ກຸ່ມ​ລັດ​ອິສລາມ ອອກມາ ອ້າງ​ເອົາ​ຄວາມ​ຮັບຜິດຊອບ ໃນການ​ໂຈມຕີ​ຮ້າຍ​ແຮງ ທີ່ຕາ​ຈີ​ກິ​ສຖານ

ລົດຖີບ​ຊາວຕາ​ເວັນ​ຕົກ ທີ່ເຫັນລົ້ມລົງນີ້ ແມ່ນຫຼັງຈາກການໂຈມຕີ ​ໃນ​ປະເທດຕາ​ຈີ​ກິ​ສຖານ, 29 ກໍລະກົດ 2018.

ກຸ່ມ​ລັດ​ອິສລາມ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ສຳລັບ​ການ​ໂຈມຕີ​ຮ້າຍ​ແຮງ​ ຕໍ່​ພວກ​
ຂີ່ລົດຖີບ​ຊາວຕາ​ເວັນ​ຕົກ ​ໃນ​ວັນ​ອາທິດ​ຜ່ານ​ມາ​ ​ໃນ​ປະເທດຕາ​ຈີ​ກິ​ສຖານ ອີງ​ຕາມ
ກຸ່ມ​ສືບລັບ SITE.

ພວກ​ຂີ່​ລົດຖີບ 4 ຄົນ ຊຶ່ງ​ຮວມທັງ ຊາວ​ອາ​ເມຣິກັນ 2 ຄົນ ​ໄດ້​ຖືກ​ສັງຫານ ​ໃນພາກ​ໃຕ້​
ຂອງ​ເມືອງດູ​ຊານ​ເບ ຕອນ​ທີ່​ພວກ​ເຂົາ​ເຈົ້າຖືກ​ລົດ​ແລ່ນ​ໄລ່​ຕຳ​ ​ພວກ​ຜູ້​ຊາຍ​ຫຼາຍ​ຄົນ
​ໄດ້ແລ່ນ​ອອກ​ມາຈາກ​ລົດ ​ແລ້ວ​ແທງພວກ​ຂີ່ລົດຖີບ.

ຊາວ​ສວິສ​ ​ແລະ​ຜູ້​ທີ່​ຖື​ສັນຊາດ​ເນເຕີ​ແລນ ​ແມ່ນ​ຮວມຢູ່​ໃນ​ພວກ​ທີ່​ຖືກ​ຂ້າ ​ແລະ​ມີ​ພວກ​ຂີ່​ລົດຖີບ 3 ຄົນ ​ໄດ້​ຮັບ​ບາດ​ເຈັບ ຊຶ່ງ​ຮວມທັງ​ນັກ​ທ່ອງ​ທ່ຽວ​ຈາກ​ຝຣັ່ງນຳ.

ກະຊວງ​ພາຍ​ໃນ​ຂອງ​ຕາ​ຈີ​ກິ​ສຖານ ​ກ່າວ​ວ່າ ຕຳຫຼວດ​ໄດ້​ໄລ່​ຕາມ​ລ່າແລະ​ສັງຫານພວກ​ໂຈມ​ຕີ 4 ຄົນ ​ແລະ​ຈັບ​ກຸມ 1 ຄົນ. ລາຍ​ງານນຶ່ງ​ອີກ​ ລະບຸ​ວ່າ
ຜູ້​ຕ້ອງ​ສົງ​ໄສ 2 ຄົນ ໄດ້ເສຍ​ຊີວິດ.

ກຸ່ມ​ລັດ​ອິສລາມ​ທີ່ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ກ່າວວ່າ “ພວກ​ທະຫານ” ​ໄດ້​ໂຈມຕີ “ພວກຊາວ​ສະ​ແຫວ​ງບຸນ​ຂອງ​ບັນດາ​ປະ​ເທດ​ປະສົມ​ຮ່ວມ” ​ແລະ​ການ​ໂຈມ​ຕີ​ຄັ້ງຕໍ່​ໄປ ​ແມ່ນຈະ “ຮ້າຍ​ແຮງ​ແລະ​ເຈັບ​ປວດ​ຂົ່ມ​ຂື່ນ​ກວ່າ​ນີ້.”

ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ທີ່​ວ່າ​ນີ້ ​ໄດ້​ນຳ​ຂຶ້ນ​ມາເຜີຍແພ່​ໂດຍ ກຸ່ມ​ຊິ້ງຊອມ​ SITE.
​ແຕ່​ວ່າ ລັດຖະມົນຕີ​ພາຍ​ໃນ​ຂອງ​ຕາ​ຈີ​ກິ​ສຖານ ທ່ານ ຣາມາ​ຊອນ ຣັກຄິມ​ໂຊດາ
(Ramazon Rakhimzoda) ​ໄດ້​ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ທັງຫຼາຍ ຍັງ​ບໍ່​ທັນ​ໄດ້ຕັດສິນ​ໃຈ
ຢ່າງ​ແນ່ນອນເທື່ອ​ວ່າ ມັນ​ແມ່ນ​ການໂຈມ​ຕີ​ກໍ່​ການ​ຮ້າຍ ຫຼື​ບໍ່ ຫຼືແມ່ນ​ການ​ປຸ້ນສະດົມ.

“ພວກ​ເຮົາ​ໄດ້​ປະນາມ​ການ​ໂຈມ​ຕີ​ທີ່​ບໍ່​ມີ​ເຫດຜົນ, ຂໍ​ສະ​ແດງ​ຄວາມ​ເສົ້າ​ສລົດ​ໃຈ​
ໄປ​ຍັງ​ບັນດາ​ຄອບຄົວ​ຂອງ​ພວກ​ເຄາະ​ຮ້າຍ​ດ້ວຍ, ​ແລະ​ຂໍຈົ່ງ​ໃຫ້​ພວກ​ເຄາະ​ຮ້າຍ​
ຈົ່ງ​ຟື້ນ​ຕົວ ​ແຂງ​ແຮງ​ໃນ​ໄວໆ,”
ຊຶ່ງ​ນັ້ນ​ແມ່ນ​ຖະ​ແຫຼງການ​ ຈາກ​ສະຖານ​ເອກ​ອັກຄະ
|​ລັດຖະທູດ​ອາ​ເມຣິກັນ ​ໃນ​ເມືອງດຸ​ຊານ​ເບ ​ໄດ້​ລະບຸ​ໄວ້.

ບັນດາ​ນັກ​ການ​ທູດ ຍັງໄດ້​ອອກ​ຄວາມ​ເຫັນ​ຕໍ່​ເຈົ້າ​ໜ້າ​ທີ່​ຂອງ​ຕາ​ຈີ​ກິ​ສຖານ ​ໃນອັນ​ທີ່​ພວກ​ເຂົາ​ເຈົ້າ​ເອີ້ນ​ວ່າ ​ເປັນ​ການ​ຮັບ​ມື​ແບບ​ມື​ອາຊີບ​ແລະ​ໄວວາ.

​ສະຖານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ກ່າວໃນ​ວັນ​ຈັນ​ວານ​ນີ້​ວ່າ ຕົນ​ບໍ່​ໄດ້​ເຊື່ອ​ວ່າ ມັນ​ມີ​ໄພ​ຂົ່ມຂູ່​ຕໍ່​ຊາວ​ອາ​ເມຣິກັນ ​ໃນ​ຕາ​ຈີ​ກິ​ສຖານ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພາຍທີ່ດຶງມາຈາກວີດີໂອ ຈາກ AFPTV ທີ່ສະແດງໃຫ້ເຫັນເຖິງກອງປະຊຸມຂ່າວ ທີ່ນຳພາໂດຍ ລັດຖະມົນຕີພາຍໃນຂອງຕາຈີກິສຖານ ທ່ານ ຣາມາຊອນ ຣັກຄິມໂຊດາ (Ramazon Rakhimzoda) ຂອງເມືອງດູຊານເບ, 30 ກໍລະກົດ 2018.