ອິສລາແອລ ຜ່ອນຜັນ ການປິດລ້ອມ ເຂດກາຊາ

ສະມາຊິກກໍາລັງຮັກສາຄວາມປອດໄພ ຂອງກຸ່ມຮາມັສ ກໍາລັງກວດກາລົດບັນທຸກ ທີ່ຊາຍແດນລະຫວ່າງ ອິສຣາແອລ ແລະພາກໃຕ້ຂອງເຂດກາຊາ, ວັນທີ 30 ທັນວາ 2012.

ອິສຣາ​ແອ​ລ​ ​ໄດ້ຜ່ອນ​ຜັນການ​ປິດ​ລ້ອມ​ເຂດ​ກາຊາ ມາ​ເປັນ​ເວລາ
5 ປີ​ນັ້ນ ໂດຍ​ໄດ້​ອະນຸຍາດ​ໃຫ້​ ​ລົດ​ບັນທຸກອຸປະກອນກໍ່ສ້າງ​ ສໍາ
ລັບ​ນໍາ​ໃຊ້ ​ໂດຍ​ເອກ​ກະ​ຊົນ ​ຂ້າມ​ຊາຍ​ແດນເຂົ້າ​ໄປໃນ​ດິນ​ແດນ
ຂອງປາແລ​ສ​ໄຕ​ນ໌ ​ໃນ​ສອງ​ສາມ​ວັນທີ່​ຜ່ານ​ມາ​ນີ້.

ວັດຖຸອຸ​ປະກອນດັ່ງ​ກ່າງ ທີ່​ຊື້​ຈາກອີຈິບ ​ແມ່ນ​ເປັນພາກ​ສ່ວນນຶ່ງ
​ຂອງ​ໂຄງການ​ສ້າງສາ​ພັ​ດທະນາ ມູນ​ຄ່າ 400 ລ້ານ​ໂດ​ລາ ທີ່​ປະ​ເທດ Qatar ໄດ້​ຮັບປາກ​ວ່າ ຈະ​ມອບໃຫ້​ແກ່​ເຂດ Gaza.

ອິສຣາ​ແອ​ລ​ໄດ້ເລີ້ມທໍາ​ການ​ປິດ​ລ້ອມ​ເຂດ​ກາຊາ ​ໃນ​ປີ 2007​ ​ເວລາ​ພວກ​ຫົວ​ຮຸນ​ແຮງ​ຮາ​ມັສ ​ເຂົ້າ​ຍຶດ​ເອົາ​ເຂດ​ດັ່ງກ່າວ. ອິສຣາ​ແອ​ລ​ໄດ້ ຜ່ອນຜັນ​ຂໍ້​ຫ້າມ​ບາງ​ຢ່າງ​ໃນ​ເວລາ​ຕໍ່​ມາ ​ແຕ່​ກໍ​ຍັງ​ຫ້າມ​ອຸປະກອນ​ກໍ່ສ້າງ ນັ້ນ​ຢູ່.

ພວກ​ລັກລອບສິນຄ້າ ​ໄດ້ພາ​ກັນ​ນໍາ​ເອົາ​ອຸປະກອນ​ການ​ກໍ່ສ້າງ ​ແລະ​ເຄື່ອງ​ໃຊ້​ສອຍ​ຕ່າງໆທີ່​ຖືກ​ຫ້າມນັ້ນ ​ເຂົ້າໄປ​ຍັງ​ເຂດ Gaza ​ໂດຍຜ່ານ​ຕາ​ໜ່າງອຸບ​ໂມງ​ໃຕ້​ດິນ​ ​ໃຕ້ຊາຍ​ແດນຕິດ​ກັບ ອີ​ຈິບ