ການກຳນົດ ພຶດຕິກຳ ການຂ້າລ້າງເຜົ່າພັນ ຂອງພວກ IS ອາດມີ ຄຳຕອບ ຫຼາຍຮູບແບບ

Your browser doesn’t support HTML5

ຊົມວິດີໂອ ກ່ຽວກັບ ຂ່າວນີ້.

ລັດຖະບານທ່ານ ໂອບາມາ ອາດມີຄວາມຮູ້ສຶກ​ໄດ້​ຮັບ​ຄວາມກົດ ດັນເພີ່ມເຕີມ ທີ່ຈະກຳນົດພຶດຕິກຳອັນໂຫດຮ້າຍຂອງພວກລັດ ອິສລາມ ​ເປັນການຂ້າລ້າງ​ເຊື້ອຊາດເຜົ່າພັນ, ຫຼັງຈາກການລົງຄະ ແນນສຽງຢ່າງຖ້ວມລົ້ນຂອງສະພາຕ່ຳ ໃນວັນຈັນຜ່ານ​ມານີ້ເພື່ອສະ ໜັບສະໜູນຕໍ່ການກຳນົດດັ່ງກ່າວ.

ກະຊວງການຕ່າງປະເທດໄດ້ກ່າວວ່າ ລັດຖະມົນຕີການຕ່າງປະ ເທດ ທ່ານ John Kerry ແມ່ນກຳລັງເກັບກຳ ແລະ ປະເມີນ​ຄ່າຂໍ້ ມູນ​ໃນຖານະ​ທີ່​ເປັນ​ພາກສ່ວນໜຶ່ງຂອງການທົບທວນທາງກົດ ໝາຍ ແລະ ຄາດວ່າ ຈະ​ມີການຕັດສິນ​ໃຈໃນ “ໄວໆ” ນີ້.

ພວກນັກຮົບຈາກກຸ່ມ ລັດອິສລາມ ແຫ່ຂະບວນໃນລົດຫຸ້ມເກາະຂອງ ທະ ຫານ ອີຣັກ ຢູ່ຖະໜົນຫຼວງເມືອງ Mosul ທາງພາກເໜືອຂອງປະເທດ ອີຣັກ.

ໂຄສົກກະຊວງການຕ່າງປະເທດ ທ່ານ John Kirby ໄດ້ກ່າວວ່າ “ຂໍ້ໂຕ້ແຍ້ງ ເຊິ່ງດ້ວຍວິທີໃດກໍຕາມ ມັນໄດ້ເປັນການຕັດສິນ​ໃຈ ທີ່ຊັກຊ້າ ຍ້ອນມີ​ທ່າ​ທາງວ່າຈະເປັນການກົດດັນ ເຊິ່ງອາດສົ່ງຜົນ ໃຫ້ມີການໃຊ້ກຳລັງທະຫານເພີ່ມເຕີມ ແມ່ນບໍ່ມີມູນຄວາມຈິງ.”

ແນວໃດກໍຕາມ, ບັນດາເຈົ້າໜ້າທີ່ໄດ້ແນະນຳວ່າ ທ່ານ Kerry ອາດ ຈະຍັງ​ບໍ່​ຕັດສິນ​ໃຈພາຍໃນວັນທີ 17 ມີນານີ້ເຊິ່ງເປັນເສັ້ນຕາຍທີ່ຕັ້ງ ຂຶ້ນໂດຍສະພາ ເມື່ອປີທີ່ຜ່ານມາ.

ບັນຫາກໍແມ່ນວ່າ ການຂ້າຄົນຈຳນວນຫຼວງຫຼາຍ, ການຕັດຫົວຄົນ, ການທໍລະມານ ແລະ ການກໍ່ອາດຊະຍາກຳອື່ນໆຂອງພວກລັດ ອິສລາມ ທີ່ໄດ້ກະທຳຕໍ່ຊົນເຜົ່າ ແລະ ສະສາໜາກຸ່ມນ້ອຍ ໃນປະ ເທດ ອີຣັກ ແລະ ຊີເຣຍ ແມ່ນເໝາະສົມກັບ​ທີ່​ຈະ​ຖືກ​ລະບຸວ່າ ​ເປັນ​ການຂ້າລ້າງ​ເຊື້ອຊາດເຜົ່າພັນຕາມ​ການ​ໃຫ້​ຄຳ​ນິຍົມ​ຂອງ​ສະຫະ​ປະຊາ​ຊາດຫຼືບໍ່ ເຊິ່ງມັນມີ ຄວາມໝາຍວ່າ “​ເປັນການທຳລາຍທັງໝົດ ຫຼື ສ່ວນໜຶ່ງຂອງ ບັນດາຊົນ​ຊາດ, ຊົນເຜົ່າ, ເຊື້ອຊາດ ຫຼື ກຸ່ມສາສະໜາ.”

ບັນດານັກວິເຄາະກ່າວວ່າ ການນຳນົດຂອງ ສະຫະລັດ ອາດຈະກ່ຽວ ຂ້ອງກັບກົດໝາຍ ແລະ ການເມືອງ.

ທ່ານ Gregory Stanton ປະທານອົງການສິ້ງຊອມການຂ້າລ້າງ​ເຊື້ອ ຊາດເຜົ່າພັນກ່າວວ່າ “ມັນເນັ້ນໜັກບໍ່ພຽງແຕ່ບັນດາຜູ້ນຳທາງດ້ານການ ເມືອງຂອງພວກເຮົາເທົ່ານັ້ນ ແຕ່ມັນກໍ ຍັງແມ່ນຕໍ່ປະຊາຊົນຂອງສະຫະ ລັດ ທີ່ວ່ານີ້ແມ່ນການກໍ່ອາດຊະຍາກຳ ຂອງອາດຊະຍາ ກຳທັງຫຼາຍ ທີ່ ພວກເຂົາໄດ້ກໍ່ໄວ້. ນີ້ແມ່ນສິ່ງທີ່ຮ້າຍແຮງທີ່ສຸດ. ມັນຈະບໍ່ມີຫຍັງໂຫດຮ້າຍ ໄປກວ່າການຂ້າລ້າງ​ເຊື້ອ​ຊາດເຜົ່າພັນ.”