ອິສຣາ​ແອ​ລ ຢຶດ​ເອົາ ດິນ​ແດນ ​ຂອງ​ປາ​ແລ​ສ​ໄຕນ໌ ຕື່ມອີກ (ວີດີໂອ)

ພວກແມ່ຍິງຊາວຍິວ ກຳລັງພາກັນຍ່າງ ຢູ່ໃນເຂດຕັ້ງຖິ່ນຖານ ຂອງຊາວຍິວ ທີ່ເອີ້ນວ່າ "Gevaot" ໃນເຂດ Etzion ໃກ້ໆກັບ ນະຄອນ Bethlehem, ວັນທີ 31 ສິງຫາ 2014.

ອິສຣາ​ແອ​ລ ກ່າວ​ວ່າ ຕົນ​ໄດ້​ຢຶດ​ເອົາ ດິນ​ແດນ​ຂອງ​ຊາວ​
ປາ​ແລ​ສ​ໄຕນ໌ ກ້ວາງ 400 ເຮັກ​ຕາ ​ໃນ​ເຂດຝັ່ງ​ຕາ​ເວັນ​ຕົກ
ຂອງ​ແມ່ນ້ຳ​ຈໍ​ແດນ ຫຼື​ West Bank ທີ່ຄອບ​ຄອງໂດຍ​
ອິສຣາ​ແອ​ລນັ້ນ ຊຶ່ງ​ເປັນ​ນຶ່ງ​ໃນການ​ຢຶດ​ເອົາດິນ​ຄັ້ງ​ໃຫຍ່
ທີ່​ສຸດ ໂດຍ​ລັດ​ຂອງ​ຊາວ​ຍິວ ​ໃນຮອບຫຼາຍສິບ​ປີ.

ດິນ​ແດນ​ດັ່ງກ່າວ ​ແມ່ນ​ຢູ່​ໃນ​ເຂດ Etzion ​ໃກ້ໆ​ກັບ​ນະຄອນ
Bethlehem ​ແລະອາດຈະ​ຖືກ​ນຳ​ໃຊ້​ເປັນ​ບ່ອນຕັ້ງຖິ່ນ​ຖານ
​ແຫ່ງ​ໃໝ່​ຂອງ​ຊາວ​ຍິວ ​ແລະເປັນ​ເມືອງ​ໃໝ່​ຂອງ​ອິສຣາ​ແອ​ລ
ທີ່ຈະເອີ້ນ​ວ່າ ​ເມືອງ Gevaot.

ກອງທັບ​ອິສຣາ​ແອ​ລ ກ່າວ​ວ່າ ຕົນ​ໄດ້​ປະກາດ​ໃຫ້​ດິນຕອນ​ນັ້ນ ​ເປັນ “ຂອງ​ລັດ” ພາຍໃຕ້
ຄຳ​ສັ່ງ​ຈາກບັນດາ​ຜູ້ນຳການ​ເມືອງ. ການເຄື່ອນ​ໄຫວດັ່ງກ່າວ​ແມ່ນເປັນ​ປະຕິກິລິຍາຕອບ
​ໂຕ້ ຕໍ່ການ​ລັກ​ເອົາ​ຕົວ​ແລະສັງຫານ ເຍົາວະ​ຊົນ​ອິສ​ຣາ​ແອ​ລ 3 ຄົນ ໃກ້ໆ​ກັບ​ Bethle-
hem ໃນ​ເດືອນ​ມິ​ຖຸນາ​ຜ່ານ​ມາ.

ອິສຣາ​ແອ​ລ​ໄດ້​ລະບຸ​ຊື່​ ຊາວປາ​ແລ​ສ​ໄຕດ໌ 3 ຄົນ ​ທີ່​ເປັນ​ຜູ້ຕ້ອງສົງໄສ​. ການ​ສັງຫານຊາວ
ຍິວດັ່ງກ່າວ ​ແລະ ການ​ຂ້າ​ລ້າງ​ແຄ້ນ​ ເດັກນ້ອຍ​ຊາວ​ປາແລ​ສ​ໄຕນ໌ຄົນ​ນຶ່ງ​ ໂດຍອິສຣາ​ແອ​ລ
ໄດ້​ເປັນ​ຈຸດ​ຂະ​ນວນ ໃຫ້​ເກີດ​ການ​ສູ້​ລົບ​ກັນ​ໃນ​ປັດຈຸບັນ ​ລະຫວ່າງອິສຣາ​ແອ​ລ ​ແລະກຸ່ມຮາ
ມັສ ຢູ່​ໃນ​ເຂດກາຊາ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ເຖິງ​ການ​ຢຶດ​ເອົາ​ດິນ​ຂອງ​ອິສຣາ​ແອ​ລນັ້ນ ວ່າ
“​ຕ້ານ​ກັບ​ຜົນປະ​ໂຫຍ​ດ” ​ ໃນ​ຄວາມ​ພະຍາຍາມ​ສ້າງສັນ​ຕິ​ພາບ ​ແລະຂໍ​ຮ້ອງ​ໃຫ້ ອິສຣາ​
ແອ​ລ ​ໄຕ່ຕອງ​ຄືນ.

ຫົວໜ້າ​ເຈລະຈາ​ປາ​ແລ​ສ​ໄຕນ໌ ທ່ານ Saeb Erekat ປະນາມການ​ເຄື່ອນ​ໄຫວ​ດັ່ງກ່າວ​ວ່າ
​ເປັນ​ສ່ວນ​ນຶ່ງຂອງ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ການ​ກໍ່ອາຊະ​ຍາກຳ​ຂອງອິສຣາ​ແອ​ລ ຕໍ່​ພົນ​ລະເມືອງ​ ຊາວ​ປາ​ແລ​ສ​ໄຕນ໌ ​ແລະ ດິນ​ແດນ​ຂອງ​ພວກ​ເຂົາ​ເຈົ້າ ທີ່​ຖື​ກຄອບ​ຄອງ.

Your browser doesn’t support HTML5

ISRAEL LAND CLAIM VOSOT