ທີ່ປະເທດອີຣັກ ຊາວນະຄອນຫລວງແບກແດດ ກຳລັງປະເມີນຜົນ
ຂອງຄວາມເສຍຫາຍ ໃນເມືອງຫລວງຂອງປະເທດ ຫຼັງຈາກລົດ
ລະເບີດ ຫຼາຍຄັນ ແຕກຂຶ້ນເປັນຄື້ນໆ.
ລະເບີດໄດ້ແຕກຂຶ້ນຢູ່ໃນເມືອງຫລວງ ເມື່ອຕອນແລງຂອງວັນສຸກວານນີ້ ເຮັດໃຫ້ມີຢ່າງນ້ອຍ 24 ຄົນ ເສຍຊີວິດ.
ການໂຈມຕີບັ້ນນຶ່ງ ເກີດຂຶ້ນຢູ່ໃກ້ກັບຮ້ານກາເຟແຫ່ງນຶ່ງ ໃນໝູ່ບ້ານ Baladiyat ຂອງຊາວ Shi’ite.
ບໍ່ມີຜູ້ໃດ ອອກມາອ້າງເອົາຄວາມຮັບຜິດຊອບ ສຳຫລັບການໂຈມຕີດັ່ງກ່າວ.
ການໂຈມຕີດ້ວຍລົດລະເບີດ 4 ຄັນໃນພາກເໜືອຂອງນະຄອນຫລວງ ແບກແດດ ສ້າງຄວາມເສຍຫາຍຢ່າງຫລວງຫຼາຍ ແລະໄດ້ສັງຫານ ພົນລະເມືອງຊາວ Shi'ite ຫຼາຍຄົນ.
Baghdad residents are assessing the damage to Iraq's capital city after a wave of car bombs.
The blasts hit the city late Friday, killing at least 24 people.
One of the attacks took place near a cafe in the Shi'ite neighborhood of Baladiyat.
No one has claimed responsibility for the attacks.
Your browser doesn’t support HTML5
IRAQ VIOLENCE VO