ມີຄວາມຢ້ານກົວວ່າ ການເປັນປໍລະປັກກັນລະຫວ່າງ ອິສຣາແອລ ແລະ ກຸ່ມເຮັສໂບລາ ຈະເຮັດໃຫ້ສົງຄາມ ກາຊາ ບານປາຍ

ທຸງຊາດ ອິສຣາແອລ ຫ້ອຍຢູ່ລະບຽບຂອງຕຶກໃນເມືອງ ເຄີຢັດ ສໂມນາ, ໃກ້ກັບເຂດຊາຍແດນຕິດກັບ ເລບານອນ, ທາງພາກເໜືອຂອງ ອິສຣາແອລ, 19 ມິຖຸນາ 2024

ອິ​ສ​ຣາ​ແອ​ລ ແລະ ກຸ່ມ ເຮັ​ສບອ​ລ​ລາ ໄດ້​ຍິງ​ປືນ​ໃສ່​ກັນ​ຂ້າມ​ເຂດ​ຊາຍ​ແດນ​ຄັ້ງ​ໃໝ່, ໃນ​ຂະ​ນະ​ທີ່​ຄວາມ​ຢ້ານ​ກົວ​ກ່ຽວ​ກັບ​ຄວາມ​ຂັດ​ແຍ້ງ​ໃນ​ພາກ​ພື້ນ​ຈະ​ຂະຫຍາຍ​ໂຕ​ຂຶ້ນ ຫຼັງ​ຈາກ ອິ​ສ​ຣາ​ແອ​ລ ໄດ້​ເປີດ​ເຜີຍ​ແຜນ​ການ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ສຳ​ລັບ​ການ​ໂຈມ​ຕີ ເລ​ບາ​ນອນ ແລະ ພວ​ກ​ຫົວ​ຮຸນ​ແຮງ​ທີ່​ໄດ້​ຮັບ​ການ​ໜູ​ນຫຼັງ​ໂດຍ ອີ​ຣ່ານ ໄດ້​ລະ​ດົມ​ຍິງ​ຈະຫຼວດ​ໃສ່​ສັດ​ຕູ​ຂອງ​ພວກ​ເຂົາ.

ກຸ່ມ​ເຮັ​ສບອ​ລ​ລາ ​ກ່າວ​ວ່າ ​ພວກ​ເຂົາ​ໄດ້​ຍິງ​ຈະຫຼວດຫຼາຍ​ສິບ​ລູກ​ເຂົ້າ​ໄປ​ບໍລິເວນ​ພາກ​ເໜືອ​ຂອງ ອິ​ສ​ຣາ​ແອ​ລ ໃນ​ວັນ​ພະ​ຫັດ​ວານນີ້ ​ສໍາລັບ​ການ​ແກ້​ແຄ້ນ​ກ່ຽ%ກັບ​ການ​ໂຈມ​ຕີ​ທາງ​ອາ​ກາດ​ທີ່​ຮ້າຍ​ແຮງ​ໃນ​ພາກ​ໃຕ້​ຂອງ​ເລ​ບາ​ນອນ ທີ່​ອິ​ສ​ຣາ​ແອ​ລ ​ກ່າວ​ວ່າ ​ສັງ​ຫາ​ນຶ່ງ​ໃນ​ຜູ້​ປະ​ຕິ​ບັດ​ການ​ຂອງ​ກຸ່ມ​ນັ້ນ. ກຸ່ມ​ເຮັ​ສບອ​ລ​ລາ ​ຍັງ​ອ້າງວ່າ ​ໄດ້​ທຳ​ການ​ໂຈມ​ຕີ​ອື່ນໆອີກຫຼາຍ​ຄັ້ງ​ໃສ່​ກອງ​ທະ​ຫານ ອິ​ສ​ຣາ​ແອ​ລ ແລະ ຕຳ​ແໜ່ງ​ຂອງ​ພວກ​ເຂົາ​ເຈົ້າ​ຕະຫຼອດ​ວັນ​ດັ່ງ​ກ່າວ.

ກອງ​ທັບ ອິ​ສ​ຣາ​ແອ​ລ ກ່າວ​ວ່າ ​ເຮືອ​ບິນ​ລົບ​ຂອງພວກ​ເຂົາ​ເຈົ້າ​ໄດ້​ໂຈມ​ຕີ​ສາງ​ເກັບ​ອາ​ວຸດ​ສອງ​ແຫ່ງ ແລະ ສະ​ຖານ​ທີ່​ອື່ນໆ​ຂອງ​ກຸ່ມ​ເຮັສບອລລາ, ແລະກ່າວວ່າ​ ພວກເຂົາ​ເຈົ້າ​ໄດ້​ຍິງ​ປືນ​ໃຫຍ່ “ເພື່ອ​ຂັບ​ໄລ່ຕໍ່​ໄພ​ຂົ່ມ​ຂູ່​ໃນຫຼາຍຂົງ​ເຂດ​ຢູ່ບໍລິເວນ​ພາກ​ໃຕ້​ຂອງ ເລ​ບາ​ນອນ.”

ບໍ່​ດົນ​ກ່ອ​ນ​ເວລາ​ທ່ຽງ​ຄືນ, ກອງ​ທັບ​ບົກກ່າວ​ວ່າ ພວກ​ເຂົາ​ເຈົ້າ “ໄດ້​ສະ​ກັດ​ກັ້ນ​ເປົ້າ​ໝາຍ​ຕ້ອງ​ສົງ​ໃສ​ທາງ​ອາ​ກາດ ​ທີ່​ຂ້າມ​ມາ​ຈາກ ເລ​ບາ​ນອນ ຢ່າງ​ປະ​ສົບ​ຄວາມ​ສຳ​ເລັດ.”

ໃນ​ຕອນ​ເຊົ້າ​ວັນ​ສຸກມື້ນີ້, ສື່ມວນ​ຊົນ ເລ​ບາ​ນອນ ໄດ້​ລາຍ​ງານ​ການ​ໂຈມ​ຕີ​ຄັ້ງ​ໃໝ່​ຂອງ ອິ​ສ​ຣາ​ແອ​ລ ໃນ​ພາກ​ໃຕ້​ຂອງ​ປະ​ເທດ.

ບັນ​ດາ​ຜູ້​ຊ່ຽວ​ຊານ​ແມ່ນບໍ່​ເຫັນ​ພ້ອມ​ກັນກ່ຽວ​ກັບໂອ​ກາດ​ຂອງ​ສົງ​ຄາມ​ທີ່ກວ້າງ​ຂວາງ​ກວ່າ​ເກົ່າ ໃນເກືອບ 9 ເດືອນ​ຂອງ​ການ​ຕໍ່​ສູ້​ເພື່ອ​ກຳ​ຈັດ​ກຸ່ມ ຮາ​ມາ​ສ ທີ່​ເປັນ​ພັນ​ທະ​ມິດ​ຂອງ​ກຸ່ມ​ເຮັ​ສບອ​ລ​ລາ, ເຊິ່ງ​ແມ່ນ​ກຸ່ມ​ຫົວ​ຮຸນ​ແຮງ ປາ​ແລັ​ສ​ໄຕ​ນ ຢູ່​ໃນ​ຂົງເຂດ​ກາ​ຊາ.

ກຸ່ມ​ເຮັ​ສບອ​ລ​ລາ ແລະ ກອງ​ກຳ​ລັງ ອິ​ສ​ຣາ​ແອ​ລ ໄດ້​ຍິງ​ປືນ​ໃສ່​ກັນ​ເກືອບ​ທຸກມື້​ນັບ​ຕັ້ງ​ແຕ່​ການ​ໂຈມ​ຕີ​ເມື່ອ​ວັນ​ທີ 7 ຕຸ​ລາ​ໂດຍ​ກຸ່ມ​ຮາ​ມາ​ສ ໃນ​ບໍລິເວນພາກ​ໃຕ້​ຂອງ ອິ​ສ​ຣາ​ແອ​ລ ຈົນ​ກໍ່​ໃຫ້​ເກີດ​ສົງ​ຄາມ ກ​າ​ຊາ, ແລະ ການ​ເຈ​ລະ​ຈາ​ທີ່ດຸເດືອດໄດ້​ຮຸນ​ແຮງ​ຂຶ້ນ​ພ້ອມ​ກັບ​ການ​ໂຈມ​ຕີ​ຕ່າງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ