ອົງການສະຫະປະຊາຊາດກ່າວວ່າ ວິກິດການຢູ່ໃນ​ເຂດກາຊາໜັກໜ່ວງຮຸນແຮງ ໃນຂະນະທີ່ປະເທດຜູ້ບໍລິຈາກ ຕັດການຊ່ວຍເຫຼືອ

  • ວີໂອເອ

ພາບດັ່ງກ່າວນີ້ ຖ່າຍຢູ່ເມືອງ ຣາຟາ, ພາກໃຕ້ຂອງແຫຼມກາຊາ, ສະແດງໃຫ້ເຫັນກຸ່ມຄັວນເພີ້ມລອຍກຸ້ມຂຶ້ນເໜືອຕຶກອາຄານ ໃນເມືອງຄານ ຢູນິສ ໃນລະຫວ່າງການຖິ້ມລະເບີດຂອງອິສຣາແອລ, ວັນທີ 1 ກຸມພາ 2024.

ອົງການ​ບັນເທົາທຸກສະຫະ​ປະຊາ​ຊາດສໍາລັບ​ຊາວປາ​ແລັ​ສ​ໄຕ​ນ໌ ກ່າວ​ເຕືອນ​ໃນ​ວັນ​ພະຫັດ​ວານ​ນີ້ ​ກ່ຽວ​ກັບ​ວິ​ກິດ​ການ​ດ້ານ​ມະນຸດສະທຳ​ທີ່ໜັກໜ່ວງຢູ່ໃນຂົງ​ເຂດ​ກາຊາ ຖ້າ 16 ປະ​ເທດ​ຜູ້​ໃຫ້​ທຶນ ຍັງຄົງ​ສືບ​ຕໍ່​ຢຸດ​ການ​ສະໜັບສະໜຸນ​ດ້ານ​ການ​ເງິນຊົ່ວຄາວ, ​ໃນ​ຂະນະ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ຮັບ​ຜິດ​ຊອບດ້ານການ​ສືບ​ສວນ​ກ່ຽວ​ກັບ​ບົດບາດຂອງ​ບັນດາພະນັກງານຊ່ວຍ​ເຫຼືອ ​ຫລາຍ​ສິບ ​ຄົນ​ຖືກ​ກ່າວ​ຫາວ່າ​ ເຂົ້າຮ່ວມ​ກຸ່ມຮາມາສດໍາເນີນການໂຈມຕີທີ່ສ້າງຄວາມຕົກໃຈເຂົ້າໄປທາງພາກໃຕ້ຂອງອິສຣາແອລ ​ໃນ​ວັນ​ທີ 7 ຕຸລາ​ ຜ່ານມາ.

ປະຊາຊົນຫລາຍສິບພັນຄົນ ຖືກບັງຄັບໃຫ້ຫຼົບໜີອອກຈາກເມືອງ​ຄານ ຢູ​ນິ​ສ ຢູ່ ໃນພາກໃຕ້ ໃນອາທິດແລ້ວນີ້ ເພື່ອຫຼົບໜີການຖິ້ມລະເບີດຂອງອິສຣາແອລໃສ່ເມືອງໃຫຍ່ທີສອງຂອງເຂດກາຊາ, ເຮັດໃຫ້ປະຊາຊົນທີ່ພາກັນພັດຖິ່ນ ໄປຊອກຫາບ່ອນລີ້ໄພໃນພາກພື້ນ ຣາຟາ ໃກ້ກັບຊາຍແດນອີຈິບ ເພີ້ມຂຶ້ນເປັນ 1.4 ລ້ານຄົນ, ອີງຕາມການກ່າວໃນຖະແຫຼງການ ຂອງອົງການຊ່ວຍບັນເທົາທຸກ ແລະວຽກງານສະຫະປະຊາຊາດ ຫຼື UNRWA.

Your browser doesn’t support HTML5

UN Relief Agency Says It Might Have to Shut Down Gaza Operations

ທ່ານໂທມັສ ໄວທ໌, ຜູ້ອຳນວຍການຝ່າຍກິດຈະການໃນຂົງເຂດກາຊາກ່າວວ່າ "ຣາຟາ ໄດ້ກາຍມາເປັນທະເລຂອງປະຊາຊົນທີ່ພາກັນຫຼັ່ງໄຫຼໜີຈາກການຖິ້ມລະເບີດ.” ອົງການ​ສະຫະ​ປະຊາ​ຊາດກ່າວ​ວ່າ ປະຊາຊົນສ່ວນຫຼາຍ​ທີ່​ຫລົບ​ໜີຈາກ ຄານ ຢູນິສ ​ແມ່ນ​ອາ​ໄສ​ຢູ່​ໃນ​ຕູບຊົ່ວຄາວ, ​ເຕັນ ຫຼື ​ຢູ່​ບໍລິເວນ​ກາງເດີ່ນ.

ບັນດາ 16 ປະເທດ ເຊິ່ງນຳໂດຍສະຫະລັດ, ໄດ້ຢຸດໃຫ້ການຊ່ວຍເຫລືອຈໍານວນ 440 ລ້ານໂດລາໃຫ້ແກ່ UNRWA ຊົ່ວຄາວ ລຸນຫຼັງມີຫຼັກຖານອອກມາວ່າພະນັກງານ 12 ຄົນໃນຈຳນວນ 3,000 ຄົນຂອງອົງການຢູ່ໃນເຂດກາຊາ ໄດ້ຊ່ວຍພວກຫົວຮຸນແຮງຮາມາສໃນການໂຈມຕີ ໂດຍສັງຫານປະຊາຊົນ ປະ ມານ 1,200 ຄົນ. ໃນນັ້ນພະນັກງານ 9 ຄົນຖືກ​ໄລ່​ອອກ​ໃນ​ທັນທີ, ສອງ​ຄົນ​ເສຍ​ຊີວິດແລ້ວ ​ແລະ​ສ່ວນອີກຜູ້ນຶ່ງ ແມ່ນຍັງ​ບໍ່​ທັນ​ໄດ້​ກໍານົດໂຕອອກມາເທື່ອ.

ອົງການ UNRWA ກ່າວວ່າ ການປະຕິບັດງານເພື່ອບັນເທົາທຸກຂອງຕົນຢູ່ໃນຂົງເຂດກາຊາ ແລະໃນທົ່ວຕາເວັນອອກກາງ ອາດຈະຍຸຕິລົງໃນທ້າຍເດືອນກຸມພາ ຖ້າການສະໜອງທຶນຫາກບໍ່ໄດ້ຮັບການຟື້ນຟູ, ເຖິງແມ່ນການຊ່ວຍເຫຼືອດັ່ງກ່າວສາມາດກັບມາປະຕິບັດງານຄືນໄດ້ ຖ້າການສືບສວນຂອງສະຫະປະຊາຊາດກ່ຽວກັບພະນັກງານຊ່ວຍເຫຼືອ 12 ຄົນ ສຳເລັດເປັນທີ່ພໍໃຈກໍຕາມ.

Your browser doesn’t support HTML5

Israel Calls to Disband UNRWA

ທ່ານ​ ໄວທ໌ ​ກ່າວ​ວ່າ ຄວາມ​ອຶດ​ຢາກກໍາລັງ​ພົ້ນອອກມາ ​ສໍາລັບ​ຊາວ​ປາ​ແລັ​ສ​ໄຕນ໌ ​ທີ່​ຍັງ​ຄົງອາໄສ​ຢູ່​ໃນ​ພາກ​ເໜືອ​ຂອງ​ເຂດກາຊາ ​ເຖິງ​ແມ່ນ​ວ່າ​ຍັງຄົງມີ​ການ​ໂຈມ​ຕີ​ທາງ​ອາກາດ​ ​ແລະພາກ​ພື້ນດິນຂອງອິສຣາແອລກໍຕາມ. ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກໃນ​ເຂດ​ກາ​ຊາກ່າວ​ວ່າ ມີ​ປະຊາຊົນເສຍຊີວິດໃນທົ່ວພາກພື້ນແລ້ວປະມານ 27,000 ຄົນ, ສ່ວນ​ໃຫຍ່​ແມ່ນບັນດາ​ແມ່​ຍິງ ແລະ​ເດັກ​ນ້ອຍ ໃນ​ລະ​ຫວ່າງ​ການ​ຕອບ​ໂຕ້​ຂອງ​ອິ​ສ​ຣາ​ແອລ ນັບ​ຕັ້ງ​ແຕ່​ການ​ໂຈມ​ຕີ​ຂອງກຸ່ມຮາມາສ ໃນ​ເດືອນ​ຕຸ​ລາທີ່ຜ່ານມາ.

ປະຊາຊົນຊາວປາແລັສໄຕນ໌ ພາກັນຂົນເຄື່ອງຂອງຈໍານວນນຶ່ງຂອງຕົນ ໃນລະຫວ່າງທີ່ພາກັນໜີອອກຈາກເມືອງຄານ ຢູນິສ ເພື່ອຫາບ່ອນຢູ່ທີ່ປອດໄພກວ່າ, ວັນທີ 26 ມັງກອນ 2024.

ອ່ານຂ່າວນີ້ເປັນພາສາອັງກິດ