ອິສຣາແອລ ໄດ້ເພີ່ມທະວີການບຸກໂຈມຕີທາງພາກພື້ນດິນຂອງ
ຕົນຕໍ່ເຂດກາຊາທີ່ຖືກປິດລ້ອມ ບ່ອນທີ່ພວກປາແລສໄຕນ໌ຖືກ
ສັງຫານເພີ່ມຂຶ້ນໃນວັນອາທິດມື້ນີ້ ໃນຂະນະທີ່ປະຊາຊົນຫຼາຍ
ພັນຄົນພາກັນຫຼົບໜີຈາກເຂດຕ່າງໆ ທີ່ຖືກໂຈມຕີຢ່າງໜັກທີ່
ສຸດນັ້ນ.
ກອງທັບອິສຣາແອລ ກ່າວໃນວັນອາທິດມື້ນີ້ວ່າ ຕົນໄດ້ສົ່ງ
ທະຫານເພີ່ມອີກ ເຂົ້າໄປຍັງດິນແດນຂອງພວກປາແລສໄຕນ໌.
ບັນດາເຈົ້າໜ້າທີ່ສາທາລະນະສຸກຂອງປາແລສໄຕນ໌ ກ່າວວ່າ
ຈຳນວນຜູ້ເສຍຊີວິດໃນການບຸກໂຈມຕີຂອງອິສຣາແອລ ມາໄດ້ເກືອບ 2 ສັບປະດາ ໄດ້ເພີ່ມຂຶ້ນເປັນ 400 ຄົນແລ້ວ ສ່ວນຫຼາຍແມ່ນພວກພົນລະເຮືອນ ຊຶ່ງຢ່າງນ້ອຍ 40 ຄົນ
ໄດ້ເສຍຊີວິດໄປໃນວັນອາທິດມື້ນີ້. ແຕ່ຈຳນວນດັ່ງກ່າວ ຍັງບໍ່ທັນໄດ້ຮັບການຢືນຢັນເທື່ອ.
ອິສຣາແອລ ກ່າວວ່າ ພົນລະເຮືອນ 2 ຄົນແລະທະຫານ 5 ຄົນ ໄດ້ເສຍຊີວິດໄປ ນັບ
ແຕ່ຄວາມຮຸນແຮງໄດ້ເກີດຂຶ້ນໃນວັນທີ 8 ກໍລະກົດ ນີ້.
ໃນວັນອາທິດມື້ນີ້ ທັງສອງຝ່າຍ ໄດ້ຕົກລົງກັນ ຢຸດຍິງກັນເປັນເວລາ 2 ຊົ່ວໂມງ ເພື່ອ
ມະນຸດສະທຳ ໃນເຂດນຶ່ງທີ່ຖືກໂຈມຕີໜັກໃນເຂດກາຊານັ້ນ.
ການຢຸດຍິງດັ່ງກ່າວ ທີ່ຮ້ອງຂໍໄປໂດຍຄະນະກຳມະການສະພາກາແດງສາກົນ ຈະດຳເນີນ
ໄປ ໃນຄຸ້ມ Shijaiyah ຮອດເວລາ 12 ໂມງ 30 ຕາມເວລາສາກົນ ກໍຄື 7 ໂມງເຄິ່ງຕອນແລງ ຢູ່ປະເທດລາວ.
ອິສຣາແອລ ບຸກ ເຂດກາຊາ
ພວກປາແລສໄຕນ໌ກຸ່ມໃຫຍ່ໆຫຼາຍກຸ່ມ ໄດ້ພາກັນໜີຈາກພາກເໜືອຂອງເຂດກາຊາທີ່ຖືກໂຈມຕີໜັກໃນວັນອາທິດມື້ນີ້ ຫຼັງຈາກຖືກປືນໃຫຍ່ຂອງອິສຣາແອລລະດົມຍິງໃສ່ ຢ່າງໜັກ ໃນຄືນຜ່ານມານີ້.
ຄາດກັນວ່າ ທ່ານພັນກີມູນ ເລຂາທິການໃຫຍ່ສະຫະປະຊາຊາດ ຈະເດີນທາງໄປຍັງພາກຕາເວັນອອກກາງໃນວັນອາທິດມື້ນີ້ ເພື່ອຊອກຫາຊ່ອງທາງຍຸດຕິຄວາມຮຸນແຮງ ລະຫວ່າງອິສຣາແອລແລະປາແລສໄຕນ໌ນັ້ນ.
ສະຫະປະຊາຊາດ ກ່າວວ່າ ທ່ານພັນກີມູນ ຈະຢຸດແວ່ທຳອິດທີ່ Doha ແລະຫຼັງຈາກນັ້ນຈະເດີນທາງໄປຢ້ຽມຢາມ Kuwait City, Cairo, Jerusalem, Ramallah ແລະ Amman.
ບັນດາເຈົ້າໜ້າທີ່ກ່າວວ່າ ການເດີນທາງຂອງທ່ານພັນກີມູນ ເປັນພາກສ່ວນນຶ່ງຂອງຄວາມພະຍາຍາມຂອງທ່ານ ເພື່ອຊຸກຍູ້ໃຫ້ມີການຢຸດຍິງທີ່ໝັ້ນຄົງ ລະຫວ່າງອິສຣາແອລ ແລະພວກຫົວຮຸນແຮງ ຮາມັສ.
Your browser doesn’t support HTML5
Casualties Mount as Israel Presses Ground Campaign in Gaza
ອົງການຂ່າວ Reuters ລາຍງານວ່າ ທ່ານພັນກີມູນ ຈະພົບປະກັບປະທານາທິບໍດີ Mah
moud Abbas ແຫ່ງປາແລສໄຕນ໌ ໃນວັນອາທິດມື້ນີ້ ຢູ່ Qatar ບ່ອນທີ່ທ່ານ Abbas
ມີໝາຍກຳນົດທີ່ຈະພົບປະກັບທ່ານ Khaled Meshaal ຜູ້ນຳກຸ່ມຮາມັສ ເພື່ອໂອ້ລົມ
ສົນທະນາກັນເລື້ອງການຢຸດຍິງ ທີ່ອີຈິບສະເໜີຂຶ້ນນັ້ນ.
ອິສຣາແອລ ໄດ້ເປີດສາກທຳການບຸກໂຈມຕີທາງພາກພື້ນດິນ ເຂົ້າໄປໃນເຂດກາຊາທີ່ຢູ່ພາຍໃຕ້ການປົກຄອງຂອງກຸ່ມຮາມັສ ໃນແລງວັນພະຫັດແລ້ວນີ້ ຫຼັງຈາກການເຕືອນຊ້ຳແລ້ວຊ້ຳອີກ ແລະການໂຈມຕີທາງອາກາດ ບໍ່ໄດ້ເຮັດໃຫ້ກຸ່ມຮາມັສ ຢຸດເຊົາຍິງຈະຫຼວດມາໃສ່ຫົວ ເມືອງຕ່າງໆຂອງອິສຣາແອລ.
ກອງທັບອິສຣາແອລ ກ່າວວ່າ ຕົນໄດ້ໂຈມຕີເປົ້າໝາຍປະມານ 200 ແຫ່ງຂອງກຸ່ມຮາມັສ ນັບແຕ່ການປະຕິບັດງານເລີ້ມຂຶ້ນ. ການໂຈມຕີດັ່ງກ່າວແມ່ນຮວມທັງອຸໂມງຂອງພວກຫົວຮຸນແຮງຫຼາຍກວ່າ 20 ແຫ່ງ ທີ່ພວກເຂົາໃຊ້ເພື່ອລັກລອບຂົນອາວຸດແລະວັດຖຸລະເບີດຕ່າງໆເຂົ້າມານັ້ນ.
Your browser doesn’t support HTML5
israelpalestinians20july14