ສະຫະລັດ ແມ່ນສູນເສຍ ອົງປະກອບ ສຳຄັນ ຂອງ ການເຮັດສົງຄາມ ຕໍ່ຕ້ານພວກກໍ່ການຮ້າຍ

ພາບມນວັນທີ 21, 2017, ປະທານາທິບໍດີອີຈິບ ທ່ານ Abdel Fattah al-Sissi, ກະສັດຂອງ Saudi Salman, ສະຕີໝາຍເລກນຶ່ງ ທ່ານນາງ Melania Trump ແລະປະທາ ນາທິບໍດີດໍໂນລ ທຣຳ ຢ້ຽມຢາມສູນກາງແຜນຍຸດທະສາດ ເພື່ອຕໍ່ສູ້ກັບກັບແນວຄິດຂອງກຸ່ມຫົວຮຸນແຮງ ຫຼື Global Center for Combating Extremist Ideology, ໃນ Riyadh, Saudi Arabia.

16 ປີ ຫລັງ​ຈາກສະຫະລັດ​ໄດ້​ເລີ່ມ​ເຮັດສົງຄາມ​ ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ ​ແຕ່​ກໍ​ມີຍັງ​
ຄວາມເປັນ​ຫ່ວງ​ກັງວົນ​ທີ່​ວ່າ​ ສົງຄາມທີ່​ວ່າ​ນີ້ບໍ່​ໄດ້​ດຳ​ເນີນ​ໄປ​ບໍ່​ຄ່ອຍດີປານ​ໃດ ​ແລະ
ເມື່ອກ່າວ​ເຖິງ​ການຕໍ່​ສູ້ທາງ​ດ້ານແນວຄິດແລ້ວ ພວກນັກ​ຊ່ຽວຊານ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​
ບາງ​ຄົນ​ຢ້ານ​ກົວ​ວ່າ ສະຫະລັດ ອາດ​ຈະ​ພ່າຍ​ແພ້​ໄດ້.

“ມັນ​ມີ​ອົງ​ປະກອບ​ທີ່​ຈະ​ທຳ​ການ​ສັງຫານ​ພວກ jihadists, ​ເພື່ອ​ວ່າພວກ​ເຂົາ​ຈຶ່ງ​ບໍ່​
ສາມາດ​ຂ້າ​ພວກ​ເຮົາ,”
ນັ້ນຄື​ຄຳ​ເວົ້າຂອງ​ສະມາຊິກ​ສະພາ​ Michael McCaul
ປະທານ​ຄະນະ​ກຳມະ​ການຮັກສາ​ຄວາ​ມປອດ​ໄພ​ແຫ່ງ​ຊາດ ໄດ້​ກ່​າວ​ໄວ້ ແລະ​ທ່ານ​ຍັງ​
ກ່າວ​ຕໍ່​ໄປ​ວ່າ “ພວກ​ເຮົາ​ສາມາດຍຸຕິ ​ແລະ​ປ້ອງ​ກັນ ການວາງ​ແຜນການ​ກໍ່​ການ​ຮ້າຍ
ຫຼາຍໆ​ຄັ້ງບໍ່​ໃຫ້​ເກີດ​ຂຶ້ນຢູ່​ໃນ​ສະຫະລັດ​ໄດ້.”

ທ່ານ​ McCaul ຍັງ​ໄດ້​ກ່າວ​ຕື່ມ​ອີກ​ວ່າ “​ແຕ່ຍັງ​ມີ​ອົງ​ປະກອບ​ທີ່​ການ​ໂຈມ​ຕີໂດຍ
​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຄັບ ພຽງ​ຢ່າງ​ດຽວນັ້ນ ບໍ່​ສາມາດ​ທີ່​ຈະ​ເອົາ​ຊະນະ​ສົງຄາມ ຂ​ອງ​
ແນວ​ຄິດ​ນີ້​ໄດ້.”

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ​ທັງ​ອະດີດ ​ແລະ​ປັດຈຸບັນ ກ່າວ​ວ່າ ຄວາມ​ລົ້ມ​ແຫຼວ​ຕໍ່​ການ
​ເອົາ​ບາດກ້າວໃນການ​ຮັບ​ມື​ກັບ​ເລື່ອງ ​ທີ່​ຊ່ອຍ​ຂັບ​ດັນ​ໃຫ້​ກຸ່ມ​ພວກ​ນີ້ ​ເຊັ່ນ ກຸ່ມ
al-Qaida ​ແລະກຸ່ມ​ລັດ​ອິສລາມ ​ບໍ່​ເປັນ​ຍ້ອນການ​ຂາດ​ຄວາມ​ພະຍາຍາມ​ແຕ່​ຢ່າງ​ໃດ
​ເລີຍ ແຕ່​ເທົ່າ​ເຖິງປັດຈຸ​ບັນ​ນີ້ ພວກ​ເຂົາ​ເຈົ້າ​ຍອມຮັບ​ວ່າ ຜົນ​ສະຫຼຸບ​ນັ້ນ​ແມ່ນ​ບໍ່ດີ​ເລີຍ.

ພາບທີ່ລົງໃນໜ້າ website ຂອງກຸ່ມຫົວຮຸນແຮງ ໃນວັນທີ 14 ມັງກອນ 2014, ທີ່ສະແດງໃຫ້ເຫັນພວກນັກຕໍ່ສູ້ ຂອງກຸ່ມລັດອິສລາມ ທີ່ພາກັນຂັບລົດເປັນຂະບວນ ໃນ Raqqa, ຊີເຣຍ.

“ຂ້າພະ​ເຈົ້າ​ກັງວົນ​ແລະ​ເປັນ​ຫ່ວງ​ເຖິງ​ການ​ແຜ່​ຂະຫຍາ​ຍຂອງແນວ​ຄິດນີ້,” ຊຶ່ງ​ທ່ານ
Tom Bossert ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດຂອງທຳນຽບຂາວ ​ໄດ້​ກ່າວ
ໃນ​ກອງ​ປະຊຸມ​ສຸດ​ຍອດ​ ທີ່​ນະຄອນຫຼວງ​ວໍ​ຊີງ​ຕັນ ​ເມື່ອ​ສັບປະດາແລ້ວນີ້​.

“ພວກ​ເຮົາ​ໄດ້​ມີ​ເພີ່ມ​ຂຶ້ນ​ປະມານ 17 ຫາ 18 ປະ​ເທດ​ທີ່​ອາດ​ຈະເປັນ​ປະ​ເທດລົ້ມ​ແຫຼວ,
ທີ່​ເບິ່ງຮວມໆ​ແລ້ວວ່າ ​ອາດໃກ້​ຈະ​ລົ້ມ​ແຫຼວ ​ແລະ​ກຸ່ມ​ລັດ​ອິສລາມ ຫຼື​ກຸ່ມ al-Qaida
ຫຼືບໍ່ ກໍ​ກຸ່ມ​ອື່ນໆ ຕ່າງ​ກໍ​ໄດ້​ມີໜ້າ​ຢ່າງ​ແຂງ​ຂັນ​ຢູ່​ໃນ​ປະ​ເທດ​ເຫລົ່ານີ້”
​ແລະທ່ານ​ກ່າວ​ວ່າ
“​ນັ້ນ​ແມ່ນການ​ເຄື່ອນ​ໄຫວ​ທີ່​ເປັນອັນຕະລາຍ​.”

​ໃນ​ຂັ້ນຕົ້ນ​, ​ພວກ​ເຈົ້າ​ໜ້າ​ທີ່ສະຫະລັດ ​ໄດ້​ຕັ້ງ​ຄວາມ​ຫວັງ​ ໃສ່​ການ​ເອົາ​ຊະນະ​ທາງ​ດ້ານ
​ທະຫານ ​ຕໍ່​ກຸ່ມ​ລັດ​ອິສລາມ ​ໃນ​ອີຣັກ ​ແລະ​ຊີ​ເຣຍ​ ໂດຍ​ໃຫ້ເຫດຜົນວ່າ ​ເມື່ອ​ໃດທີ່ລັດ​
ອິສລາມ​ທີ່ກຸ່ມ​ກໍ່​ການ​ຮ້າຍປະກາດ​ເປັນ​ປະ​ເທດ​ນັ້ນພັງ​ທະລາ​ຍລົງແລ້ວ ການ​ຮຽກຮ້ອງ​
ຂອງກຸ່ມ​ດັ່ງກ່າວ ກໍຈະ​ພັງ​ທະລາ​ຍລົງ​ເຊັ່ນ​ກັນ.

ແຕ່​ແນວ​ໃດກໍ​ຕາມ ການ​ເສຍ​ໄຊ​ຂອງ​ກຸ່ມ​ລັດ​ອິສລາມ ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ໃນ​ສະໜາມ​ລົບ
ກໍ​ບໍ່​ໄດ້​ສ້າງຜົນ​ກະທົບ​ຕໍ່​ການ​ຮ້ອງ​ຮຽນ​ ຕໍ່​ແນວ​ຄິດ​ໃນ​ການ​ເກັບ​ເກນ​ພວກ jihadist
ແຕ່​ຢ່າງ​ໃດ​ເລີຍ.

​ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພາບທີ່ຖ່າຍຈາກມໍນີເຕີ ທີ່ຂຽນວ່າ "ຄິດອີກຄັ້ງ, ແລ້ວຫັນໜີ" ໃນໜ້າ Tumblr.