ການຢຸດຍິງ ລະຫວ່າງ ອິສຣາ​ແອ​ລ ​ແລະກຸ່ມຮາ​ມັສ ​ຍັງບໍ່ມີ ການລະເມີດ ຫຼັງຈາກຕໍ່ເວລາ ອີກ 5 ​ມື້ (ສະໄລດ໌/ວີດີໂອ)

ທະຫານອິສຣາແອລ ກຳລັງຍາມບໍລິເວນທີ່ຊາວປາແລສໄຕນ໌ ອອກມາປະທ້ວງ ຕໍ່ຕ້ານການປະຕິບັດງານທາງທະຫານ ຂອງອິສຣາແອລ ໃນເຂດກາຊາ ທີ່ດ່ານກວດ Qalandia ໃກ້ເມືອງ Ramallah ໃນເຂດ West Bank ເມື່ອວັນທີ 13 ສິງຫາ 2014.

ການ​ຢຸດ​ຍິງ ລະຫ​ວ່າງອິສຣາ​ແອ​ລ ​ແລະກຸ່ມ​ຮາ​ມັສ ​ຍັງດຳ
ເນີນຢູ່ຕໍ່ມາໃນ​ວັນ​ພະຫັດ​ມື້​ນີ້ເຖິງ​ແມ່ນ​ວ່າໄດ້​ມີ​ການແລກ
ປ່ຽນ​ການ​ຍິງ​ຈະ​ຫລວດ ​ແລະການ​ໂຈມ​ຕີ​ທາງ​ອາກາດ​ໃນ
ລະຍະຂ້າມ​ຄືນ ເປັນເວລາສັ້ນໆກໍ​ຕາມ.

ທັງ​ສອງ​ຝ່າຍ ​ໄດ້​ຕົກລົງ​ກັນ ໃນ​ວັນ​ພຸດ​ວານ​ນີ້ ​ຕໍ່ເວລາໃນການ
ຢຸດຍິງ ອອກໄປຕື່ມອີກ 5 ​ມື້​ ເພື່ອອຳນວຍໃຫ້ການເຈລະຈາທີ່​
ໄກ່​ເກ່ຍໂດຍອີ​ຈິບ ​ໄດ້​ມີໂອ​ກາດ​ ທີ່​ຈະ​ນຳ​ມາ​ ຊຶ່ງການ​ຕົກລົງ​ກັນ
​ເພື່ອ​ຍຸດຕິບັນຫາຂັດ​ແຍ້​ງ ທີ່​ດຳເນີນມາໄດ້ເປັນ​ເວລາດົນກວ່າ​
ນຶ່ງເດືອນແລ້ວນັ້ນ.

Your browser doesn’t support HTML5

Gaza Conflict Brings New Worries to Israeli Border Communities


ຫຼັງຈາກ​ໄດ້​ມີ​ການ​ປະກາດ ​ກ່ຽວກັບການຕໍ່ເວລາ ໃນການຢຸດຍິງ​ນັ້ນ ອິສຣາ​ແອ​ລກ່າວ
​ວ່າ ມີການຍິງຈະ​ຫລວດຫຼາຍລູກ​ໃສ່ອິສຣາແອລຈາກ ​ເຂ​ດ​ກາຊາ ​ແລະ ກອງ​ທະຫານ
​ຂອງ​ຕົນ​ ໄດ້​ຕ້ອບ​ໂຕ້​ດ້ວຍ​ການ​ໂຈມ​ຕີ​ ທາງ​ອາກາດຫຼາຍບັ້ນ. ຄວາມ​ຮຸນ​ແຮງ​ດັ່ງກ່າວ​
ໄດ້​ຢຸດ​ລົງ​ກ່ອນຟ້າແຈ້ງ ຂອງ​ມື້​ວັນ​ພະ​ຫັດນີ້ ​ແລະບໍ່ໄດ້ມີ​ລາຍ​ງານໃດໆກ່ຽວ​ກັບ​ຜູ້​ທີ່ໄດ້
​ຮັບ​ບາດ​ເຈັບ​ລົ້ມຕາຍ.

ວິກິດການ ຢູ່ ເຂດກາຊາ

ນັບແຕ່ຕົ້ນ​ເດືອນ​ກໍລະກົດມາ ຊາວ​ປາ​ແລ​ສ​ໄຕ​ນ໌ປະມານ 1,950 ຄົນ ​ໄດ້ຖືກ​ຂ້າ​ຕາຍ​
ໃນ​ເຂດ​ກາຊາ ສ່ວນ​ຫຼາຍ​ແລ້ວ​ ແມ່ນ​ພວກ​ພົນລະ​ເຮືອນ. ຂະນະດຽວກັນ ກໍມີ​ຊາວ​ອິສ
ຣາແອ​ລ 67 ຄົນເສຍ​ຊີວິດ ສ່ວນ​ໃຫຍ່​ແລ້ວ​ເປັນພວກ​ທະຫານ.

Your browser doesn’t support HTML5

ISRAEL PALESTINIANS CNPK