ພວກຫົວຮຸນແຮງ ລັດອິສລາມ ຍອມຮັບເອົາ ຄວາມປະລາໄຊ ຢູ່ Kobani

ນັກດັກຍິງ ຊາວຊີເຣຍຊົນເຜົ່າເຄີດ ຄົນນຶ່ງ ນັ່ງຢູ່ເທິງ ຊາກຫັກພັງ ຂອງອາຄານ ໃນເມືອງ Kobani ປະເທດຊີເຣຍ, ວັນທີ 30 ມັງກອນ 2015.

ໃນ​ຂະນະ​ດຽວ​ກັນ ພວກ​ນັກ​ຕໍ່ສູ້ຂອງ​ກຸ່ມລັດ​ອິສລາມຫົວ​ຮຸນ​ແຮງ
​ ​ທີ່ໄດ້ປະ​ເຊີນ​ໜ້າ​ກັບ ກອງ​ທະຫານເຄີ​ດ ແລະການ​ສະໜັບສະ
ໜຸນ​ທາງ​ອາກາດ​ຂອງ​ຝ່າຍພັນທະ​ມິດ ກໍ​ໄດ້​ປະກາດ​ໃນ​ວັນ​ເສົາ​
ວານ​ນີ້ຍອມຮັບ​ຄວາມປະ​ລາ​ໄຊ ​ແລະຖອຍ​ໜີອອກຈາກ​ເມືອງ
Kobani ທີ່​ສຳຄັນ​ຢູ່ເຂດ​ຊາຍ​ແດນຂອງ​ຊີ​ເຣຍ ຫຼັງຈາກ​ທີ່​ໄດ້​ສູ້​ລົບ
​ກັນ​ມາ​ ເປັນ​ເວລາຫຼາຍ​ເດືອນ​ແລ້ວນັ້ນ.

ຜູ້​ບັນຊາ​ການ​ທະຫານ​ສະຫະລັດ​ທ່ານ​ນຶ່ງ ທີ່​ປະສານ​ງານການ
ໂຈມ​ຕີ​ທາງ​ອາກາດ​ຂອງກຸ່ມ​ພັນທະ​ມິດ ​ທີ່​ແນ​ເປົ້າໝາຍໃສ່
​ພວກຫົວ​ຮຸນ​ແຮງ​ຈັດນັ້ນ ​ໄດ້​ຢັ້ງຢືນ​ໄຊຊະນະ​ຂອງ​ຊາວ​ເຄີ​ດ.
ຢູ່​ໃນ​ຄຳ​ຖະ​ແຫລ​ງສະບັບ ​ນຶ່ງ ພົນ​ໂທ James Terry ກ່າວ​ວ່າ
ການ​ໂຈມ​ຕີ​ທາງ​ອາກາດ​ ຂອງ​ແນວ​ໂຮມ​ຍັງ​ຈະສືບຕໍ່​ໄປ​ອີກ ​ເພື່ອ​ຈະ​ໃຫ້ການ​ໜຸນຫຼັງ​ແກ່
ນັກ​ຕໍ່ສູ້​ຊາວ​ເຄີດ​ ໃນ​ການ​ຂັບ​ໄລ່ກຳລັງ​ພວກ​ຫົວ​ຮຸນ​ແຮງ ອອກ​ໄປ​ຈາກບໍ​ລິ​ເວນ ອ້ອມ
​ແອ້​ມ​ຕ່າງໆ ໃກ້​ກັບ​ຊາຍ​ແດນກ້ຳ​ເໜືອຂອງ​ຊີ​ເຣຍ ​ຕິດ​ກັບ​ເທີ​ກີ​.

ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ​ທ່ານ John Kerry ກ່າວຖະ​ແຫລງຢູ່​ທີ່​ນະຄອນ
Boston ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ການຍຶດ​ເອົາ​ເມືອງ Kobani ​ໄດ້​ນັ້ນ ​ແມ່ນເປັນ​ເປົ້າ​ໝາຍ
​ດ້ານຍຸດ​ທະ​ສາດ ​ແລະ ​ດ້ານສັນ ຍາ​ລັກ ​ໃນ​ການ​ສູ້​ລົບຕໍ່ຕ້ານ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

Your browser doesn’t support HTML5

IS IRAQ KOBANI VIDEO

ຢູ່​ໃນ​ວີ​ດີ​ໂອ ທີ່​ນຳອອກເຜີຍ​ແຜ່​ໃນ​ວັນ​ເສົາ​ວານ​ນີ້ ຊາຍ​ສອງ​ຄົນທີ່​ອ້າງ​ຕົນ​ວ່າ ເປັນພວກ​
ຫົວ​ຮຸນ​ແຮງ​ລັດ​ອິສລາມ ກ່າວວ່າ ການ​ໂຈມ​ຕີ​ທາງ​ອາກາດ​ໂດຍ​ແນວ​ໂຮມ​ທີ່​ນຳພາ​ໂດຍ​
ສະຫະລັດ​ນັ້ນ ​ເປັນ​ສາເຫດອັນ ສຳຄັນ ທີ່​ກົດ​ດັນໃຫ້ກຸ່ມ​ພວກຕົນ ຖອຍ​ທັບ​ອອກ​ຈາກ​
ເມືອງ Kobani. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ ​ໄດ້ປະຕິຍານ​ວ່າ ຈະເປີດ​ສາກ​ທຳການ​
ໂຈມ​ຕີ ຕໍ່​ທີ່​ໝັ້ນຕ່າງ​ໆຢູ່​ໃນ ​ແລະ ​ໃກ້ໆ​ກັບ​ເມືອງດັ່ງກ່າວ ທີ່ຖືກ​ທຳລາຍ​ໂດຍ​ສົງຄາມ​ນັ້ນ
ໃນ​ອານາ​ຄົດ.

ການ​ຫັນປ່ຽນ​ໃນ​ການ​ຕໍ່ສູ້ເອົາ​ເມືອງ Kobani ອາດ​ພິສູດ​ໃຫ້​ເຫັນວ່າ​ ເປັນ​ການ​ປະລາ​ໄຊ​
ອັນ​ສຳຄັນ​ ສຳ​ຫລັບ​ພວກ​ລັດ​ອິສລາມ ຊຶ່ງ​ໄດ້ເຂົ້າ ຍຶດ​ເອົາ​ດິນ​ແດນ​ອັນ​ກວ້າງ​ໃຫຍ່ ຂອງ​
ຊີ​ເຣຍ ​ແລະ ອີຣັກ ​ໃນ​ໄລຍະ 7 ​ເດືອນ​ທີ່​ຜ່ານ​ມານັ້ນ.

ຊາວໂກບານີ ພາກັນກັບຄືນ ສູ່ບ້ານເມືອງທີ່ຖືດທຳລາຍ ເສຍຫາຍໜັກ:

Your browser doesn’t support HTML5

Kobani Residents Return to Widespread Devastation