ການແທ້ງລູກ ແມ່ນເສລີພາບສ່ວນບຸກຄົນ ຫຼື ສິດທິຂອງບັນດາລັດຕ່າງໆ ?

Your browser doesn’t support HTML5

ການເອົາລູກອອກແມ່ນນຶ່ງໃນບັນຫາສຳຄັນຂອງການໂຄສະນາຫາສຽງຊິງຕໍາແໜ່ງປະທານາທິບໍດີສະຫະລັດ ໃນປີ 2024. ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າການເຂົ້າເຖິງການແທ້ງລູກແມ່ນບັນຫາຂອງເສລີພາບສ່ວນບຸກຄົນ, ໃນຂະນະທີ່ຜູ້ສະຫມັກຈາກພັກຣີພັບບລີກັນ ດໍໂນລ ທຣຳ ກ່າວວ່າລັດຕ່າງໆ ຄວນສືບຕໍ່ດຳເນີນການຕັດສິນໃຈ ກ່ຽວກັບກົດຫມາຍການແທ້ງລູກຂອງຕົນເອງ.