ອິສຣາແອລ ຮຽກຮ້ອງ ໃຫ້ລົງໂທດຕໍ່ໂຄງການລູກສອນໄຟຂອງອີຣ່ານ ຫຼັງຈາກການໂຈມຕີຄັ້ງໃຫຍ່

ຊາວອີຣ່ານ ຍົກທຸງ ແລະ ຮູບຈໍາລອງຂອງລູກສອນໄຟ ໃນລະຫວ່າງການສະເຫຼີມສະຫຼອງ ຫຼັງຈາກການໂຈມຕີດ້ວຍລູກສອນໄຟ ແລະ ໂດຣນຂອງອີຣ່ານ, ໃນວັນທີ 15 ເມສາ 2024 ຢູ່ທີ່ຈະຕຸລັດປາແລັສໄຕນ໌ ໃນກາງນະຄອນຫຼວງເຕຫະຣ່ານ.

ອິສຣາແອລ ໄດ້ຮຽກຮ້ອງ ໃນວັນອັງຄານມື້ນີ້ ໃຫ້ລົງໂທດຄັ້ງໃໝ່ຕໍ່ ອີຣ່ານ ເພື່ອເປັນສ່ວນນຶ່ງຂອງການຕອບໂຕ້ຕໍ່ກອງທັບອີຣ່ານ ແລະ ພັນທະມິດບາງສ່ວນ ທີ່ໄດ້ໂຈມຕີທາງອາກາດ ຕໍ່ລັດຂອງຊາວຢິວ ທີ່ບໍ່ເຄີຍເກີດຂຶ້ນມາກ່ອນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິສຣາ​ແອ​ລ ທ່ານ ອິສຣາແອລ ແຄທຊ໌ (Israel Katz) ກ່າວ​ໃນ​ສື່​ສັງຄົມ​ວ່າ ທ່ານ​ໄດ້ຕິດຕໍ່ຫາຫຼາຍກວ່າ 30 ​ປະ​ເທດ​ ເພື່ອ​ຊຸກຍູ້​ໃຫ້ມີການ​ລົງ​ໂທດ​ຕໍ່​ໂຄງການ​ລູກ​ສອນ​ໄຟ​ຂອງ​ອີຣ່ານ ​ແລະເພື່ອ​ປະກາດ​ໃຫ້​ກອງ​ກຳລັງ​ພິທັກ​ປະ​ຕິ​ວັດ​ຂອງ​ອີຣ່ານ ຫຼື IRGC ເປັນ​ອົງການ​ກໍ່​ການ​ຮ້າຍ.

ສະຫະລັດ​ແມ່ນນຶ່ງ​ໃນ​ຫຼາຍ​ປະ​ເທດ​ທີ່​ໄດ້​ກຳນົດໃຫ້ IRGC ​ເປັນ​ກຸ່ມ​ກໍ່​ການ​ຮ້າຍແລ້ວ. ນັບ​ຕັ້ງ​ແຕ່​ເດືອນ​ຕຸລາ, ສະຫະລັດ​ໄດ້​ວາງ​ມາດ​ຕະການ​ລົງ​ໂທດ​ຫຼາຍ​ຄັ້ງ​ໂດຍ​ແນ​ເປົ້າໃສ່​ໂຄງການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ອີຣ່ານ​ ໃນ​ຂະນະ​ທີ່​ການ​ລົງ​ໂທດ​ຂອງ ​ສະຫະ​ປະຊາ​ຊາດ​ໝົດ​ອາຍຸ​ລົງ.

ອິ​ສ​ຣາ​ແອ​ລ​ ຍັງ​ປາ​ກົດ​ວ່າ​ ຈະພະຍາຍາມ​ແກ້​ແຄ້ນ​ທາງ​ການ​ທະ​ຫານ, ເຖິງ​ແມ່ນ​ວ່າ ຈະມີການຮ້ອງຂໍຈາກບັນດາ​ຜູ້​ນໍາ​ຂອງ​ໂລກ​ ໃຫ້​ຫຼຸດ​ຜ່ອນ​ຄວາມ​ຮຸນແຮງ​ຂອງ​ສະ​ຖາ​ນະ​ການ ລົງກໍຕາມ.

ເຈົ້າ​ໜ້າ​ທີ່​ທະ​ຫານ​ອິ​ສ​ຣາ​ແອລ ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ເຕ​ຫະ​ຣ່ານ ​ຕ້ອງຊົດໃຊ້ ສຳລັບການໂຈມຕີດ້ວຍ​ລູກ​ສອນ​ໄຟ​ ແລະ​ເຮືອບິນບໍ່ມີຄົນຂັບ ປະມານ 350 ຫົວໜ່ວຍ ​ໃນ​ວັນ​ເສົາທີ່ຜ່ານມາ ຊຶ່ງ​ຫຼາຍຫົວໜ່ວຍ​ໄດ້​ຍິງ​ຈາກ​ດິນ​ແດນຂອງ​ອີ​ຣ່ານ.

ພົນ​ໂທ ເຮີຊີ ຮາເລວີ (Herzi Halevi) ຫົວໜ້າ​ກອງ​ທະຫານ​ອິສຣາ​ແອ​ລ ກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ອີຣ່ານ “ຈະ​ໄດ້​ຮັບ​ການ​ຕອບ​ໂຕ້.

"ອີຣ່ານຈະປະເຊີນໜ້າ ກັບຜົນທີ່ຕິດຕາມມາຈາກການກະທຳຂອງໂຕເອງ," ທ່ານກ່າວ ຈາກຖານທັບອາກາດ ເນວາຕິມ (Nevatim) ໃນພາກໃຕ້ຂອງອິສຣາແອລ.

ເຈົ້າ​ໜ້າ​ທີ່​ທະ​ຫານ​ອິ​ສ​ຣາ​ແອລ ​ບໍ່​ໄດ້ໃຫ້​ລາຍ​ລະ​ອຽດ​ວ່າ​ ການ​ຕອບ​ໂຕ້​ດັ່ງ​ກ່າວ ຈະເປັນແນວໃດ, ເຖິງ​ແມ່ນ​ວ່າ​ທ່ານ​ພົນຕີ ແດນນີລ ຮາກາຣີ (Daniel Hagari) ໂຄສົກ​ກອງ​ທັບ​ປ້ອງ​ກັນ​ປະ​ເທດຂອງ​ອິ​ສ​ຣາ​ແອລ ຈະກ່າວ​ວ່າ ການຕອບໂຕ້ຈະເກີດຂຶ້ນ, “ໃນ​ເວ​ລາ​ທີ່​ພວກ​ເຮົາ​ເລືອກ​.”

ພົນ​ຕີ ແພັດ ໄຣເດີ (Pat Ryder) ​ໂຄສົກ​ທຳນຽບຫ້າ​ແຈ ກ່າວ​ວ່າ “ມັນ​ເປັນ​ເລື້ອງທີ່ບອກ​ໄດ້ເລີຍ​ວ່າ ອີຣ່ານ ​ໄດ້ສົ່ງ​ໄພ​ຂົ່ມຂູ່​ທາງ​ອາກາດຫຼາຍກວ່າ 300 ​ຄັ້ງ…ແລະ 99 ເປີເຊັນ ຂອງພວກມັນ ຖືກຍິງຕົກ.

ອ່ານຂ່າວນີ້ເປັນພາສາອັງກິດ