໃນຂະນະທີ່ກອງທັບອິສຣາແອລ ກ່າວວ່າ ຕົນມີຄຳສັ່ງໃຫ້ກຽມພ້ອມໃນລະດັບສູງຕໍ່ການໂຈມຕີຂອງກຸ່ມຫົວຮຸນແຮງເຮັສໂບລລາໃນເລບານອນ ລຸນຫຼັງການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ໄດ້ສັງຫານເຈົ້າໜ້າທີ່ອະວຸໂສຂອງກຸ່ມຮາມາສ ໃນນະຄອນຫຼວງເບຣຸດ.
ກຸ່ມຮາມາສ ແລະເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງຢູ່ໃນພາກພື້ນຖືວ່າ ການໂຈມຕີທີ່ສັງຫານ ທ່ານຊາເລ ອາລ-ອາຣູຣີ (Saleh al-Arouri) ເປັນເຮືອບິນບໍ່ມີຄົນຂັບຂອງອິສຣາແອລ, ເຖິງແມ່ນວ່າ ອິສຣາແອລ ບໍ່ໄດ້ໃຫ້ການຮັບຮູ້ໂດຍກົງວ່າຕົນເປັນຜູ້ຮັບຜິດຊອບກໍຕາມ.
ຫົວໜ້າອົງການສືບລັບໂມເສດ (Mossad) ຂອງອິສຣາແອລ ກ່າວໃນວັນພຸດວານນີ້ວ່າ ອົງການດັ່ງກ່າວຈະໄລ່ລ່າສະມາຊິກຂອງກຸ່ມຮາມາສທຸກໆຄົນ ທີ່ມີສ່ວນຮ່ວມໃນການໂຈມຕີອິສຣາແອລເມື່ອວັນທີ 7 ຕຸລາ ຜ່ານມາ, ບໍ່ວ່າພວກເຂົາຈະຢູ່ບ່ອນໃດກໍຕາມ.
ທ່ານເດວິດ ບານີ (David Barnea), ຫົວຫນ້າອົງການສືບລັບໂມເສດ, ໄດ້ທໍາການປຽບທຽບກັບຜົນມາຈາກການສັງຫານຫມູ່ໃນນະຄອນມິວນິຈເມື່ອປີ 1972, ໃນເວລາທີ່ອົງການໂມເສດ ໄດ້ຕິດຕາມ ແລະສັງຫານກຸ່ມຂອງພວກຫົວຮຸນແຮງປາແລັສໄຕນ໌ ທີ່ສັງຫານນັກກິລາຊາວອິສຣາແອລ 11 ຄົນ ໃນການແຂ່ງຂັນກິລາໂອລິມປິກ ຂອງປີນັ້ນ.
Your browser doesn’t support HTML5
Killing of Hamas Leader Further Heightens Middle East Tensions
ໃນການກ່າວ ຢູ່ທີ່ສົ່ງສະການຂອງອະດີດຫົວໜ້າອົງການໂມເສດ ທ່ານຊວີ ຊາເມຍ (Zvi Zamir), ເຊິ່ງເປັນຫົວໜ້າສາຍລັບຂອງອິສຣາແອລໃນການໂຈມຕີຢູ່ນະຄອນມິວນິຈຄັ້ງນັ້ນ, ທ່ານບານີກ່າວວ່າ ອິສຣາແອລຈະຕາມລ່າຫາໝົດທຸກຄົນທີ່ມີສ່ວນກ່ຽວຂ້ອງ "ໂດຍກົງ ຫຼືທາງອ້ອມ", ລວມທັງ "ຜູ້ທີ່ວາງແຜນ ແລະບັນດາໂຕແທນ" ທີ່ໄດ້ມີສ່ວນຮ່ວມກັບການໂຈມຕີປະມານສາມເດືອນຜ່ານມານີ້ ເຊິ່ງໄດ້ສັງຫານປະຊາຊົນເກືອບ 1,200 ຄົນ ໃນພາກໃຕ້ຂອງອິສຣາແອລແລະ ໄດ້ເຮັດໃຫ້ກຸ່ມຮາມາສ ຈັບຕົວປະກັນປະມານ 240 ຄົນ.
ທ່ານບານີ ກ່າວວ່າ "ຈະຕ້ອງໄດ້ໃຊ້ເວລາດົນ, ເນື່ອງຈາກມີການໄຊ້ເວລາດົນເຊັ່ນກັນລຸນຫຼັງເຫດການສັງຫານໝູ່ໃນນະຄອນມິວນິຈ, ແຕ່ພວກເຮົາຈະປະຕິ ບັດການກັບພວກເຂົາ ບໍ່ວ່າພວກເຂົາ ຊິຢູ່ບ່ອນໃດກໍ່ຕາມ."
ກຸ່ມເຮັສໂລລາ ຄືກັນກັບກຸ່ມຮາມາສ, ເຊິ່ງເປັນກຸ່ມຫົວຮຸນແຮງທີ່ໄດ້ຮັບການໜຸນຫຼັງຈາກອີຣ່ານ ໂດຍໄດ້ຮັບການຂະໜານນາມຈາກສະຫະລັດວ່າ ເປັນກຸ່ມກໍ່ການຮ້າຍ, ໄດ້ທໍາການຍິງລູກສອນໄຟຂ້າມບໍລິເວນຊາຍແດນ ທາງພາກເໜືອຂອງອິສຣາແອລ ນັບຕັ້ງແຕ່ສົງຄາມ ອິສຣາແອລ-ຮາມາສ ເກີດຂຶ້ນໃນເດືອນຕຸລາຜ່ານມາ.
ໃນຄຳປາໄສທາງໂທລະພາບ ໃນມື້ວັນພຸດວານນີ້, ຜູ້ນຳຂອງກຸ່ມເຮັສໂບລລາ ທ່ານຮັສຊານ ນາສຣາລລາ (Hassan Nasrallah) ໄດ້ທໍາການເຕືອນ ອິສຣາແອລ ຕໍ່ການໂຈມຕີໃສ່ເລບານອນ.