ອິສຣາແອລ ຈັບ ຊາວປາແລສໄຕນ໌ 80 ຄົນ ໃນເຂດ West Bank (ວີດີໂອ)

ທະຫານອິສຣາແອລຄົນນຶ່ງ ຢືນຍາມໃນເມືອງ Hebron ໃນຝັ່ງຕາເວັນຕົກແມ່ນ້ຳຈໍແດນ ວັນທີ 15 ມິຖຸນາ 2014.

ທະຫານ​ອິສຣາ​ແອ​ລ ກ່າວ​ວ່າ ຕົນ​ໄດ້​ຈັບ​ຊາວ​ປາ​ແລ​ສ​ໄຕ​ນ໌
80 ຄົນ​ ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂ​ອງ​ແມ່​ນ້ຳ​ຈໍ​ແດນ ຫຼື West
Bank ຊຶ່ງ​ມີຮວມທັງ​ພວກສະມາຊິກຂອງ​ກຸ່ມ​ຮາ​ມັສຫົວ​ຮຸນ​
ແຮງ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຊອກ​ຫາ​ເດັກ​ໄວ​ລຸ່ນ 3 ຄົນ.

ບັນດາ​ເຈົ້າ​ໜ້າທີ່​ກ່າວ​ວ່າ ເຊື່ອ​ກັນ​ວ່າ ພວກ​ເດັກ​ໄວ​ລຸ່ນອິສຣາ​
ແອ​ລທັງ​ສາມ ຮວມທັງ​ຄົນ​ນຶ່ງ​ທີ່​ຖື​ໜັງສືຜ່ານ​ແດນ​ສະ​ຫະລັດ
​ໄດ້​ຖືກ​ລັກພາ​ໂຕ​ໄປ​ໃນ​ວັນພະຫັດຜ່ານ​ມາ​ ໃນເຂດ​ດັ່ງກ່າວ.

ນາຍົກລັດຖະມົນຕີ Benjamin Netanyahu ກ່າວວ່າ ທ່ານ
ຖື​ວ່າ ອຳນາດ​ປົກຄອງ​ປາ​ແລ​ສ​ໄຕ​ນ໌ ​ເປັນ​ຜູ້​ຮັບຜິດຊອບ​ໃນ​
ການ​ຫາຍ​ໂຕ​ໄປ​ຂອງ​ພວກ​ເດັກ​ໄວ​ລຸ່ນດັ່ງກ່າວ. ທ່ານ​ເວົ້າ​ວ່າພວກ​ເດັກ​ໄວລຸ່ນ​ເຫຼົ່າ​ນີ້​
ຖືກ​ກຸ່ມຂູ່​ເຂັນສ້າງ​ຄວາມ​ຢ້ານກົວ ​ລັກ​ຈັບ​ໂຕ​ໄປ.”

ຝ່າຍ​ປາ​ແລ​ສ​ໄຕ​ນ໌ ກ່າວ​ວ່າ ພວກ​ເດັກ​ໄວ​ລຸ່ນ​ເຫຼົ່າ​ນີ້​ຫາຍ​ໂຕ​ໄປ ​ໃນ​ເຂດ​ທີ່​ຄວບຄຸມ​
ໂດຍ​ອິສຣາ​ແອ​ລ. ບັນດາ​ເຈົ້າ​ໜ້າ​ທີ່​ປາ​ແລ​ສ​ໄຕ​ນ໌ ກ່າວ​ເຊັ່ນ​ກັນ​ວ່າ ພວກ​ເຂົາ​ເຈົ້າ
​ກຳລັງ​ດຳ​ເນີນ​ການ ປະສານ​ງານ​ກັບ​ອິສຣາ​ແອ​ລ ​ໃນ​ການ​ຊອກ​ຫາ​ພວກ​ເດັກ​ໄວ​ລຸ່ນ
ທີ່​ຫາຍ​ສາບ​ສູນ​ໄປ​ນີ້.

Your browser doesn’t support HTML5

israelpalestinians15june14