ພາຍຸໄອຊິກ ອ່ອນແຮງລົງ ແຕ່ພາຍຸຫົວໃໝ່ ກໍາລັງຈະມາ (ວີດີໂອ)

ຊາຍຄົນນຶ່ງ ຢືນຢູ່ຕໍ່ໜ້າຕົ້ນໄມ້ທີ່ຫັກລົງມາ ທີ່ຖະໜົນ Louisiana Avenue ຂະນະທີ່ລົມເຮີຣິເຄນໄອຊິກພັດຖະຫຼົ່ມນະຄອນ New Orleans (29 ສິງຫາ 2012).

ພວກນັກ​ພະຍາກອນ​ອາກາດສະຫະລັດ ​ໄດ້​ລົດ​ຄວາມ​ແຮງ​
ຂອງລົມພາຍຸ​ເຂດ ຮ້ອນໄອ​ຊິກ ລົງ​ມາ​ເປັນ​ລົມພາຍຸ​ຄວາມ​ກົດ
​ອາກາດ​ຕໍ່າ ​ແຕ່​ກໍ​ເຕືອນ​ວ່າ ອັນຕະລາຍໃນ​ເຂດພາກ​ໃຕ້ຂອງ
ສະຫະລັດ ຈາກ​ລະບົບ​ລົມ​ພາຍຸ​ດັ່ງກ່າວ ຍັງ​ບໍ່​ທັນໝົດໄປ
ເທື່ອ.

ສູນ​ກາງ​ເຮີ​ລີ​ເຄນ​ແຫ່ງ​ຊາດຂອງ​ສະຫະລັດ ກ່າວ​ວ່າ ລົມພາຍຸ​ໄອ
​ຊິກທີ່​ມີການ​ເຄື່ອນ​ຍ້າຍ​ຢ່າງ​ຊ້າໆນັ້ນ ​ໄດ້​ອ່ອນ​ກຳລັງລົງ​ໃນ
​ພາກ​ເໜືອ​ຂອງ​ລັດ Louisiana ​ໃນ​ວັນ​ພະຫັດວານ​ນີ້. ລະ​ບົບ
ລົມ​ພາຍຸດັ່ງກ່າວ ​ຄາດ​ວ່າ​ຈະ​ເຮັດ​ໃຫ້​ມີ​ຝົນຕົກ​ຫລາຍ​ຂື້ນ ​ໃນ​
ຂະນະ​ທີ່​ມັນ​ເຄື່ອນ​ຍ້າຍ​ໄປ​ສູ່​ພາກ​ເໜືອ. ພວກນັກ​ພະຍາກອນ
​ອາກາດກ່າວ​ວ່າ ບາງເຂດ​ຂອງລັດ Louisana, Mississipi,
Alabama ​ແລະ Arkansas ອາດມີ​ຝົນຕົກ​ຫຼາຍ​ເຖິງ 63 ຊັງ
​ຕີ​ແມດ ມາ​ຮອດ​ວັນ​ສຸກ​ມື້ນີ້.

ສູນ​ກາງ​ລົມ​ເຮີຣິ​ເຄນ​ແຫ່ງ​ຊາດ​ເຕືອນ​ວ່າ ອາດ​ຍັງ​ຈະ​ມີ​ນໍ້າ​ຖ້ວມ​ຕື່ມ​ອີກ​ຢູ່​ໃນ​ກໍ້າ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ລັດ Louisana ​ແລະ​ລັດ Mississipi ຕະຫຼອດທັງ​ມີຄວາມ​ເປັນ​ໄປ​
ໄດ້​ໃນ​ການ​ທີ່​ຈະ​ເກີດ​ລົມ​ຫົວກຸດ tornado.

ບັນດານັກພະຍາກອນອາກາດ ກໍາລັງຈັບຕາເບິ່ງຢ່າງໃກ້ສິດເບິ່ງລະບົບພາຍຸອີກຫົວນຶ່ງ ທີ່ມີຊື່ວ່າ Kirk ຊຶ່ງເປັນລົມພາຍຸຫົວທີຫ້າຂອງປີນີ້ ທີ່ເກີດໃນເຂດມະຫາສະມຸດ Atlantic.

Kirk ເປັນພາຍຸທີ່ມີຄວາມແຮງຢູ່ໃນລະດັບນຶ່ງ ຊຶ່ງມີລົມແຮງເຖິງ 150 ກິໂລແມັດຕໍ່ຊົ່ວ ໂມງ. ບັນດານັກພະຍາກອນອາກາດກ່າວວ່າ ມັນກໍາລັງທໍາການເຄື່ອນຍ້າຍຢ່າງໄວ ສູ່ ພາກຕາເວັນຕົກຂອງມະຫາສະມຸດ Atlantic ແລະຈະເພີ້ມຄວາມແຮງຂື້ນມາອັນດັບ ສອງ ໃນມື້ວັນສຸກນີ້.