ການໂຈມຕີບ່ອນອື່ນ ຂອງພວກ IS ບໍ່ສົ່ງຜົນ ຕໍ່ການເພັ່ງເລັງ ຍຶດຄືນເມືອງ Mosul

ຊາຍໜຸ່ມຊາວ ອີຣັກ ຖີບລົດຜ່ານບໍ່ນ້ຳມັນ ທີ່ມີໄຟກຳລັງລຸກໄໝ້ໃນເມືອງ Qayyara, ປະມານ 50 ກິໂລແມັດ ທາງພາກໃຕ້ຂອງເມືອງ Mosul, ອີີຣັກ. 23 ຕຸລາ, 2016.

ຄວາມພະຍາຍາມໂດຍກຸ່ມກໍ່ການຮ້າຍ ລັດອິສລາມ ຫຼື IS ທີ່ຈະຫັນ​ເຫຄວາມສົນໃຈໄປ ຈາກການໂຈມຕີທີ່ນຳພາໂດຍ ອີີຣັກ ຕໍ່ເມືອງ Mosul ທີ່ມີຄວາມສຳຄັນໃນພາກເໜືອຂອງ ປະ​ເທດນັ້ນ ໄດ້ມີຜົນ​ແຕ່ພຽງໜ້ອຍດຽວ, ອີງຕາມຄຳ​ເວົ້າຂອງເຈົ້າໜ້າທີ່ປ້ອງ​ກັນປະເທດ ແລະ ສືບລັບ ສະຫະລັດ.

ພວກນັກຮົບກຸ່ມ IS ໄດ້ເປີດການໂຈມຕີຕອບໂຕ້ຫຼາຍຄັ້ງ ຫຼາຍຮ້ອຍກິ​ໂລແມັດ ຫ່າງຈາກ​ເຂດ​ແນວ​ໜ້າທີ່ສຳຄັນ ໃນວັນສຸກທີ່ຜ່ານມາ, ດ້ວຍ​ເປີດການໂຈມຕີໃສ່ເມືອງ Kirkuk ທີ່ອຸດົມສົມບູນໄປດ້ວຍນ້ຳມັນ ແລະ ເມືອງ Dibis.

ປະຊາຊົນຫຼາຍກວ່າ 100 ຄົນ, ລວມທັງເຈົ້າໜ້າທີ່ຮັກສາຄວາມປອດໄພ, ໄດ້ຖືກຂ້າຕາຍ ໃນການໂຈມຕີເມືອງ Kirkuk ເຊິ່ງພວກເຈົ້າໜ້າທີ່ຊາວ ເຄີດ ໄດ້ຖິ້ມ​ໂທດໃສ່ສາຍລັບຂອງ ພວກ IS ກຸ່ມໜຶ່ງ. ປະຊາຊົນຢ່າງໜ້ອຍ 14 ຄົນ, ລວມທັງຄົນ ອີຣ່ານ ຫຼາຍຄົນໄດ້ຖືກຂ້າ ຕາຍໃນການໂຈມຕີທີ່ເມືອງ Dibis.

ສອງມື້ຕໍ່ມາ, ພວກນັກຮົບ IS ໄດ້ໂຈມຕີເມືອງ Rutba, ໃນແຂວງ Anbar, ບັງຄັບໃຫ້ລັດ ຖະບານ ອີຣັກ ຕ້ອງສົ່ງກຳລັງ​ໄປເສີມທີ່​ນັ້ນ.

ເຈົ້າໜ້າທີ່ປ້ອງກັນປະເທດ ສະຫະລັດ ໄດ້ກ່າວຕໍ່ວີໂອເອ ເມື່ອຖືກຖາມ ກ່ຽວກັບ ການໂຈມ ຕີຕອບໂຕ້ຂອງພວກ IS ວ່າ “ເຫດການແບບນີ້ແມ່ນໄດ້ຖືກຄາດການໄວ້ກ່ອນແລ້ວຢ່າງ ແນ່ນອນ, ​ເຊິ່ງກໍໄດ້ຖືກຮວມຢູ່ໃນການວາງແຜນຂອງພວກເຮົາ.”

ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ການໂຈມຕີຊະນິດດັ່ງກ່າວເພີ່ມເຕີມ ແມ່ນຈະມີຂຶ້ນ ໃນຊ່ວງເວລາໃດໜຶ່ງ.

ແຜນທີ່ການບຸກໂຈມຕີເມືອງ Mosul.

ເຈົ້າໜ້າທີ່ຕໍ່ຕ້ານພວກກໍ່ການຮ້າຍ ສະຫະລັດ ໄດ້ກ່າວຕໍ່ວີໂອເອ ໂດຍໃຊ້ອັກສອນຫຍໍ້ ຂອງ​ກຸ່ມ​ດັ່ງກ່າວ ​ໂດຍ​ເວົ້າວ່າ “ການໂຈມຕີຂອງພວກ ISIL ໃນເມືອງ Kirkuk ໄດ້ສະ ທ້ອນໃຫ້ ເຫັນກົນລະຍຸດການຕໍ່ສູ້ໃນສະໜາມຮົບ ທີ່ໄດ້ຖືກໃຊ້ໂດຍທົ່ວໄປຂອງກຸ່ມ. ຜ່ອນຄາຍ ຄວາມກົດດັນໃນຈຸດຕໍ່ສູ້ທີ່ສຳຄັນ ດ້ວຍການໂຈມຕີຢູ່ບ່ອນອື່ນ. ໃນຂະນະ ທີ່ພວກ ISIL ສູນ​ເສຍເຂດແດນ ແລະ ຊັບພະຍາກອນຕ່າງໆນັ້ນ ພວກເຂົາເຈົ້າໄດ້ອາ ໄສການໂຈມຕີແບບກອງໂຈນ ເພື່ອຫັນເຫຄວາມສົນໃຈ​ໄປຈາກບ່ອນຫຼົບລີ້ຂອງພວກ ເຂົາ."

ບັນດາເຈົ້າໜ້າທີ່ ຍັງໄດ້ກຽມພ້ອມສຳລັບການເພີ່ມຂຶ້ນ ຂອງສິ່ງທີ່ເອີ້ນວ່າ ການໂຈມຕີຄັ້ງ ໃຫຍ່ຄື ລະເບີດສະຫຼະຊີບໃນຫຼາຍເມືອງທີ່ສຳຄັນໃນ ອີຣັກ ແລະ ບ່ອນອື່ນໆ, ໃນຂະນະ ທີ່ຄວາມກົດດັນຕໍ່ພວກ IS ໄດ້ເພີ່ມຫຼາຍຂຶ້ນ ຢູ່ພາຍໃນ ແລະ ນອກເມືອງ Mosul.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Pulitzer Prize Winner: IS Myth Will Linger After Demise of 'Caliphate'