ການໂຈມຕີ ຂອງອິສຣາແອລ ໄດ້ສັງຫານ ພວກຫົວຮຸນແຮງ ຢ່າງໜ້ອຍ 10 ຄົນ

ພວກໄວ້ທຸກພາກັນນັ່ງອ້ອມສົບ ຂອງຜູ້ນໍາກຸ່ມຫົວຮຸນແຮງ Islamic Jihad ໃນພິທີ່ສົງສະການທີ່ເຂດ Gaza, ວັນທີ 10 ມີນາ 2012.

ການ​ໂຈມ​ຕີ​ທາງ​ອາ​ກາດ​ຂ​ອງອີສຣາ​ແອ​ລ ​ໃນ​ວັນ​ສຸກ​ແລະ​ຕອນ​ເຊົ້າ​ວັນ​ເສົາມື້ນີ້ທີ່​ແຫລມ
Gaza ​ໄດ້​ເຮັດ​ໃຫ້​ຊາວປາ​ແລ​ສ​ໄຕ​ນ໌​ເສຍ​ຊີວິດຢ່າງນ້ອຍ 10 ຄົນສ່ວນ​ໃຫຍ່​ຫຼື​ເກືອບ​ທັງ​
ໝົດແມ່ນ​ເປັນ​ພວກ​ຫົວ​ຮຸນ​ແຮງ. ​ການ​ໂຈ​ມຕີ​ທາງອາກາດ​ ມີ​ຂື້ນຫລັງ​ຈາກພວກປາ​ແລ​ສ​
ໄຕ​ນ໌​ໄດ້ຍິງ​ລູກ​ຈະ​ຫຼວດເຂົ້າໄປ​ໃສ່​ພາກ​ໃຕ້​ຂອງອີສຣາ​ແອ​ລ.

ກໍາມະ​ການມະຫາຊົນຕໍ່ຕ້ານທີ່​ເອີ້ນຫຍໍ້​ວ່າ PRC ຊື່​ງເປັນ​ກຸ່ມ​ຫົວ​ຮຸນ​ແຮງ​ຂອງ​ຊາວປາ
ແລ​ສ​ໄຕ​ນ໌ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງອີສຣາ​ແອ​ລ​ ໄດ້ສັງຫານ​ຜູ້​ນໍາ​ຂອງ​ເຂົາ
ເຈົ້ານາຍ Zohair al-Qaisi ​ແລະ​ສະມາຊິກອີກ​ຄົນ​ນຶ່ງຂອງ​ກຸ່ມ​ດັ່ງກ່າວ ຄື​ນາຍ Mah-
mud Hanani. ກອງທັບ​ອີສຣາ​ແອ​ລ ​ໄດ້ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ທັງ​ສອງ​ນີ້​ໄດ້ວາງ
ແຜນ​ໂຈມ​ຕີ​ອີສຣາ​ແອ​ລ ຈາກອີ​ຈິບ.

ກຸ່ມ Hamas ທີ່​ປົກຄອງ​ເຂດ​ແຫລມ​ຂອງ Gaza ​ນັ້ນຍັງ​ສືບ​ຕໍ່​ຮັກສາ​ການຢຸດ​ຍິງ​ແບບ
ບໍ່ເປັນທາງ​ການ​ກັບອີສຣາ​ແອ​ລ​ແຕ່​ວ່າກຸ່ມປະກອບ​ອາວຸດ​ອື່ນໆ​ຂອງປາ​ແລ​ສ​ໄຕ​ນ໌ ​ເຊ່ນ
ວ່າກຸ່ມ PRC ພາກັນ​ຍິງ​ລູກ​ຈະ​ຫຼວດ ​ແລະ​ປືນ​ຄົກຂ້າມ​ຊາຍ​ແດນເຂົ້າ​ໄປ​ໃນ​ອິສຣາ​ແອ​ລ​
ທີ່​ກໍ່​ໃຫ້​ເກີດ​ມີການຕອບ​ໂຕ້ດ້ວຍໂຈມ​ຕີ​ທາງ​ອາກາດ. ກຸ່ມ PRC ​ໄດ້​ປະກາ​ດ ທີ່​ຈະ​ທຳ​
ການແກ້​ແຄ້ນ​ໃຫ້​ແກ່ສະມາຊິກ​ຂອງ​ຕົນ​ທີ່​ໄດ້​ຕາຍ​ໄປນັ້ນ.