ກຸ່ມລັດອິສລາມ ອ້າງວ່າ ທະຫານ ຂອງຕົນ ເປັນຜູ້ໂຈມຕີ ຢູ່ນະຄອນນິວຢອກ

ນຶ່ງໃນບ່ອນໄວ້ອາໄລຫຼາຍໆແຫ່ງ ໃຫ້ແກ່ພວກເຄາະຮ້າຍ ໃນການໂຈມຕີ ຢູ່ທາງລົດຖີບ ເມື່ອວັນອັງຄານຜ່ານມາ.

ກຸ່ມລັດອິສລາມ ກ່າວອ້າງວ່າ ທ້າວ Sayfullo Saipov​ ອາຍຸ 29 ປີ ທີ່ເປັນຄົນເຂົ້າ
ເມືອງ ຈາກອຸສເບັກກິສຖານ ​ທີ່ໄດ້ຂັບລົດກະບະແລ່ນຕຳຄົນຕາຍ 8 ຄົນທີ່ນະຄອນ
ນິວຢອກ ໃນຕົ້ນອາທິດນີ້ ເປັນສະມາຊິກຄົນນຶ່ງຂອງຕົນ.

ກຸ່ມກໍ່ການຮ້າຍລັດອິສລາມ ກ່າວຢູ່ໃນໜັງສືພິມ Al-Naba ຊຶ່ງເປັນໜັງສືພິມລາຍ
ສັບປະດາ ຂອງກຸ່ມດັ່ງກ່າວວ່າ ຜູ້ໂຈມຕີເປັນ “ທະຫານ” ຄົນນຶ່ງຂອງຕົນ ແຕ່ບໍ່ໄດ້
ສະແດງຫລັກຖານໃດໆ ສະໜັບສະໜູນການກ່າວອ້າງນີ້.

ທ້າວ Saipov​ ທີ່ເຂົ້າມາໃນສະຫະລັດ ຢ່າງຖືກຕ້ອງຕາມກົດໝາຍ ພາຍໃຕ້ໂຄງ
ການລັອດເຕີລີບັດຂຽວແມ່ນພົວພັນກັບຂໍ້ຫາກໍ່ການຮ້າຍຫຼາຍໆຂໍ້ທີ່ກ່ຽວຂ້ອງກັບ
ການຂັບລົດກະບະທີ່ເຊົ່າມາຕຳຄົນຕາຍຢູ່ໃນທາງລົດຖີບຂອງນະຄອນນິວຢອກ.
ນອກຈາກ 8 ຄົນທີ່ເສຍຊີວິດແລ້ວ ຍັງມີ 10 ກວ່າຄົນໄດ້ຮັບບາດເຈັບສາຫັດ.

ທ້າວ Saipov​ ໄດ້ຮັບບາດເຈັບ ຍ້ອນຖືກຕຳຫຼວດຍິງ ຫຼັງຈາກຜູ້ກ່ຽວໄດ້ຂັບລົດ
ຕຳຄົນຕາຍແລ້ວແລະກໍໄດ້ຖືກສົ່ງໄປຮັບການປິ່ນປົວຢູ່ທີ່ໂຮງໝໍ. ເຈົ້າໜ້າທີ່ຢູ່ທີ່
ໂຮງໝໍກ່າວວ່າ ຜູ້ໂຈມຕີໄດ້ປະກາດຄວາມຈົງຮັກພັກດີຕໍ່ກຸ່ມລັດອິສລາມ ແລະ
ຂໍໃຫ້ເອົາທຸງຂອງກຸ່ມດັ່ງກ່າວຫ້ອຍໄວ້ໃນຫ້ອງຂອງລາຢູ່ທີ່ໂຮງໝໍ. ການຂໍຮ້ອງ
ຂອງລາວໄດ້ຖືກປະຕິເສດ.

ປະທານາທິບໍດີອຸສເບັກກິສຖານ ທ່ານ Shavkat Mirziyoyev ກ່າວໃນວັນພຸດ
ຜ່ານມານີ້ວ່າ ການໂຈມຕີດັ່ງກ່າວແມ່ນໂຫດຮ້າຍທາລຸນ ແລະລັດຖະບານຂອງ

ທ່ານແມ່ນພ້ອມແລ້ວທີ່ຈະໃຊ້ທຸກໆຢ່າງທີ່ມີຢູ່ ເພື່ອໃຫ້ການຊ່ອຍເຫລືອແກ່ການ
ສືບສວນຂອງສະຫະລັດ.

ເຈົ້າໜ້າທີ່ ໃຫ້ຂໍ້ສັງເກດວ່າ ການໃຊ້ລົດກະບະທີ່ເຊົ່າມາຂອງທ້າວ Saipov​ ແມ່ນ ຄ້າຍຄືກັນກັບການໂຈມຕີອື່ນໆທີ່ໄດ້ຮັບແຮງດົນໃຈຈາກກຸ່ມລັດອິສລາມຢູ່ໃນປະ
ເທດຕາເວັນຕົກ ເມື່ອສອງສາມປີຜ່ານມານີ້.ສູນກາງຄົ້ນຄວ້າ New America ທີ່
ບໍ່ສັງກັດພັກການເມືອງກ່າວວ່າ ມີການໂຈມຕີດ້ວຍລົດ 15 ຄັ້ງນັບຕັ້ງແຕ່ປີ 2014
ເປັນຕົ້ນມາ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 140 ຄົນ.

ໃນຂະນະທີ່ ການແຂ່ງຂັນແລ່ນທົນມາຣາທອນ ມີກຳນົດທີ່ຈະດຶງດູດເອົາຜູ້ຄົນເຂົ້າ ຮ່ວມຫຼາຍກວ່າ 50,000 ຄົນ ແລະພວກຜູ້ຊົມອີກຫຼາຍຮ້ອຍພັນຄົນໃນທ້າຍສັບປະ
ດານີ້ ກົມຕຳຫຼວດຂອງນະຄອນນິວຢອກ ກ່າວວ່າ ຕົນຈະເພີ້ມກຳລັງຮັກສາຄວາມ ສະຫງົບຂອງເຈົ້າໜ້າທີ່ໃນທົ່ວນະຄອນນິວຢອກ ເພື່ອເປັນການກະກຽມໄວ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ