ລັດຖະບານ ແທລ ອາວີຟ ໄດ້ຂັບໄລ່ເຈົ້າໜ້າທີ່ລະດັບສູງຄົນນຶ່ງຂອງອົງການສິ້ງຊອມສິດທິມະນຸດອອກຈາກປະເທດ ຍ້ອນການກ່າວຫາວ່າທ່ານສະໜັບສະໜູນການຕໍ່ຕ້ານ ອິສຣາແອລ, ເປັນຂະບວນການທີ່ບັນດານັກເຄື່ອນໄຫວໃຊ້ເພື່ອປະທ້ວງການປະຕິບັດຕໍ່ຊາວ ປາແລັສໄຕນ໌.
ສານສູງສຸດຂອງ ອິສຣາແອລ ໄດ້ສະໜັບສະໜູນຄຳສັ່ງຂອງລັດຖະບານວ່າ ທ່ານ ໂອມາ ຊາເກຍ, ຜູ້ອຳນວຍການອົງການສິ້ງຊອມສິດທິມະນຸດໃນ ອິສຣາແອລ ແລະ ປາແລັສໄຕນ໌, ຕ້ອງອອກຈາກປະເທດໃນວັນຈັນມື້ນີ້.
ອິສຣາແອລ ໄດ້ປະຕິເສດການເຂົ້າປະເທດຕໍ່ຄົນອື່ນໆຜູ້ທີ່ເຂົາເຈົ້າເວົ້າວ່າ ສະໜັບສະໜູນການຕໍ່ຕ້ານນັ້ນ, ລວມທັງບັນດານັກການທູດອົງການ ສະຫະປະຊາຊາດ. ແຕ່ນີ້ແມ່ນຄັ້ງທຳອິດທີ່ຄົນຢູ່ໃນປະເທດໄດ້ຖືກສັ່ງໃຫ້ອອກໄປ.
ທ່ານ ຊາເກຍ ໄດ້ກ່າວວ່າ “ສານດັ່ງກ່າວຕອນນີ້ໄດ້ປັກປ້ອງຄວາມຖືກຕ້ອງ ກ່ຽວກັບ ການໂຈມຕີຕໍ່ການສະໜັບສະໜູນສິດທິມະນຸດຂອງລັດຖະບານທ່ານ ເນຕັນຢາຮູ ແລະ ນັ້ນແມ່ນແບບຢ່າງທີ່ອັນຕະລາຍ ທີ່ຈະສົ່ງຜົນກະທົບຕໍ່ຄົນອື່ນໆຫຼາຍຄົນ. ບໍ່ແມ່ນພຽງການສະໜັບສະໜູນສິດທິມະນຸດເທົ່ານັ້ນ, ແຕ່ນັກສຶກສາທົ່ວໄປທີ່ສຶກສາຢູ່ໃນມະຫາວິທະຍະໄລ ອິສຣາແອລ ທຸກແຫ່ງ, ສາມີພັນລະຍາຂອງຊາວ ອິສຣາແອລ ຜູ້ທີ່ໄດ້ພົວພັນໃນການຕຳໜິວິຈານ ແລະ ການສະໜັບສະໜູນທີ່ສຳຄັນ.”
ທ່ານໄດ້ກ່າວວ່າ ອິສຣາແອລ ສາມາດໃຊ້ເຫດຜົນດຽວກັນ ໃນການວິຈານການຕໍ່ຕ້ານຕໍ່ຜູ້ທີ່ໄດ້ເອີ້ນເຂດ ເວັສແບັ້ງ ວ່າເປັນເຂດແດນທີ່ຖືກຍຶດຄອງ ແລະ ເຊື່ອວ່າຖິ່ນຖານຂອງຊາວ ຢິວ ແມ່ນຜິດກົດໝາຍ, ລວມທັງສານອາຍາສາກົນ.”
ຜູ້ບໍລິຫານໃຫຍ່ອົງການສິ້ງຊອມສິດທິມະນຸດ ທ່ານ ເຄັນເນັດ ຣອທ໌ ໄດ້ກ່າວວ່າ ທ່ານຄິດວ່ານີ້ແມ່ນຄັ້ງທຳອິດທີ່ປະຊາທິປະໄຕໄດ້ໄລ່ນັກຄົ້ນຄວ້າອອກຈາກປະເທດ.
ທ່ານ ຣອທ໌ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າມັນສະແດງໃຫ້ເຫັນນິໄສທີ່ຖືກຈຳກັດຍິ່ງຂຶ້ນ ກ່ຽວກັບປະຊາທິປະໄຕຂອງ ອິສຣາແອລ,” ໂດຍເນັ້ນວ່າ ປະເທດອື່ນໆທີ່ໄດ້ຂັບໄລ່ພະນັກງານຂອງອົງການສິ້ງຊອມມະນຸດອອກຈາກປະເທດແມ່ນມີພຽງປະເທດ ອີຣ່ານ, ເກົາຫຼີເໜືອ ແລະ ເວເນຊູເອລາ ເທົ່ານັ້ນ.
ທ່ານ ຊາເກຍ ໄດ້ກ່າວວ່າ ອົງການສິ້ງຊອມສິດທິມະນຸດບໍ່ໄດ້ມີສະຖານະພາບຢ່າງເປັນທາງການ ກ່ຽວກັບ ການຕໍ່ຕ້ານ ແລະ ທ່ານກໍບໍ່ເຄີຍອອກມາເວົ້າໃນການສະໜັບສະໜູນມັນ ຕາງໜ້າໃຫ້ອົງການສິ້ງຊອມສິດທິມະນຸດ. ແຕ່ທ່ານໄດ້ກ່າວວ່າ ອົງການສິ້ງຊອມສິດທິມະນຸດເຊື່ອຖືໃນສິດທິຂອງເສລີພາບໃນການປາກເວົ້າ, ລວມທັງສິດທິໃນການເວົ້າສະໜັບສະໜູນການຕໍ່ຕ້ານໃດນຶ່ງ.
ບັນດາເຈົ້າໜ້າທີ່ ອິສຣາແອລ ໄດ້ອ້າງເຖິງສິ່ງທີ່ເຂົາເຈົ້າເວົ້າວ່າເປັນຄຳເຫັນສະໜັບສະໜູນການຕໍ່ຕ້ານ ຂອງທ່ານ ຊາເກຍ ກ່ອນທີ່ທ່ານໄດ້ເຂົ້າຮ່ວມອົງການສິ້ງຊອມສິດທິມະນຸດ.