ກຸ່ມລັດອິສລາມ ເປີດສາກ ບຸກໂຈມຕີ ຄັ້ງໃຫຍ່ ຢູ່ພາກເໜືອ ຂອງຊີເຣຍ

ພົນລະເຮືອນ ຈຳນວນນຶ່ງ ຜູ້ທີ່ ໄດ້ຮັບບາດເຈັບ ອັນທີ່ບັນດານັກເຄື່ອນໄຫວ ກ່າວວ່າ ເປັນຍ້ອນຄວາມຮຸນແຮງ ຈາກພວກນັກຕໍ່ສູ້ລັດອິສລາມ ຢູ່ໃນເມືອງ Kobani ລໍຖ້າບັນດາຍາດຕິພີ່ນ້ອງ ກ່ອນທີ່ຈະຂ້າມໄປ ເທີກີ, ວັນທີ 25 ມິຖຸນາ 2015.

ກຸ່ມ​ລັດ​ອິສລາມ ​ໄດ້​ເປີດ​ສາກ ບຸກ​ໂຈມ​ຕີຄັ້ງ​ໃໝ່ ຕໍ່​ເມືອງ Kobani
ເຊິ່ງເປັນເມືອງທີ່ຄຸ້ມ​ຄອງ​ໂດຍ​ຊາວເຄີ​ດ ຕັ້ງຢູ່ຕິດ​ກັບຊາຍ​ແດນ
​ຊີ​ເຣຍ ​ອັນ​ເປັນ​ນຶ່ງ​ໃນ​ສາມຈຸດ​ທີ່​ສຳຄັນ ທີ່ມີລາຍງານວ່າ ກຸ່ມລັດ
ອິສລາມໄດ້ ເປີດສາກ​ໂຈມ​ຕີ​ ​ໃນ​ທົ່ວ​ປະ​ເທດ ​ໃນວັນ​ພະຫັດ​ມື້​ນີ້.

ການ​ໂຈມ​ຕີ​ດັ່ງກ່າວ ​ໄດ້​ເລີ້ມ​ຕົ້ນຂຶ້ນ ດ້ວຍ​ການວາງ​ລະ​ເບີດ​
ສະຫລະ​ຊີບ ​ເມື່ອ​ຕອນ​ເຊົ້າວັນ​ພະ​ຫັດ​ມື້​ນີ້ ຢູ່​ໃກ້​ກັບດ່ານຂ້າມ
​ຊາຍ​ແດນ​ຂອງ​ເມືອງ Kobani ​ໄປ​ຍັງ​ປະ​ເທດ​ເທີ​ກີ ອິງ​ຕາມ
​ອົງການ​ສິ້ງ​ຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ​ທີ່ກ່າວ​ວ່າ ຫຼາຍສິບຄົນ
​ຖືກ​ຂ້າ​ຕາຍ ຫຼື ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ຕໍ່ສູ້​ກັນ.

ແຜນທີ່ ສະແດງໃຫ້ເຫັນ ຈຸດທີ່ຕັ້ງຂອງເມືອງຕ່າງໆ ໃນຊີເຣຍ

ອົງການ​ດັ່ງກ່າວ ທີ່​ມີ​ຫ້ອງການຕັ້ງ​ຢູ່​ປະ​ເທດອັງກິດ ​ກ່າວ​ໃນເວລາຕໍ່ມາ ວ່າ ພວກ​ນັກ​ຕໍ່ສູ້​
ລັດອິສລາມ ​ໄດ້​ສັງຫານ ພົນ​ລະ​ເຮືອນຊາວ​ເຄີ​ດຢ່າງ​ນ້ອຍ 20 ຄົນ​ ລວມທັງພວກ​ຜູ້ຍິງ
​ແລະ ​ເດັກນ້ອຍ ຢູ່​ໃນ​ເມືອງ Barkh Butan ບໍ່​ໄກ​ປານ​ໃດຈາກ​ເມືອງ Kobani ໄປທາງ
ທິດ​ໃຕ້.

ພວກ​ນັກ​ຕໍ່ສູ້​ຊາວ ​ເຄີ​ດ ທີ່ໄດ້ຮັບການສະໜັບສະໜຸນ​ໂດຍ​ການ​ໂຈມ​ຕີ​ທາງ​ອາກາດ ພາຍໃຕ້ ການນຳພາ​ໂດຍສະຫະລັດ ​ໄດ້ເຂົ້າ​ຍຶດເອົາ​ເ​ມື​ອງ Kobani ​ໃນ​ເດືອນ​ມັງກອນ​ປີ​ນີ້ ຫຼັງຈາກ​ທີ່​ໄດ້​ປະ​ທະ​ກັບ​ກອງ​ກຳລັງ​ລັດ​ອິສລາມ ເປັນເວລາຫຼາຍໆ​ເດືອນ.​ ​ມີການມອງ
ກັນວ່າ ​ມັນເປັນໄຊຊະ ນະທີ່ສຳຄັນ ​ແລະ​ເປັນ​ສັນຍາ​ລັກ ​ໃນ​ການ​ຕໍ່ສູ້​ຕ້ານ​ພວກ​ລັດ​ອິສລາມ.

ລົດຄັນນຶ່ງແລ່ນຜ່ານເຂດທີ່ຖືກທຳລາຍ ໃນລະຫວ່າງ ການສູ້ລົບ ລະຫວ່າງ ກອງກຳລັງຊາວເຄີດ ທີ່ໜຸນຫຼັງໂດຍ ສະຫະລັດ ແລະ ພວກນັກຕໍ່ສູ້ລັດອິສລາມ ໃນເມືອງ Kobani ຢູ່ທາງທິເໜືອຂອງຊີເຣຍ, ວັນທີ 18 ເມສາ 2015.

ນອກນັ້ນ ໃນ​ວັນ​ພະຫັດ​ມື້ນີ້ ອົງການ​ສິ້ງ​ຊອມສິດທິມະນຸດ​ດັ່ງກ່າວ ​ຍັງໄດ້ ​ລາຍ​ງານ​ວ່າ
ກອງ​ກຳລັງກຸ່ມ​ລັດ​ອິສລາມ ​ໄດ້ຍຶດ​ເອົາ 2 ຄຸ້ມ ​ໃນ​ເມືອງ Hasaka ​ຢູ່ທາງ​ພາກ​ຕາ​ເວັນອອກ ສຽງ​ເໜືອ ຈາກ​ກອງ​ກຳລັງ​ລັດຖະບານ. ​ແຫຼ່ງ​ຂ່າວກອງທັບຊີ​ເຣຍ ​ໄດ້​ປະຕິ​ເສດ​ຕໍ່ລາຍງານ​ດັ່ງກ່າວ ​ແລະກ່າວ​ວ່າ ກອງ​ກຳລັງ​ລັດຖະບານ ​ໄດ້​ຂັບ​ໄລ່ ການ​ໂຈມ​ຕີ
ຂອງ​ພວກນັກ​ຕໍ່ສູ້​ສົງຄາມສັກສິດ ອິງ​ຕາມ​ອົງການ​ຂ່າວ Reuters.

ໃນ​ຂະນະ​ດຽວ​ກັນນັ້ນ ​ແນວ​ໂຮມ​ຂອງ​ພວກ​ກະບົດ​ທີ່​ເອີ້ນ​ວ່າ ​ພັນທະ​ມິດໃນເຂດພາກໃຕ້ ​
ໄດ້​ໂຈມ​ຕີ ທີ່​ໝັ້ນຂອງ​ລັດຖະບານ​ຫຼາຍໆ​ແຫ່ງ ​ໃນ​ວັນ​ພະຫັດ​ມື້​ນີ້ ໃນ​ເມືອງ Daraa ຢູ່​ທາງ​
ພາກ​ໃຕ້ ​ໃນ​ອັນ​ທີ່​ປາກົດ​ວ່າ ​ເປັນ​ການ​ບຸກໂຈມຕີ ທີ່​ໄດ້ມີການໃຫ້ຄຳໝັ້ນ​ສັນຍາໄວ້ ​ເປັນ​
ເວລາ​ດົນ​ນານ​ມາ​ແລ້ວ.