ພວກ Al-Shabab ຄັດຄ້ານການເລືອກຕັ້ງ ຂອງປະທານາທິບໍດີ ຄົນໃໝ່ໃນ ໂຊມາເລຍ

ປະທານາທິບໍດີທີ່ຖືກເລືອກໃໝ່ຂອງ ໂຊມາເລຍ ທ່ານ Mohamed Abdullahi Farmajo ຢູ່ທາງຂ້າງ ປະທາ ນາທິບໍດີ ທີ່ພົ້ນຈາກຕຳແໜ່ງ ທ່ານ Hassan Sheikh Mohamud (ຊ້າຍ) ກ່າວຄຳປາໄສຕໍ່ບັນດາສະມາຊິກ ສະພາຫຼັງຈາກຊະນະການລົງຄະແນນສຽງທີ່ສະໜາມ ບິນໃນນະຄອນຫຼວງ ໂມກາດິຊູ ຂອງ ໂຊມາເລຍ. 8 ກຸມພາ, 2017.

ເຈົ້າໜ້າທີ່ອາວຸໂສຄົນໜຶ່ງຂອງກຸ່ມ al-Shabab ກ່າວວ່າ ກຸ່ມກະບົດອິສລາມຂອງເຂົາໄດ້ ຄັດຄ້ານການເລືອກຕັ້ງຂອງທ່ານ Mohamed Abdulladhi Farmajo ເປັນປະທານາທິ ບໍດີຂອງປະເທດ ໂຊມາເລຍ.

ທ້າວ Hassan Yaqub Ali, ຜູ້ທີ່ເປັນສະມາຊິກຂອງການນຳກຸ່ມ al-Shabab ແລະ ຜູ້ ປົກຄອງ ຂອງກຸ່ມຫົວຮຸນແຮງຂອງພາກພື້ນ Galgudud ໄດ້ຂົ່ມຂູ່ວ່າ ກຸຸ່ມດັ່ງກ່າວຈະ ແນເປົ້າໝາຍໃສ່ ຄອບຄົວ ແລະ ຜູ້ໃດກໍຕາມທີ່ຮ່ວມມືກັບປະທານາທິບໍດີຄົນໃໝ່ນີ້.

ເຂົາໄດ້ກ່າວໃນຄຳປາໄສທີ່ອອກອາກາດໂດຍສື່ມວນຊົນ al-Shabab ໃນຕອນຄ່ຳຂອງ ວັນເສົາ ວານນີ້ວ່າ “ພວກເຮົາຈະຕໍ່ສູ້ກັບລາວໃນລະຫວ່າງການດຳລົງຕຳແໜ່ງສີ່ປີ ຂອງລາວ.”

ທ່ານ Farmajo ໄດ້ຖືກເລືອກເອົາໂດຍສະພາແຫ່ງຊາດ ໂຊມາເລຍ ໃນວັນທີ 8 ເດືອນ ກຸມພາ ທີ່ຜ່ານມາ ໃນການເລືອກຕັ້ງທີ່ໄດ້ຮັບຄວາມຍິນດີ ແລະ ສະເຫຼີມສະຫຼອງຢ່າງ ກວ້າງຂວາງໂດຍ ປະຊາຊົນ ໂຊມາເລຍ.

ຫຼາຍຄົນຜູ້ທີ່ໄດ້ສະເຫຼີມສະຫຼອງນັ້ນ ໄດ້ຍົກຍ້ອງວຽກງານຂອງທ່ານ Farmajo ໃນລະ ຫວ່າງ ການດຳລົງຕຳແໜ່ງນາຍົກລັດຖະມົນຕີ 7 ເດືອນຂອງທ່ານໃນປີ 2010 ແລະ 2011. ໃນເວລາ ນັ້ນ, ທ່ານ Farmajo ໄດ້ຈ່າຍເງິນເດືອນໃຫ້ພະນັກງານລັດຖະບານ ແລະ ທະຫານ. ນອກນັ້ນ ທ່ານຍັງໄດ້້ເອົາບົດບາດສຳຄັນໃນການເຕົ້າໂຮມທະຫານ ໂຊມາເລຍ ທີ່ມີຄວາມອ່ອນແອເພື່ອຕໍ່ ສູ້ຮ່ວມກັບກອງທັບສະຫະພາບ ອາຟຣິກາ ໃນການໂຈມຕີທີ່ໄດ້ຜັກດັນພວກ al-Shabab ອອກ ຈາກທຳນຽບປະທານາທິບໍດີ.

ເຈົ້າໜ້າທີ່ກຸ່ມ al-Shabab ປາກົດວ່າ ໄດ້ມີຄວາມເປັນຫ່ວງໂດຍຄວາມນິຍົມຂອງທ່ານ Farmajo, ໂດຍກ່າວວ່າ ປະທານາທິບໍດີຄົນໃໝ່ບໍ່ແມ່ນ “ຄົນຮັກຊາດ.”

ໃນການຕອບສະໜອງຕໍ່ການສະເຫຼີມສະຫຼອງທົ່ວປະເທດນັ້ນ, ທ້າວ Ali ໄດ້ກ່າວວ່າ ການເດີນ ຂະບວນນັ້ນ “ໄດ້ຖືກວ່າຈ້າງໂດຍອົງການ NGO.”

ທ່ານ Farmajo ໄດ້ອາໄສຢູ່ໃນ ສະຫະລັດ ກ່ອນການເລືອກຕັ້ງຂອງທ່ານ ແລະ ເປັນຜູ້ທີ່ ຖືສອງ ສັນຊາດ ຄືສັນຊາດໂຊມາເລຍ ແລະ ອາເມຣິກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ