ກຸ່ມກໍ່ການຮ້າຍ ລັດອິສລາມ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ແນເປົ້າໝາຍໃສ່ ສະຫະລັດ
ແລະ ກຳລັງທີ່ໜຸນຫຼັງໂດຍສະຫະລັດ ໃນເມືອງ ມານບິຈ ຢູ່ທາງ ພາກເໜືອຂອງຊີເຣຍ
ບ່ອນທີ່ການໂຈມຕີສະຫຼະຊີບ ໄດ້ສັງຫານ ທະຫານອາ ເມຣິກັນ 4 ຄົນ ແລະ ທະຫານ
ກຸ່ມແນວໂຮມ 5 ຄົນ.
ການກ່າວອ້າງດັ່ງກ່າວ ທີ່ໄດ້ຖືກພິມເຜີຍແຜ່ ໃນນິດຕະຍະສານທາງອິນເຕີແນັດ ເອີ້ນ
ວ່າ ນາບາ (Naba), ມີຂຶ້ນໃນຂະນະທີ່ ບັນດາເຈົ້າໜ້າທີ່ ດ້ານການປ້ອງກັນປະເທດ
ແລະ ສືບລັບຂອງສະຫະລັດກຳລັງຕັ້ງຄຳຖາມວ່າ ເຄືອຂ່າຍດ້ານຄວາມປອດໄພ ແລະສືບລັບຂອງອົງການກໍ່ການຮ້າຍ ນັ້ນ ແມ່ນມີການຝັງເລິກ ແລະ ຍັງເປັນກຸ່ມກ້ອນ
ຫຼາຍກວ່າທີ່ຄາດຄິດໄວ້ ໃນເບື້ອງຕົ້ນ ຫຼືບໍ່.
ນິດຕະຍະສານດັ່ງກ່າວ ໄດ້ກ່າວອ້າງວ່າ “ການໂຈມຕີຂອງກຸ່ມມູຈາຮີດີນ ຈະດຳເນີນ
ຕໍ່ໄປ ໃນມານບິຈ ຈົນກວ່າ ລັດຖະບານ ຊີເຣຍ ຈະກັບຄືນມາ” ອີງຕາມການແປ
ພາສາ ໂດຍ ອົງການສືບລັບ SITE.
ພາບນີ້ໄດ້ມາຈາກວີດີໂອ ໂດຍ ໂທລະພາບ-AFP ເມື່ອວັນທີ 16 ມັງກອນ 2019, ສະແດງໃຫ້ເຫັນ ທະຫານສະຫະລັດ ໄດ້ໄປເຕົ້າໂຮມກັນ ຢູ່ທີ່ຈຸດເກີດເຫດການໂຈມຕີສະຫຼະຊີບ ໃນເມືອງ ມານບິຈ໌ ທາງພາກເໜືອຂອງຊີເຣຍ.
ນິດຕະຍະສານໄດ້ກ່າວຕື່ມວ່າ ກຸ່ມລັດອິສລາມ “ເລີ້ມດຳເນີນການໂຈມຕີຕໍ່ຕ້ານ
ພວກ ທີ່ປະສາສະໜາ ຫຼາຍເດືອນຜ່ານມາ” ໂດຍອ້າງອີງເຖິງການສຳພາດ ກັບນັກ
ລົບ ລັດອິສລາມຄົນນຶ່ງ ຜູ້ທີ່ເປັນສ່ວນນຶ່ງ ຂອງຫຼາຍໆ “ໜ່ວຍປະຕິບັດການດ້ານ
ຄວາມປອດໄພ ຢູ່ໃນພື້ນທີ່.”
ເປົ້າໝາຍຕ່າງໆກ່ອນໜ້ານີ້ ແມ່ນລວມທັງ ພວກເຈົ້າໜ້າທີ່ທະຫານແລະສືບລັບ ທີ່
ໜຸນຫຼັງໂດຍກຳລັງປະສົມ ອີງຕາມການກ່າວອ້າງ ຂອງນິດຕະຍະສານ ພ້ອມດ້ວຍ
ການພະຍາຍາມໂຈມຕີຫຼາຍຄັ້ງ ຕໍ່ກຳລັງຂອງສະຫະລັດ ທີ່ບໍ່ປະສົບຜົນສຳ ເລັດ.
ຂະບວນລົດຂອງທະຫານ ສະຫະລັດ ເຫັນໄດ້ວ່າ ກຳລັງແລ່ນຢູ່ໃນຖະໜົນສາຍນຶ່ງ ໃນເມືອງ ມານບິຈ໌ ທາງພາກເໜືອຂອງຊີເຣຍ, ວັນທີ 30 ທັນວາ 2018.
ເຈົ້າໜ້າທີ່ ຕໍ່ຕ້ານການກໍ່ການຮ້າຍ ອະວຸໂສຂອງສະຫະລັດ ທ່ານນຶ່ງ ກ່າວຕໍ່ ວີໂອເອ
ໂດຍຊື່ຫຍໍ້ອີກອັນນຶ່ງ ຂອງກຸ່ມກໍ່ການຮ້າຍ ວ່າ “ພວກ ISIS ຍັງຄົງ ປັບໂຕໃຫ້ເຂົ້າ
ກັບສະພາບການ ແລະເປັນສັດຕູທີ່ຮ້າຍກາດຢູ່.”
ແລະໃນຂະນະດຽວກັນ ການກ່າວອ້າງຂອງກຸ່ມລັດອິສລາມ ຫຼືເອີ້ນຫຍໍ້ວ່າ IS ສຳລັບ
ການໂຈມຕີໃນວັນພຸດຜ່ານມາ ທີ່ເມືອງມານບິຈ ນັ້ນ ແມ່ນຍັງບໍ່ສາມາດ ຢືນຢັນໄດ້ເທື່ອ.