ກອງກຳລັງ ອິສຣາແອລ ສັງຫານ ມືປືນຊາວ ປາແລັສໄຕນ

A woman covers herself with a plastic sheet as she walks during heavy rains in New Delhi, India.

ກອງກຳລັງຮັກສາຄວາມປອດໄພ ອິສຣາແອລ ໄດ້ຍິງ ແລະ ສັງຫານຜູ້ຊາຍ ປາແລັສໄຕນ
ຄົນໜຶ່ງ ຜູ້ທີ່ໄດ້ຍິງປືນໃສ່ພວກເຂົາເຈົ້າໃນຕອນເຊົ້າຂອງວັນອາທິດມື້ນີ້ໃນເຂດ West
Bank.

ຕຳຫຼວດ ແລະ ທະຫານ ອິສຣາແອລ ໄດ້ຊອກຫາຜູ້ຕ້ອງສົງໄສ ຜູ້ທີ່ເຂົາເຈົ້າເຊື່ອວ່າ ໄດ້
ດຳເນີນການໂຈມຕີຍິງໃສ່ຄົນ ອິສຣາແອລ ໃນເຂດ West Bank ໃນວັນເສົາວານນີ້.

ໂຄສົກຕຳຫຼວດ ອິສຣາແອລ ທ່ານ Mickey Rosenfeld ໄດ້ກ່າວວ່າ “ພວກກໍ່ການຮ້າຍ
ໄດ້ຖືກພົບເຫັນ ແລະ ຖືກປິດລ້ອມ, ລາວໄດ້ຈົກປືນຂອງລາວອອກມາແນໃສ່ກອງກຳລັງ
ຮັກສາຄວາມປອດໄພ ອິສຣາແອລ, ແລະ ໃນການໂຕ້ກັບນັ້ນ, ພວກກໍ່ການຮ້າຍກໍຖືກຂ້າ
ຕາຍ”
ໃນບ້ານ Nabi Saleh ຂອງເຂດ West Bank, ຕັ້ງຢູ້ໃກ້ກັບເມືອງ Ramallah.

ປະຊາຊົນ ປາແລັສໄຕນ ຄົນໜຶ່ງໄດ້ຮັບບາດເຈັບເລັກນ້ອຍໃນການຍິງປະທາກັນ. ແຕ່ບໍ່
ມີປະຊາຊົນ ອິສຣາແອລ ຄົນໃດໄດ້ຮັບບາດເຈັບ ຫຼື ເສຍຊີວິດ.

ການໂຈມຕີຂອງຊາວ ປາແລັສໄຕນ ຕໍ່ຄົນ ອິສຣາແອລ ແລະ ເຈົ້າໜ້າທີ່ຮັກສາຄວາມ
ປອດໄພໄດ້ເພີ່ມຂຶ້ນນັບຕັ້ງແຕ່ປີ 2015 ເປັນຕົ້ນມາ, ເຖິງແມ່ນວ່າການໂຈມຕີຄັ້ງໜຶ່ງຕໍ່ມື້
ໃນປັດຈຸບັນນີ້ຈະໜ້ອຍລົງກໍຕາມ. ນັບຕັ້ງແຕ່ເດືອນຕຸລາ 2015 ເປັນຕົ້ນມາ, ເຫດການ
ຄວາມຮຸນແຮງ ແລະ ຄວາມວຸ້ນວາຍອື່ນໆໄດ້ເຮັດໃຫ້ຊາວ ປາແລັສໄຕນ ຫຼາຍກວ່າ
270 ຄົນ, ປະຊາຊົນ ອິສຣາແອລ ຫຼາຍກວ່າ 40 ແລະ ຄົນຕ່າງປະເທດກຸ່ມນອ້ຍຈຳ
ນວນໜຶ່ງເສຍຊີວິດ.

ອິສຣາແອລ ໄດ້ກ່າວຫາຜູ້ນຳ ປາແລັສໄຕນ ສຳລັບການສະໜັບສະໜູນຄວາມຮຸນແຮງ.
ບັນດາເຈົ້າໜ້າທີ່ ປາແລັສໄຕນ ໄດ້ປະຕິເສດການກ່າວຫາເຫຼົ່ານັ້ນ ແລະ ກ່າວວ່າ ຄວາມຮຸນແຮງໄດ້ເກີດຂຶ້ນຈາກຄວາມໂມໂຫ ກ່ຽວກັບ ການຍຶດຄອງດິນແດນຂອງ ອິສຣາແອລ
ທີ່ ປາແລັສໄຕນ ພະຍາຍາມສ້າງຕັ້ງເປັນອັດເອກະລາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ