ມີການສະເໜີໃຫ້ ປາແລສໄຕນ໌ແລະອິສຣາແອລ ເຈລະຈາກັນໃໝ່

  • ໄພສານ ວໍຣະຈັກ

ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu ກ່າວຄຳປາໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ (23 ກັນຍາ 2011)

ກຸ່ມ Quartet ທີ່ຮັບຜິດຊອບກ່ຽວກັບພາກຕາເວັນອອກກາງ ໄດ້ຮຽກຮ້ອງໃຫ້ປາແລສໄຕນ໌
ແລະອິສຣາແອລເປີດການເຈລະຈາກັນຄືນໃໝ່ພາຍໃນເວລານຶ່ງເດືອນ ແລະບັນລຸການຕົກລົງ
ກັນພາຍໃນປີໜ້າ ຫຼັງຈາກປາແລສໄຕນ໌ໄດ້ຮ້ອງຂໍໃຫ້ອົງການສະຫະປະຊາຊາດຮັບຮູ້ປະເທດ
ຂອງຕົນ.

ກຸ່ມ Quartet ຊຶ່ງປະກອບດ້ວຍສະຫະລັດ ສະຫະພາບຢູໂຣບ ຣັດເຊຍແລະອົງການສະຫະ
ປະຊາຊາດນັ້ນໄດ້ຮຽກຮ້ອງໃຫ້ທັງສອງຝ່າຍທຳການສະເໜີໃນຂອບເຂດທີ່ກວ້າງຂວາງຮອບ
ດ້ານກ່ຽວກັບເລື່ອງດິນແດນແລະຄວາມໝັ້ນຄົງພາຍໃນໄລຍະເວລາ 3 ເດືອນເພື່ອບັນລຸການ
ແກ້ໄຂແບບມີ 2 ປະເທດ.

ການຊຸກຍູ້ຂອງກຸ່ມ Quartet ມີຂຶ້ນໃນມື້ວານນີ້ໃນຂະນະທີ່ປະທານາທິບໍດີປາແລສໄຕນ໌ທ່ານ
Mahmoud Abbas ຮ້ອງຂໍໃຫ້ອົງການສະຫະປະຊາຊາດຮັບຮູ້ປະເທດປາແລສໄຕນ໌ທັງໆທີ່ ໄດ້ຮັບການຄັດຄ້ານຈາກສະຫະລັດແລະອິສຣາແອລ.

ໃນການຖະແຫຼງຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດນັ້ນ ທ່ານ Abbas ເອີ້ນອິສ
ຣາແອລວ່າປະເທດຢຶດຄອງແລະເວົ້າວ່າການຄວບຄຸມດິນແດນປາແລສໄຕນ໌ຂອງອິສຣາແອລ
ນັ້ນ ເປັນນະໂຍບາຍຢຶດຄອງໂດຍການຕັ້ງຖິ່ນຖານອານານິຄົມ.

ອິສຣາແອລໄດ້ຄັດຄ້ານຕໍ່ການເຄື່ອນໄຫວຢາກເປັນປະເທດຂອງປາແລສໄຕນ໌ ໂດຍເວົ້າວ່າ ມັນບໍ່ໄດ້ສ້າງຄວາມກ້າວໜ້າໃດໆໃຫ້ແກ່ຂັ້ນຕອນການສ້າງສັນຕິພາບ.

ໃນການກ່າວຄຳປາໄສໃນເວລາຕໍ່ມານັ້ນ ນາຍົກລັດຖະມົນຕີອິສຣາແອລທ່ານ ເບັນຈະມິນ
ເນຕັນຢາຮູ ໄດ້ສະເໜີໃຫ້ເລີ່ມເປີດການເຈລະຈາສັນຕິພາບໃນທັນທີຢູ່ທີ່ອົງການສະຫະປະ
ຊາຊາດ ແລະໃຫ້ການຢືນຢັນອີກຄັ້ງນຶ່ງເຖິງທ່າທີຂອງອິສຣາແອລທີ່ວ່າ ສັນຕິພາບຈະບໍ່ໄດ້ ມາຈາກການລົງມະຕິຂອງສະຫະປະຊາຊາດ.

ກຸ່ມ Quartet ເວົ້າວ່າກອງປະຊຸມນາໆຊາດຈະຈັດຂຶ້ນທີ່ກຸງມົສກູເພື່ອທົບທວນເບິ່ງຄວາມ ກ້າວໜ້າແລະເພື່ອການປະຊຸມໃຫ້ເງິນຊ່ອຍເຫຼືອແກ່ອຳນາດການປົກຄອງປາແລສໄຕນ໌.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານພັນກີມູນກ່າວວ່າ ທ່ານຫວັງວ່າ
ທັງສອງຝ່າຍຈະຕອບຮັບແບບສ້າງສັນຕໍ່ຂໍ້ສະເໜີທີ່ວ່ານີ້.