ທຳນຽບຂາວ ກ່າວໃນວັນພະຫັດວານນີ້ ວ່າ ປະທານາທິບໍດີ
ສະຫະລັດ ທ່ານ Barack Obama ຈະພົບປະກັບ ນາຍົກ
ລັດຖະມົນຕີອີຣັກ ທ່ານ Haider al-Abadi ຢູ່ທີ່ເຢຍຣະມັນ
ໃນອາທິດໜ້ານີ້ ຢູ່ນອກກອງປະຊຸມສຸດຍອດ ກຸ່ມ 7 ປະເທດ
ທີ່ຈະເລີນທາງດ້ານອຸດສາຫະກຳ.
ກອງປະຊຸມດັ່ງກ່າວມີຂຶ້ນ ຫຼັງຈາກທີ່ໄດ້ມີການເຈລະຈາ
ລະດັບລັດຖະມົນຕີ ຢູ່ທີ່ນະຄອນປາຣີ ໃນອາທິດນີ້ ໂດຍມີ
ທ່ານ al-Abadi ເຂົ້າຮ່ວມດ້ວຍນັ້ນ ເພື່ອປຶກສາຫາລື ເລື້ອງ
ການສະໜັບໜຸນ ຕໍ່ກອງກຳລັງອີຣັກ ໂດຍທະຫານຕ່າງປະເທດ ໃນການສູ້ລົບກັບພວກຫົວຮຸນແຮງລັດອິສລາມ ຫຼື IS.
ພວກຊົນເຜົ່າ ຊູນີ ຕິິດອາວຸດ ປິດບັງໜ້າ ຢຸດຢືນຖ່າຍຮູບ ໃນລະຫວ່າງທຳການລາດຕະເວນ ນອກເມືອງ Fallujah ຂອງອີຣັກ, ວັນທີ 28 ເມສາ 2014.
ສະຫະລັດ ເປັນຫົວໜ້ານຳພາແນວໂຮມນາໆຊາດ ປະຕິບັດ
ການໂຈມຕີທາງອາກາດ ໃນແຕ່ລະວັນ ໂດຍມີເປົ້າໝາຍແນ
ໃສ່ ຕໍ່ຕ້ານພວກ IS ລວມທັງ 8 ເປົ້າໝາຍໃນຊີເຣຍ ແລະ 9
ເປົ້າໝາຍ ໃນອີຣັກ ເມື່ອຄືນ ທີ່ຜ່ານມານີ້.
ທຳນຽບຫ້າແຈ ຍັງໄດ້ຢືນຢັນ ລາຍງານຂອງສື່ມວນຊົນທີ່ວ່າ
ພວກນັກຕໍ່ສູ້ IS ໄດ້ຈຳກັດການສົ່ງນ້ຳເຂົ້າໄປໃນແຂວງ Anbar
ຫຼັງຈາກທີ່ໄດ້ຍຶດເອົາເມືອງຫລວງ Ramadi ຂອງແຂວງດັ່ງກ່າວ
ເມື່ອເດືອນແລ້ວນີ້.
ໂຄສົກທຳນຽບຫ້າແຈ ພັນເອກ Steve Warren ກ່າວຕໍ່ບັນດາ
ນັກຂ່າວ ໃນວັນພະຫັດວານນີ້ວ່າ “ບໍ່ມີແມ່ນ້ຳໃຫຍ່ ຢູ່ດ້ານຫຼັງຂອງເຂື່ອນນັ້ນ
ຖ້າທຳລາຍເຂື່ອນແລ້ວ ມັນຈະເຮັດໃຫ້ນ້ຳໄຫລລົງ ກໍ່ໃຫ້ເກີດໄພນ້ຳຖ້ວມ ແຕ່
ມັນໝາຍຄວາມວ່າ ຖ້າພວກເຂົາຈຳກັດການປ່ອຍນ້ຳ ຢູ່ທີ່ເຂື່ອນນັ້ນ ມັນອາດ
ສົ່ງຜົນກະທົບຕໍ່ການກະເສດ ແລະກິດຈະກຳອື່ນໆ. ມັນເປັນສິ່ງທີ່ພວກເຮົາ
ກຳລັງຕິດຕາມເບິ່ງຢູ່. ມັນເປັນຕົວຢ່າງຍຸດທະວິທີ ຂອງພວກລັດອິສລາມ.”
ແຜນທີ່ ເມືອງ Ramadi ແລະ ນະຄອນຫຼວງ Baghdad ປະເທດອີຣັກ
ໃນວັນພະຫັດວານນີ້ ອົງການສະຫະປະຊາຊາດ ໄດ້ຮຽກຮ້ອງຂໍທຶນ ຫ້າຮ້ອຍລ້ານໂດລາ
ຈາກປະຊາຄົມນາໆຊາດ ເພື່ອສືບຕໍ່ການປະຕິບັດງານຢູ່ໃນເຂດອີຣັກທີ່ມີການຂັດແຍ້ງນັ້ນ ບ່ອນທີ່ເຈົ້າໜ້າທີ່ຂັ້ນສູງກ່າວວ່າ ການຊ່ອຍເຫຼືອທາງດ້ານມະນຸດສະທຳ ຈະຖືກຕັດລົງຢ່າງ
ຫລວງຫຼາຍ ຖ້າບໍ່ໄດ້ຮັບທຶນຕື່ມອີກ.
ເບິ່ງວີດີໂອລາຍງານລ່ວງໜ້າ ກ່ຽວກັບກອງປະຊຸມຂອງກຸ່ມ G-7 ທີ່ເຢຍລະມັນ: