ເຈົ້າໜ້າທີ່ຂັ້ນສູງຂອງກະຊວງການເງິນສະຫະລັດທ່ານນຶ່ງ ກ່າວວ່າ ໃນຄວາມພະຍາຍາມ ເພື່ອເຮັດໃຫ້ຄວາມຮັ່ງມີຂອງກຸ່ມລັດອິສລາມຫລຸດນ້ອຍລົງນັ້ນ ແມ່ນໄດ້ກ້າວໜ້າໄປດ້ວຍດີ ແຕ່ຍັງບໍ່ສາມາດເຮັດໃຫ້ການເງິນຂອງພວກເຂົາເປັນອຳມະພາດໄດ້ເທື່ອ.
ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນຂອງສະຫະລັດ ທ່ານ Daniel Glaser ໄດ້ກ່າວໃນວັນພຸດວານນີ້ ໃນລະຫວ່າງການປຶກສາຫາລືກັນ ທີ່ມູນນິທີເພື່ອປ້ອງກັນປະຊາທິປະໄຕ ໃນວັນອັງຄານຜ່ານມານີ້ວ່າ “ກຸ່ມ ISIL ແມ່ນໄດ້ຮັບຄວາມເສຍຫາຍທາງການເງິນ ແລະສ່ວນໃຫຍ່ແລ້ວ ແມ່ນເປັນຍ້ອນການດຳເນີນຄວາມພະຍາຍາມ ຂອງກຳລັງປະສົມ.”
ສິ່ງທີ່ເຫັນໄດ້ຊັດແຈ້ງນັ້ນ ແມ່ນການປະຕິບັດງານຕໍ່ການຂາຍນ້ຳມັນຂອງກຸ່ມ IS ຊຶ່ງໃນຄັ້ງນຶ່ງນັ້ນ ແມ່ນນຳເອົາລາຍໄດ້ເຂົ້າມາປະມານ 500 ລ້ານ ໂດລ່າ ຕໍ່ປີ.
ພະນັກງານເດັກນ້ອຍ ໃນບ່ອນກັ່ນນ້ຳມັນ ໃນຊິເຣຍ.
ຫ້ອງການຕໍ່ຕ້ານພວກກໍ່ການຮ້າຍແລະການສືບລັບດ້ານການເງິນຂອງກະຊວງການເງິນເຊື່ອວ່າ ລາຍໄດ້ທີ່ວ່ານີ້ ໄດ້ຖືກຕັດລົງເຄິ່ງນຶ່ງ ເຫລືອປະມານ 250 ລ້ານໂດລ່າ ຕໍ່ປີ ຍ້ອນການປະຕິບັດງານໂຈມຕີທາງອາກາດຂອງກຳລັງປະສົມ ເພື່ອຕໍ່ຕ້ານການລັກລອບສົ່ງນ້ຳ ມັນ ແລະການຕົກຕ່ຳລົງຂອງລາຄານ້ຳມັນໂລກ.
ເຈົ້າໜ້າທີ່ສືບລັບຂອງສະຫະລັດ ໄດ້ກ່າວໂດຍບໍ່ປະສົງອອກນາມ ວ່າ “ມັນເປັນທີ່ຈະແຈ້ງແລ້ວວ່າ ກຸ່ມລັດອິສລາມ ໄດ້ຮັບຄວາມກົດດັນ ຈາກການໂຈມຕີທາງອາກາດ ຕໍ່ໂຮງກັ່ນນ້ຳມັນຢ່າງຕໍ່ເນື່ອງ ຕະຫລອດທັງການເກັບສະສົມເງິນສົດຂອງກຸ່ມ ໃນອີຣັກແລະຊິເຣຍ ຊຶ່ງທັງໝົດນີ້ຕ່າງກໍໄດ້ຮັບຜົນກະທົບ.”
ເຈົ້າໜ້າທີ່ທ່ານນີ້ກ່າວເພີ້ມຕື່ມວ່າ “ເມື່ອເວົ້າເຖິງຫຼາຍໆດ້ານກ່ຽວກັບກຳລັງຄົນຂອງກຸ່ມແລ້ວ ການເກັບເກນຜູ້ຄົນໃໝ່ແລະຊ່ອງໃນການປະຕິບັດງານນັ້ນ ກຸ່ມລັດອິສລາມ ISIL ແມ່ນຢູ່ຈຸດຕ່ຳສຸດ.”
ປື້ມລົງບັນຊີຂອງ ກຸ່ມລັດ ອິສລາມ ທີ່ ສະແດງອອກເຖິງລາຍລະອຽດ ຂອງການສະແດງອອກ ໃນເມືອງ Dabiq. (ພາບໂດຍ Aymenn Jawad al-Tamimi, ກອງປະຊຸມຕາເວັນອອກກາງ)
ໄດ້ມີການຄາດຄະເນກັນກ່ຽວກັບເງິນສົດສຳຮອງພຽງຢ່າງດຽວຂອງກຸ່ມລັດອິສລາມນັ້ນແມ່ນຖືກຕັດລົງຢ່າງຫຼວງຫຼາຍ ຈາກ 300 ຫາ 800 ລ້ານ ໃນຂະນະສະຫະລັດ ແລະພາຄີໃນ ກຳລັງປະສົມ ໄດ້ເພີ້ມການໂຈມຕີທາງອາກາດ ທີ່ມີເປົ້າໝາຍໃສ່ການເງິນຂອງກຸ່ມດັ່ງກ່າວ.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Ash Carter ໄດ້ບອກກັບຄະນະກຳມະການກອງທັບສະພາສູງ ໃນທ້າຍເດືອນແລ້ວນີ້ວ່າ ການປະຕິບັດງານຂອງກຳລັງປະສົມໄດ້ບີບຄັ້ນ ຕໍ່ຊັບພະຍາກອນທາງການເງິນກຸ່ມລັດອິສລາມ ໂດຍບ່ອນທຳລາຍ ຄວາມສາມາດໃນການປົກຄອງຂອງກຸ່ມດັ່ງກ່າວ.