ກຸ່ມລັດອິສລາມ-ໂຄຣາຊານ ກ່າວຕໍາໜິກຸ່ມຕາລິບານ ຢູ່ໃນຖະແຫຼງການ ໂດຍຍົກຍ້ອງຕໍ່ເຫດການໂຈມຕີ ໃນ ຣັດເຊຍ

  • ວີໂອເອ

ທີມເຮັດວຽກດ້ານໃນຂອງ Crocus City Hall ທີ່ຕັ້ງຢູ່ດ້ານນອກຂອງນະຄອນຫຼວງມົສກູ, ວັນທີ 23 ມີນາ 2024, ລຸນຫຼັງການໂຈມຕີໃນວັນສຸກທີ່ຜ່ານມາ ເຊິ່ງກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບດັ່ງກ່າວນີ້. (Russian Emergency Ministry Press Service via AP)

ກຸ່ມກໍ່ການຮ້າຍລັດອິສລາມໂຄຣາຊານ ໄດ້ອອກຖະແຫຼງການສະບັບນຶ່ງ ໃນພາສາ ພາສໂຕ (Pashto) ເມື່ອວັນຈັນວານນີ້ ໂດຍຍົກຍ້ອງຕໍ່ການໂຈມຕີໃສ່ງານຄອນເສີດຢູ່ນະຄອນຫຼວງມົສກູ ໃນວັນສຸກທີ່ຜ່ານມາ ແລະໄດ້ຕໍາໜິຕໍ່ກຸ່ມຕາລີບານອັຟການິສຖານ ທີ່ກຳລັງປົກຄອງປະເທດວ່າ ພະຍາຍາມສ້າງຄວາມສຳພັນກັບ ສະຫະລັດ, ຣັດເຊຍ, ຈີນ ແລະບັນດາປະເທດຕ່າງໆ.

ຖະແຫຼງການ 30 ໜ້າ ໄດ້ຖືກເຜີຍແຜ່ໃນສື່ສັງຄົມ ແລະສົ່ງໃຫ້ແກ່ບັນດານັກຂ່າວໃນວັນຈັນວານນີ້, ແຕ່ພວກເຂົາບໍ່ໄດ້ສະແດງຄວາມຮັບຜິດຊອບຕໍ່ການໂຈມຕີໃນນະຄອນຫຼວງມົສກູ. ກົງກັນຂ້າມ, ພວກເຂົາແນເປົ້າໝາຍໃສ່ການຕໍາໜິວິຈານ ແລະສະແດງການເຍາະເຢີ້ຍຕໍ່ກຸ່ມຕາລິບານ ໃນອັຟການິສຖານ, ເຊິ່ງເປັນສັດຕູຂອງກຸ່ມ IS-K ມາເປັນເວລາຍາວນານ.

ກຸ່ມລັດອິດສະລາມໂຄຣາຊານ, ເຊິ່ງບາງຄັ້ງຮ້ອງວ່າ ກຸ່ມໄອເອສ-ໂຄຣາຊານ (IS-Khorasan) ຫຼື ISKP ເປັນເຄືອຂ່າຍຂອງກຸ່ມຫົວຮຸນແຮງລັດອິດສະລາມທີ່ໃຫຍ່ກວ່າ, ເຊິ່ງໄດ້ອ້າງເອົາຜົນງານຂອງການໂຈມຕີ ໃນວັນສຸກແລ້ວນີ້ ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດຮອດ 137 ຄົນ.

ຖະ​ແຫຼງການ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ມີ​ຫົວ​ຂໍ້​ວ່າ “ລຸນຫຼັງ​ການ​ໂຈມ​ຕີ​ຂອງ​ມົສກູຄື: ຄວາມ​ໂສກ​ເສົ້າ ​ແລະ​ຄວາມ​ຢ້ານ​ກົວ​ຂອງ​ພວກ​ທະຫານບ້ານ.” ປາກົດວ່າ “ພວກທະຫານບ້ານ” ໝາຍເຖິງ ກຸ່ມຕາລີບານອັຟການິສຖານ.

ຢູ່ໃນຂໍ້​ຄວາມ​ຂອງ​ຖະ​ແຫຼງ​ການ ​ແມ່ນ​ການໂຕ້ແຍ້ງທີ່ຮຸນ​ແຮງ​ຕໍ່​ກຸ່ມ​ຕາ​ລີ​ບັນ​ອັ​ຟ​ກາ​ນິ​ສ​ຖານ. ນອກຈາກ​ນີ້ ພວກເຂົາ​ຍັງໄດ້​ຕັ້ງ​ຊື່ໃຫ້​ກຸ່ມ​ຕາ​ລິບານ​ວ່າ ​ເປັນ​ພັນທະ​ມິດ​ຂອງ​ ສະຫະລັດ, ຣັດ​ເຊຍ, ຈີນ, ປາ​ກີ​ສະຖານ ​ແລະ ​ຕາ​ຈິກ​ກິ​ສຖານ. ກຸ່ມຕາລິບານ ໄດ້ປະນາມຕໍ່ການໂຈມຕີດັ່ງກ່າວ ພຽງບໍ່ເທົ່າໃດຊົ່ວໂມງລຸນຫລັງເຫດການທີ່ເກີດຂຶ້ນໃນວັນສຸກແລ້ວນີ້ ໂດຍຮ້ອງການກະທໍາດັ່ງກ່າວວ່າ ເປັນການໂຈມຕີກໍ່ການຮ້າຍ ແລະລະເມີດມາດຕະຖານຂອງມວນມະນຸດ.

ຖະ​ແຫຼ​ງການ​ຂອງກຸ່ມ IS-K ​ໄດ້​ກ່າວ​ຫາ​ກຸ່ມ​ຕາ​ລິບານ​ວ່າ ຮັບ​ເອົາ​ຄຸນຄ່າ​ຂອງ​ບັນດາ​ປະ​ເທດ​ທີ່​ຮ້ອງ​ວ່າ “ນອກສາສະໜາ.”

ອ່ານຂ່າວນີ້ເປັນພາສາອັງກິດ