ຊາວໄອຣ໌ແລນ ລົງປະຊາມະຕິ ເພື່ອ​ອະນຸຍາດ​ໃຫ້ ພວກ​ຮັກ​ຮ່ວມ​ເພດ ​ແຕ່ງງານ​ກັນ​ໄດ້ ຫຼືບໍ່

ບັນດາສະມາຊິກ ຂອງກຸ່ມ Yes Equality ເລີ່ມທຳການໂຄສະນາ ດ້ວຍປ້າຍຂອງຄຳວ່າ "ເຫັນດີ" ຢູ່ໃນກາງນະຄອນຫລວງ Dublin ປະເທດ Ireland, ເມື່ອວັນພະຫັດ ທີ 21 ພຶດສະພາ 2015.

ພົນລະ​ເມືອງຂອງ​ Ireland ​ແມ່ນ​ພວມພາກັນປ່ອນ​ບັດອອກສຽງ
​ໃນ​ວັນສຸກ​ມື້​ນີ້ ກ່ຽວ​ກັບ​ວ່າ ຈະ​ດັດ​ແກ້​ລັດຖະທຳ​ມະນູນ ​ເພື່ອ
​ອະນຸຍາດ​ໃຫ້ ພວກ​ຮັກ​ຮ່ວມ​ເພດ ​ແຕ່ງງານ​ກັນ​ໄດ້ ຫຼືບໍ່ ຢູ່​ໃນ
​ປະ​ເທດ​ທີ່​ມີ​ສັງຄົມນິຍົມແນວທາງເດີມນັ້ນ.

ຖ້າຫາກມີລົງຄະແນນສຽງ “ເຫັນດີ” ເປັນທີ່ຄອບງຳໃນ​ການ
​ລົງປະຊາ​ມະຕິ​ຄັ້ງນີ້ ຈະ​ເຮັດ​ໃຫ້​ປະ​ເທດໄອຣ໌​ແລນ ກາຍ​ເປັນ​
ປະ​ເທດ​ທຳ​ອິດ ທີ່​ອະນຸມັດ​ໃຫ້ພວກ​ຮັກ​ຮ່ວມ​ເພດ ​ແຕ່ງງານ
​ກັນ​ໄດ້ ​ດ້ວຍ​ການປ່ອນ​ບັດ ອອກສຽງຂອງປະຊາຊົນ.

ຢູ່​ໃນທະວີບ​ຢູ​ໂຣບ ການ​ແຕ່ງ​ງານລະຫວ່າງພວກ​ຮັກ​ຮ່ວມ​ເພດ ​ແມ່ນ​ຖື​ວ່າຖືກຕ້ອງ​ຕາມ​ກົດໝາຍຢູ່​ໃນສິບ​ກວ່າປະ​ເທດ. ​ແລະ​ມັນ​ຍັງເປັນ​ທີ່ຖືກ ຕ້ອງ​ຕາມ​ກົດໝາຍ ຢູ່​ໃນປະ​ເທດ
ອາ​ເຈັນ​ຕີ​ນາ ບຣາຊີ​ລ ​ກາ​ນາ​ດາ ນິວຊີ​ແລນ ອາ​ຟຣິກາ​ໃຕ້ ​ແລະ ອູຣູກວາ​ຍ.

ການ​ຍັ່ງ​ຫາງ​ສຽງ​ຂອງ​ປະຊາຊົນໃນ​ໄອຣ໌​ແລນ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ຂອບ​ເຂດ​ຂອງການ
ສະໜັບ​ສະ​ໜຸນ ໃນການ​ແຕ່ງງານ​ລະຫວ່າງ​ເພດ​ດຽວ​ກັນນັ້ນ ​ແມ່ນ​ຢູ່​ໃນລະຫວ່າງ 53
ຫາ 69 ​ເປີ​ເຊັນ ​ໃນ​ຂະນະ​ດຽວ​ກັນ ການ​ອອກສຽງສະໜັບສະໜຸນ “ບໍ່​ເຫັນ​ດີ” ​ ແມ່ນ​ຢູ່
ລະຫວ່າງ 24 ​ຫາ 26 ​ເປີ​ເຊັນ.

​ແຕ່​ສາສະໜາ Roman Catholic Church ທີ່​ນິຍົມແນວທາງເດີມ ​ແມ່ນ​ເປັນ​ກຳລັງຄອ​ບ
ງຳ​ຢູ່​ໃນໄອຣ໌​ແລນ ​ແລະ ​ຜູ້ນຳ​ສາສະໜາຫຼາຍໆ​ທ່ານ ​ໄດ້​ສະແດງ​ການ​ຄັດຄ້ານ ​ຕໍ່​ການ ປ່ຽນແປງ​ລັດຖະທຳ​ມະນູນນີ້. ລັດຖະບານໄອຣ໌​ແລນ ​ທີ່ບໍ່​ກ່ຽວ​ພັນ​ກັບຝ່າຍສາສະໜາ ​ໃນ
​ອີກ​ດ້ານ​ໜຶ່ງ​ພັດສະໜັບສະໜຸນ ຕໍ່ການ​ປ່ຽນ​ແປງ​ນີ້.

Your browser doesn’t support HTML5

Ireland Gay Marriage