ຄະນະເຈລະຈາ ຂອງອິສຣາແອລ ແລະປາແລສໄຕນ໌ ກຳລັງ
ປະຊຸມກັນອີກຄັ້ງນຶ່ງ ໃນວັນພຸດມື້ນີ້ ຢູ່ ນະຄອນຫລວງ Cairo
ໃນການພະຍາຍາມຄັ້ງສຸດທ້າຍ ເພື່ອຊອກຫາຊ່ອງທາງແກ້ໄຂ
ວິກິດການ ກ່ອນການຢຸດຍິງ ເປັນເວລາ 72 ຊົ່ວໂມງ ຈະໝົດ
ອາຍຸລົງນັ້ນ.
ການຢຸດສູ້ລົບກັນ ແມ່ນມີກຳນົດທີ່ຈະສິ້ນສຸດລົງໃນຕອນແລງ
ຂອງວັນພຸດມື້ນີ້ ຊຶ່ງຂົ່ມຂູ່ວ່າ ຈະສືບຕໍ່ບັນຫາຂັດແຍ້ງ ທີ່ໄດ້ສັງ
ຫານຜູ້ຄົນໄປ ເກືອບ 2,000 ຄົນແລ້ວ ຊຶ່ງສ່ວນຫຼາຍແມ່ນຊາວ
ປາແລສໄຕນ໌ ນັບຕັ້ງແຕ່ Israel ໄດ້ເລີ້ມປະຕິບັດການທາງ
ທະຫານ ເພື່ອຢຸດການຍິງຈະຫລວດ ຈາກເຂດກາຊາ ຂອງພວກ
ຫົວຮຸນແຮງເມື່ອວັນທີ 8 ກໍລະກົດຜ່ານມາ.
ການຢຸດຍິງ ຢູ່ກາຊາ
ກຸ່ມຫົວຮຸນແຮງຮາມັສ ຊຶ່ງເປັນຜູ້ຄວບຄຸມເຂດກາຊາ ແມ່ນຮຽກຮ້ອງ ໃຫ້ອິສຣາແອລ
ຍົກເລີກການປິດລ້ອມຂອງຕົນ ຕໍ່ເຂດດິນແດນທີ່ທຸກຍາກຕາມແຄມຝັ່ງທະເລ
Mediterranean. ສ່ວນອິສຣາແອລຢາກໃຫ້ ພວກຮາມັສ ປົດອາວຸດຢ່າງສິ້ນເຊີງ.
ການຢຸດຍິງເປັນເວລາ 3 ມື້ ທີ່ຄ້າຍຄືກັນນີ້ ຊຶ່ງອີຈິບໄດ້ໄກ່ເກ່ຍ ໝົດອາຍຸລົງໃນອາທິດ
ແລ້ວ ໂດຍບໍ່ມີການຕົກລົງກັນໄດ້ ແລະ ຄວາມເປັນປໍລະປັກກັນລະຫວ່າງທັງສອງຝ່າຍ
ໄດ້ເລີ້ມຄືນໃໝ່ ດ້ວຍການຍິງຈະຫລວດຫຼາຍລູກຈາກເຂດກາຊາ ແລະ ກອງກຳລັງ
ອິສຣາແອລ ກໍຕອບໂຕ້ດ້ວຍການໂຈມຕີທາງອາກາດ.
Your browser doesn’t support HTML5
Israelis Near Gaza Wary of Rockets, Future