ສຫລ 'ກັງວົນ' ໃນການເລັ່ງລັດ ຂະຫຍາຍ ພື້ນທີ່ ຕັ້ງຖິ່ນຖ່ານໃໝ່ ຂອງອິສຣາແອລ

ພວກຄົນງານ ແລະ ລົດດຸດ ກຳລັງດຳເນີນງານ ຢູ່ສະຖານທີ່ກໍ່ສ້າງ ໃນພີ້ນທີ່ຕັ້ງຖິ່ນຖານໃໝ່ຂອງເມືອງ Givat Zeev ຕັ້ງຢູ່ໃກ້ກັບເມືອງ Ramallah ຂອງຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳຈໍ​ແດັນ ຫຼື West Bank, ວັນທີ 14 ເມສາ 2016.

ສະຫະລັດ ໄດ້ສະແດງຄວາມບໍ່ພໍໃຈກັບອິສຣາແອລ ຕໍ່ແຜນການຂອງປະເທດດັ່ງກ່າວ ທີ່ຈະເລັ່ງລັດການຕັ້ງຖິ່ນຖານ​ໃໝ່ຂອງຊາວຢິວ ຢູ່ໃນເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳຈໍ​ແດັນ ຫຼື West Bank ທ່າມກາງທີ່​ມີຄວາມກັງວົນ ທີ່ເພີ້ມຂຶ້ນຂອງນານາຊາດ.

ໂຄສົກທຳນຽບຂາວ ທ່ານ Josh Earnest ໄດ້ກ່າວໃນວັນພຸດວານນີ້ ວ່າ “ການຂະ ຫຍາຍ ພື້ນທີ່ ທີ່ສຳຄັນຂອງກິດຈະການຕັ້ງຖິ່ນຖານ​ໃໝ່​ນີ້ ອາດຈະກໍ່ໃຫ້ເກີດຄວາມ ເສຍຫາຍຮ້າຍ​ແຮງ ແລະ ເປັນໄພຂົ່ມຂູ່ຫຼາຍຂຶ້ນ ຕໍ່ການຢູ່​ລອດ ​ໃນການແກ້ໄຂ ​ແບບ ມີສອງປະເທດ ຄຽງ​ຄູ່​ກັນນັ້ນ.”

ໃນການອະນຸຍາດຄັ້ງຫຼ້າສຸດນີ້ ຄະນະກຳມະການແຜນການ ຂອງກອງທັບອິສຣາແອລ ໄດ້​ແຈ້ງ​ໃຫ້​ຊາບ ກ່ຽວ​ກັບແຜນການສ້າງທີ່ພັກອາໄສ 463 ຫຼັງ ຢູ່ໃນຫຼາຍໆ​ເຂດ ຂອງ West Bank ອີງຕາມລາຍ​ງານ​ ເວັບໄຊ Haaretz ຂອງອິສຣາແອລ ແລະ ກຸ່ມສິ້ງຊອມ ການຕັ້ງຖິ່ນຖານ Peace Now.

51 ຫຼັງ ຂອງຈຳນວນດັ່ງກ່າວ ຈະເປັນການກໍ່ສ້າງໃໝ່ ໃນຂະນະທີ່ 178 ຫຼັງ ສ້າງຂຶ້ນ ຢູ່ໃນເຂດຕັ້ງຖິ່ນຖານແຫ່ງໜຶ່ງ ໂດຍບໍ່​ໄດ້​ຮັບອະນຸ ຍາດ ໃນຊຸມປີ 1980 ​ແຕ່ໄດ້ຮັບ ການອະນຸຍາດຢ້ອນຄືນຫຼັງ ອີງຕາມ ລາຍ​ງານ​ຂອງເວັບໄຊ Haaretz.

ທ່ານ Earnest ໄດ້ກ່າວອີກວ່າ “ໂດຍສະເພາະຢ່າງຍິ່ງ ພວກເຮົາມີຄວາມກັງວົນ ກ່ຽວກັບນະໂຍບາຍ ຂອງການອະນຸມັດຢ້ອນຄືນຫຼັງ ທີ່ພັກ​ອາ​ໄສຕ່າງໆ ທີ່ຜິດ​ກົດ ໝາຍ ແລະ ການຕັ້ງຖິ່ນຖານທີ່ບໍ່ໄດ້ຮັບອະນຸຍາດ. ຂ້າພະເຈົ້າຄິດວ່າ ພວກເຮົາບໍ່ມີ​ຄວາມ​ຄຸມ​ເຄືອ​ເລີຍ ກ່ຽວກັບຄວາມເປັນຫ່ວງເປັນໃຍ ທີ່ພວກເຮົາມີຢູ່ ຕໍ່ບັນຫານີ້.”

ເມື່ອຕົ້ນສັບປະດານີ້ ທູດພິເສດ ຂອງອົງການສະຫະປະຊາຊາດ ຮັບຜິດ​ຊອບ ​ກ່ຽວ​ກັບ ​ພາກ​ຕາ​ເວັນ​ອອກ​ກາງ ທ່ານ Nicolay Mladenov ໄດ້ກ່າວຕໍ່ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ວ່າ ການຂະຫຍາຍການຕັ້ງຖິ່ນຖານ ໂດຍອິສຣາແອລ ແມ່ນລວມຢູ່ໃນຈຳພວກອຸປະສັກທີ່ໃຫຍ່ສຸດ ຕໍ່ສັນຕິພາບ ກັບ ຊາວປາແລສໄຕນ໌.

ແຕ່ອິສຣາແອລ ໄດ້ປະຕິເສດ ຕໍ່ຄວາມກັງວົນຕ່າງໆຂອງທ່ານ Mladenov. ທ່ານ David Keyes ໂຄສົກຂອງນາຍົກລັດຖະມົນຕີ Benjamin Netanyahu ໄດ້ກ່າວວ່າ ຄຳເຫັນດັ່ງກ່າວ “ເປັນການບິດເບືອນປະຫວັດສາດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ