ອິສຣາແອລ ກັກເງິນພາສີ ທີ່ເກັບໄວ້ ໃຫ້ປາແລສໄຕນ໌

ທະຫານອິສຣາແອລ ຄົນນຶ່ງ ທີ່ໄດ້ຮັບບາດເຈັບໃນການສູ້ລົບກັນ ຢູ່ເລາະຊາຍແດນ ກັບເຂດກາຊາ ຖືກສົ່ງໄປຍັງໂຮງໝໍ ໃນເມືອງ Beersheba, ວັນທີ 24 ທັນວາ 2014.

ເຈົ້າ​ໜ້າ​ທີ່​ອິສຣາ​ແອ​ລ ທ່ານ​ນຶ່ງ ກ່າວ​ວ່າ ອິສຣາ​ແອ​ລ ​ໄດ້​ຕັດ
ສິນ​ໃຈກັກ​ເງິນ ຈຳນວນ 125 ລ້ານ​ດອນ​ລາ ທີ່​ເປັນລາຍ​ຮັບ​
ພາສີ​ ​ທີ່​ຕົນ​ເກັບ​ໄວ້ໃຫ້ພວກ​ປາ​ແລ​ສ​ໄຕ​ນ໌ນັ້ນ ​ເພື່ອ​ເປັນ​ການ
​ຕອບ​ໂຕ້​ຕໍ່​ຄວາມ​ພະຍາ ຍາມ​ຕ່າງໆ​ຂອງ​ປາ​ແລສ​ໄຕ​ນ໌ ​ເພື່ອ
​ເຂົ້າ​ຮ່ວມ​ໃນ​ສານ​ອາຍາ​ສາກົນ​ນັ້ນ.

ພວກ​ປາ​ແລ​ສ​ໄຕ​ນ໌ ອາ​ໄສ​ລາຍ​ຮັບ​ປະຈຳ​ເດືອນດັ່ງກ່າວ ທີ່​
ອິສຣາ​ແອ​ລ ໂອນ​ມາໃຫ້​ນັ້ນ ເປັນ​ທຶນ​ໃຊ້​ຈ່າຍ​ໃນ​ການ​ດຳ​
ເນີນ​ວຽກ​ງານ​ຂອງລັດຖະບານ​ ​ແລະ​ເພື່ອ​ຈ່າຍ​ເງິນ​ເດືອນ​
ໃຫ້​ພວກ​ລັດຖະກອນ.

ທ່ານ Saeb Erakat ນັກ​ເຈລະຈາ​ຂັ້ນ​ອາວຸ​ໂສ​ປາ​ແລ​ສ​ໄຕ​ນ໌​ໄດ້​ປະນາມ​ການ​ເຄື່ອນ​ໄຫວ​ຂອງ​ອິສຣາ​ແອ​ລ ​ແລະ​ກ່າວ​ວ່າ ມັນຈະ​ບໍ່​ຍັບ​ຍັ້ງ​ພວກ​ປາ​ແລ​ສ​ໄຕ​ນ໌ ​ບໍ່​ໃຫ້​ດຳ​ເນີນຄວາມ
ພະຍາຍາມເພື່ອເຂົ້າຮ່ວມ​ໃນ​ສານ​ອາຍາ​ສາກົນນັ້ນ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ມີ​ຂຶ້ນນຶ່ງ​ມື້ ຫຼັງ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ປາແລ​ສ​ໄຕ​ນ໌ ຍື່ນ​ເອກະສານ​ໄປ​ຍັງ​ສະຫະ​ປະຊາ​ຊາດ​ເພື່ອຂໍເຂົ້າ​ຮ່ວມ​ໃນ​ສານ​ອາຍາ​ສາກົນ​ ຫຼື ICC ອັນ​ເປັນ​ການ​ເຄື່ອນ​ໄຫວທີ່​ຈະອຳນວຍໃຫ້ພວກ​ເຂົາ​ເຈົ້າ​ສາມາດ​ຟ້ອງ​ຮ້ອງ​ອິສຣາ​ແອ​ລ​ໄດ້ ​ໃນຂໍ້​ຫາ​ກໍ່
ອາ​ຊະ​ຍາກຳສົງຄາມ​ ​ນັ້ນ.

ກ່ອນ​ໜ້າ​ນີ້ ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາ​ແອ​ລ ​ໄດ້ຂົ່ມຂູ່​
ທີ່​ຈະ​ທຳ​ການ​ແກ້​ແຄ້ນ​ ​ແຕ່ບໍ່​ໄດ້​ລະບຸ​ອອກ​ມາ​ຢ່າງ​ເຈາະ​ຈົງ.

Your browser doesn’t support HTML5

israelpalestiniansicc4january15