ກຸ່ມຫົວຮຸນແຮງ ລັດອິສລາມ ໄດ້ສັງຫານ ທະຫານຊີເຣຍ ຢ່າງໜ້ອຍ 35 ຄົນ ຢູ່ໃນຊີເຣຍ

ກຳລັງປະສົມ ຈາກອອສເຕຣເລຍ ແລະນິວຊີແລນ ເຂົ້າຮ່ວມໃນພາລະກິດການຝຶກແອບ ກັບທະຫານກອງທັບບົກ ຂອງອີຣັກ ຢູ່ທີ່ຖານທັບທາຈີ ຢູ່ກ້ຳທິດເໜືອຂອງ ນະຄອນຫຼວງ ແບກແດດ, ວັນທີ 17 ເມສາ 2019.

ອົງການສິ້ງຊອມສິດທິມະນຸດໃນຊີເຣຍ ກ່າວວ່າ ພວກນັກລົບຈີຫາດຂອງ​ກຸ່ມລັດອິສລາມ
ໄດ້ສັງຫານທະຫານຊີເຣຍ ຢ່າງໜ້ອຍ 35 ຄົນ ໃນໄລຍະສອງ ວັນມານີ້.

ອົງການສິ້ງຊອມ​ສິດ​ທິ​ມະ​ນຸດ​ໃນຊີເຣຍ ທີ່ມີຫ້ອງການຕັ້ງຢູ່ໃນອັງກິດ ລາຍງານ ວ່າ
ເຈົ້າໜ້າທີ່ຂັ້ນສູງ ຂອງກອງທັບບົກຊີເຣຍ 4 ຄົນ ແມ່ນລວມຢູ່ໃນຈຳນວນ ພວກທີ່
ຖືກສັງຫານນັ້ນ.

ອົງການນີ້ ກ່າວອີກວ່າ ການໂຈມຕີນັ້ນ ເປັນການໂຈມຕີໃຫຍ່ທີ່ສຸດ ຂອງກຸ່ມກໍ່ການຮ້າຍ
ນັບຕັ້ງແຕ່ດິນແດນຂອງກຸ່ມລັດອິສລາມ ຫຼື ຄາລີເຟຕ ຢູ່ໃນຊີເຣຍ ໄດ້ຖືກຕີແຕກ ໂດຍ
ກອງກຳລັງທີ່ໄດ້ຮັບການໜຸນຫຼັງຈາກສະຫະລັດ.

ໃນຂະນະທີ່ດິນແດນ​ຂອງ​ກຸ່ມລັດອິສລາມ ໄດ້ຖືກປະກາດວ່າ ປະລາໄຊໄປແລ້ວ ນັ້ນ
ແຕ່ກຸ່ມລັດອິສລາມ ຍັງ​ຮັກ​ສາ​ທີ່​ໝັ້ນ​ ແລະ​ຄ້າຍ​ຂອງ​ຕົນ​ຢູ່​ໃນເຂດທະເລຊາຍ ແລະ
ເຂດພູຜາທີ່ຢູ່ຫ່າງໄກສອກຫລີກ ເພື່ອເປັນບ່ອນຫລົບລີ້ ຢູ່ໃນທັງ ຊີເຣຍ ແລະ ອີຣັກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ