ອິສຣາແອລ ລະລຶກເຖິງ ວັນຂ້າລ້າງຜານ ເຊື້ອຊາດເຜົ່າພັນ ຊາວຢີວ ຫຼື Holocaust

ເຈົ້າໜ້າທີ່ແມ່ຍິງ ອິສຣາແອລ ຄົນນຶ່ງ ເບິ່ງຕົວແບບຂອງຂຸມລີ້ໄພ ຂອງອົງການຕໍ່ສູ້ຂອງຊາວຢີວ ຫຼື ZOB ທີ່ເມືອງ Mila, ອິສຣາແອລ

ອິສຣາ​ແອ​ລ ​ໄດ້​ຕົກ​ຢູ່​ໃນ​ສະພາບ​ຢຸດ​ສະ​ງັກລົງ​ລະຍະ​ນຶ່ງ​
ໃນ​ເຊົ້າ​ວັນ​ຈັນມື້​ນີ້ ​ໃນ​ຂະນະ​ທີ່​ປະ​ເທດ​ໃຊ້​ເວລາ​ລະ​ລຶກ​
ເຖິງ​ດວງ​ວິນ​ຍານ​ຂອງ​ພວກ​ຊາວ​ຢີວ 6 ລ້ານ​ຄົນ​ທີ່​ໄດ້​
ເສຍ​ຊີວິດ​ໄປ​ໃນ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນຢ່າງ​ຂະ
ໜານ​ໃຫຍ່ ຫຼື Holocaust ​ໃນປາງ​ສົງຄາມ​ໂລກ​ຄັ້ງ​ທີ​
ສອງ​ນັ້ນ.

ສຽງ​ສັນຍານ sirens ​ໄດ້​ດັງ​ຂຶ້ນກ້ອງ​ກັງວານ​ຂຶ້ນເປັນ​ເວລາ
2 ນາທີ​ໃນ​ທົ່ວ​ປະ​ເທດ ການ​ສັນຈອນ​ໄປມາ ​ແລະ​ພວກ​
ຍ່າງ​ຕາມ​ຖະໜົນ​ໄດ້​ຢຸດ​ລົງ. ປະຊາຊົນຫຼາຍ​ຄົນ​ໄດ້​ພາກັນ​
ຢຸດ​ລົດ​ແລະ​ຍ່າງ​ອອກ​ຈາກ​ລົດ​ຂອງ​ພວກ​ເຂົາ​ເຈົ້າ ​ແລ້ວ​
ພາກັນ​ຢືນໄວ້ອາ​ໄລ​ຢ່າງ​ງຽບ​ສະຫງົບ. ພວກ​ຄົນ​ຍ່າງ​ຕາມ​ຖະໜົນ​ພາກັນ​ຢຸດ​ຍ່າງ ​ແລະ​ຢືນ​ນິ້ງທຳ​ການໄວ້ອາ​ໄລ.

ວັນ​ລະ​ລຶກ​ເຖິງ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ​ຫຼື holocaust ຊາວ​ອິສຣາ​ແອ​ລ​ ​ເປັນ​
ນຶ່ງ​ໃນ​ວັນ​ທີ່​ເຄັ່ງຂຶມ​ທີ່​ສຸດ​ທາງ​ສາສະໜາ​ໃນ​ປະຕິທິນ​ຂອງ​ອິສຣາ​ແອ​ລ.

ການ​ທຳ​ພິທີ​ລະ​ລຶກຕ່າງໆ ມີ​ຂຶ້ນ​ໃນ​ທົ່ວ​ປະ​ເທດ.

ຊື່​ຂອງ​ພວກ​ບຸກຄົນ​ທີ່​ໄດ້​ເສຍ​ຊີວິດ​ໄປ​ໃນ​ການ​ຂ້າ​ລ້າງຜານ​ເຊື້ອ​ຊາດ​ເຜົ່າ​ພັນ​ຢ່າງ​ຂະໜານ​ໃຫຍ່ ຈະ​ມີ​ການອ່ານ​ຂຶ້ນ​ຢູ່ໃນ​ລັດຖະສະພາ​ຂອງ​ອິສຣາ​ແອ​ລ.