ສຫລ ລົງໂທດ ​ຜູ້ນາໍ ຂອງ​ກຸ່ມ IS ​2 ​ຄົນ ​ຈາກ​​ເອ​ເຊຍ ​ຕາ​ເວັນ​ອອກສຽງ​ໃຕ້

ຕໍາຫລວດຈາກໜ່ວຍປະຕິບັດງານພິເສດ ຢືນຍາມ ແລະລາດຕາເວນ ຢູ່ສະໜາມບິນ Ngurah Rai ໃນເມືອງ Denpasar ຢູ່ເກາະຕາກອາກາດບາຫລີ ຂອງອິນໂດເນເຊຍ ໃນວັນທີ 15 ມັງກອນ 2016, ພາຍຫລັງທີ່ມີລະເບີດແຕກ ຫລາຍແຫ່ງໃນປະເທດ.

ໃນ​ວັນ​ພະຫັດ​ວານ​ນີ້ ພວກ​ເຈົ້າໜ້າ​ທີ່​ກະຊວງການເງິນຂອງສະຫະລັດ ​ໄດ້​ທຳການລົງ
ໂທດ ​ຕໍ່ຜູ້​ນໍາ​ຂອງ​ກຸ່ມລັດ​ອິສລາມ ຫລື IS ທີ່ສຳຄັນ ສອງ​ຄົນ ​ຢູ່ໃນ​ເຂດ​ເອ​ເຊຍ​ຕາ​ເວັນ
​ອອກສຽງ​ໃຕ້ ​ໃນ​ຂໍ້​ຫາ​ວ່າ​ ພວກ​ກ່ຽວ​ໄດ້​ເກັບເກນພະນັກງານ ແລະ​ຟອກ​ເງິນຈາກ​ຖານ
ປະຕິບັດງານ ​ຢູ່​ໃນອີຣັກ ​ແລະ​ຊີ​ເຣຍ.

ທ້າວ Mohammad Bahrun Naim Anggih Tamtomo ສັນຊາດ​ອິນ​ໂດ​ເນ​ເຊຍ
​ແລະ​ທ້າວ Mahmmad Vandy Ben Mohammad Jedi ທີ່​ຕົ້ນຕໍມາຈາກປະເທດ
ມາ​ເລ​ເຊຍນັ້ນ ​ໄດ້​ຖືກ​ຈົດຊື່​ເຂົ້າ​ໄປ​ໄວ້​ຢູ່​ໃນ​ບັນຊີ​ຂອງ​ຜູ້ກໍ່ການ​ຮ້າຍລະ​ດັບ​ໂລກທີ່​ໄດ້
ສະໜອງການສະໜັບສະໜຸນທາງດ້ານການເງິນ ແລະ​ການ​ປະຕິບັດ​ງານ​ແກ່ກຸ່ມ IS
ຢູ່​ໃນ​ທັງສອງ​ປະ​ເທດດັ່ງກ່າວ ​ແລະຈັດສົ່ງເງິນ​ຜ່ານເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້
ເພື່ອ​ໄປເກນເອົາ​ຄົນ​ ໄປ​ສູ້​ລົບ​ ໃນ​ສະໜາມລົບ​ຂອງ​ກຸ່ມ IS.

ທ່ານ John E. Smith ຜູ້​ອໍານວຍ​ການ​ຂອງ​ຫ້ອງການ​ຄຸ້ມ​ຄອງ​ຊັບ​ສິນຢູ່​ຕ່າງປະ​ເທດ
ຂອງ​ກະຊວງ​ການເງິນສະຫະລັດ ເວົ້າ​ໃນ​ຖະ​ແຫງ​ການ​ສະບັບ​ນຶ່ງ​ວ່າ “ການຈັດຊື່ທ້າວ Mohammad Bahrun Naim Anggih Tamtomo ​ແລະ​ທ້າວ Mahmmad Van-
dy Ben Mohammad Jedi ​ເຂົ້າ​ໃນ​ບັນຊີ​ດັ່ງກ່າວ ​ແມ່ນ​ເປັນ​ສັນຍານ​ເຕືອນ​ໃຫ້​ບຸກ
ຄົນ​ທີ່​ໃຫ້ການສະໜັບສະໜຸນ ​ແກ່ກຸ່ມ ISIS ​ແລະ​ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າ ການ
​ຕັດສິນ​ໃຈ​ອັນ​ແນ່​ວ​ແນ່ ຂອງລັດຖະບານ​ສະຫະລັດ ​ໃນ​ການ​ຕໍ່ສູ້ ກັບການກໍ່ການ​ຮ້າຍ
ແລະ​ການ​ໃຫ້​ທຶນ​ແກ່ການ​ດໍາ​ເນີນການກໍ່ການ​ຮ້າຍຢູ່​ໃນ​ພາກພື້ນ.​”

ທັງ​ສອງ​ຄົນ ​ແມ່​ນສ່ວນ​ນຶ່ງ​ຂອງ​ຈຳ​ນວນ 7 ຄົນ ​ທີ່ມີຊື່ຢູ່​ໃນ​ບັນຊີ​ພວກ​ຖືກ​ລົງ​ໂທດ ຊຶ່ງ
​ຮວມທັງ ທ້າວ Anjem Choudary ອາຍຸ 50 ປີ ຊຶ່ງ​ເປັນ​ອາຈານ​ສອນສາສະໜາອິສ
ລາມ​ຊາວ​ອັງ​ກິດທີ່​ຖື​ກຕັດສິນ​ໃຫ້ຈໍາ​ຄຸກ​ໃນ​ປີ​ກາຍ​ນີ້ທີ່​ໄດ້​ໃຫ້ການສະໜັບສະໜຸນ​ແກ່
ກຸ່ມ IS.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ