ຜູ້ໂຈມຕີ ຄົນສຳຄັນ ຢູ່ປາຣີ ແລະບຣັສເຊີລ ຖືກ ສະຫະລັດ ລົງໂທດ

ພວກທີ່ໄປຮ່ວມໄວ້ອາໄລ ໃຫ້ແກ່ພວກເຄາະຮ້າຍ ຢູ່ນອກ ຮ້ານອາຫານ Le Carillon ຊຶ່ງເປັນນຶ່ງໃນບ່ອນທີ່ຖືກໂຈມຕີ ຢູ່ປາຣີ. (16 ພະຈິກ 2015)

ສະຫະລັດ​ກຳລັງ​ແນ​ເປົ້າໝາຍ​ໃສ່ຄະນະ​ປະຕິບັດ​ງານຂອງ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິສລາມທີ່​ຄິດ​ກັນ​ວ່າ ເປັນ​ຜູ້​ມີ​ບົດບາດ​ສຳຄັນ ໃນ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ນະຄອນ​ປາຣີ​ແລະ​ແບ​ລ ຢ້ຽມ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ທຳ​ການ​ລົງ​ໂທດ ຕໍ່​ທ້າວ Abdelilah Himich ຄົນ​ຝຣັ່ງ​ເຊື້ອສາຍ​ໂມ​ຣັອກ​ໂກ ທີ່​ເຊື່ອ​ກັນ​ວ່າ​ມີ​ຖານປະຕິບັດ​ງານ​ຢູ່ ​ຊີເຣຍ.

ທ້າວ Himich ຊຶ່ງ​ຮູ້​ກັນ​ ໃນ​ອີກ​ຊື່​ນຶ່ງ​ວ່າ Abu Sulayman al-Firansi ​ເປັນ​ຜູ້​ກໍ່ຕັ້ງກອງ ພັນ Tariq Ibn Ziyad ຊຶ່ງ​ເປັນ​ກອງ​ກຳລັງ ທີ່​ປະກອບ​ດ້ວຍ​ພວກ​ນັກ​ລົບ​ຕ່າງປະ​ເທດ​ທີ່​ມາ​ຈາກ​ຢູ​ໂຣບຫຼາຍ​ເຖິງ ​300 ຄົນທີ່​ທຳ​ການ​ເຄື່ອນ​ໄຫວຢູ່​ໃນ​ອີຣັກ ຊີ​ເຣຍແລະ​ແຫ່ງ​ອື່ນໆ.

ຕຳຫຼວດໃນຊຸດປາບຈະລາຈົນ ຢູ່ໃນພິທີ ໄວ້ອາໄລ ໃຫ້ພວກເຄາະຮ້າຍ ຢູ່ບຣັສເຊິລ

ນອກ​ນັ້ນ ກະຊວງ​ການ​ຕ່າງປະ​ເທດ ​ຍັງ​ໄດ້​ລະບຸ​ວ່າ ທ້າວ Himich ​ເປັນ​ບຸກຄົນສຳຄັນ​ໃນ​ການ​ໂຈ​ມຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ຢູ່​ນະຄອນ​ປາຣີເມື່ອ​ເດືອນພະຈິກ​ປີ 2015 ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 130 ຄົນ ພ້ອມ​ທັງ​ການວາງ​ລະ​ເບີດ ​ຢູ່​ນະຄອນ Brussels ​ໃນ​ເດືອນ​ມີນາປີ 2016​ ທີ່​ເຮັດ​ໃຫ້ 32 ຄົນ​ເສຍ​ຊີວິດ​ໄປ​ນັ້ນ.

​ໃນ​ເດືອນ​ຕຸລາ​ຜ່ານ​ມານີ້ ​ເຈົ້າໜ້າ​ທີ່​ຈາກ​ໜ່ວຍ​ປາບ​ປາມ​ພວກ​ກໍ່​ການ​ຮ້າຍ​ຂອງ​ສະຫະລັດ ​ໄດ້​ກ່າວ​ຕໍ່ອົງການ​ຂ່າວ ProPublica ວ່າ ທ້າວ Himich ມີ​ບົດບາດ​ສຳຄັນ​ໃນ​ການ​ໂຈມ​ຕີ​ເຫຼົ່ານັ້ນ.

​ເຈົ້າໜ້າ​ທີ່​ຄົນ​ນີ້​ເວົ້າວ່າ “ພວກ​ເຮົາ​ເຊື່ອ​ວ່າ​ລາວ​ແມ່ນ​ບຸກຄົນ​ສຳຄັນ​ທີ່ພົວພັນ​ໃນ​ການ​ໂຈມ​ຕີ​ຢູ່​ປາຣີ​ ແລະ Brussels ລາວ​ເປັນ​ຜູ້​ວາງ​ແຜນ ​ດ້ານ​ພື້ນຖານໂຄງ​ລ່າງ.”

ພວກ​ລັດ​ອິສລາມ​ຫຼາຍໆ​ຄົນ​ທີ່​ໂຕນ​ເຂົ້າມາ​ສວາ​ມີ​ພັກຍັງ​ໄດ້​ລະບຸ​ວ່າ ທ້າວ Himich ​ເປັນ​ຫົວໜ້າ​ໜ່ວຍ​ປະຕິບັດ​ງານ​ຂອງ​ກຸ່ມ​ລັດ​ອິສລາມ​ໃນ​ຢູ​ໂຣບ.

ອີງ​ຕາມ​ ໂຄງ​ການ​ຕໍ່ຕ້ານ ​ພວກ​ກໍ່​ການ​ຮ້າຍ​ ທ້າວ Himich ​ເຄີຍ​ເປັນ​ທະຫານ Foreign Legion ຂອງຝຣັ່ງ​ໃນ​ປີ 2008 ​ແລະ​ໄປ​ຮັບ​ໃຊ້ ​ຢູ່​ໃນ​ອັຟການິສຖານ ກ່ອນ​ທີ່​ຈະ​ໂຕນ​ໜີ ​ໃນ​ເວລາ​ສອງ​ປີ​ຕໍ່​ມາ.

ນອກ​ນັ້ນ ກະຊວງ​ການ​ຕ່າງປະ​ເທດ​ສະຫະ​ລັດ​ຍັງ​ໄດ້​ລົງ​ໂທດ​ເຈົ້າໜ້າ​ທີ່​ກຸ່ມ​ລັດ​ອິສລາມ​ອີກ 2 ຄົນຄື​ທ້າວ Abdullah Ahmed al-Meshedani ​ແລະ​ທ້າວ Basil Hassan.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ