ພັກລັດຖະບານ ໄອຣ໌ແລນ ແຕ່ງຕັ້ງ ນາຍົກ ຄົນທຳອິດ ທີ່ເປັນກະເທີຍ

ທ່ານ Leo Varadkar ຕົບມືຢູ່ເທິງເວທີ ໃນຂະນະທີ່ທ່ານຊະນະ ການເລືອກຕັ້ງໃນສະພາ ຂອງພັກ Fine Gael ເພື່ອເຂົ້າຮັບ ໜ້າທີ່ ແທນນາຍົກລັດຖະມົນຕີ Enda Kenny.

ໄອ​ຣ໌​ແລນມີ​ກຳນົດ​ວ່າ ຈະ​ມີນາ​ຍົກ​ລັດຖະມົນຕີ​ເປັນ​ກະ​ເທີຍ​ຜູ້​ທຳ​ອິດ ທ່ານ Leo Va-
radkar ລູກ​ຊາຍ​ຂອງ​ຄົນ​ເຂົ້າ​ເມືອງ ທີ່​ເປັນ​ຊາວອິນ​ເດຍ ​ທີ່ໄດ້​ຊະນະ​ກາ​ນເລືອກ​ຕັ້ງ
​ການ​ເປັນ​ຜູ້ນຳຂອງພັກ​ Fine Gael ​ຊຶ່ງ​ເປັນ​ພັກ​ລັດຖະບານ ໃນ​ວັນ​ສຸກ​ວານ​ນີ້.

ທ່ານ Varadkar ທີ່ມີ​ອາຍຸ 38 ປີຍັງ​ຈະ​ເປັນ​ນາຍົກລັດຖະມົນຕີ​ໜຸ່ມ​ສຸດທີ່​ບໍ່ເຄີຍມີ​ມາ​
ກ່ອນ ຂອງສາທາລະນະລັດ​ໄອຣ໌​ແລນ. ທ່ານ​ໄດ້​ຊະນະ​ການ​ແຂ່ງຂັນ​ຕຳ​ແໜ່​ງຜູ້ນຳ
​ດ້ວຍຄະ​ແນນ​ສຽງ 60 ​ເປີ​ເຊັນ ​ແລະເຂົ້າຮັບ​ໜ້າ​ທີ່​ແທນ ທ່ານ Enda Kenny ຜູ້​ທີ່​ໄດ້ເປັນນາຍົກລັດຖະມົນຕີ​ໄອ​ຣ໌​ແລ​ນ ​ມາ​ແຕ່​ປີ 2011.

ທ່ານ Kenny ຜູ້ມີ​ອາຍຸ 66 ປີ ​ໄດ້​ປະກາດ ​ການ​ອອກກິນ​ເບ້ຍ​ບຳນານ​ຂອງ​ທ່ານ​ໃນ​
ເດືອນ​ແລ້ວ​ນີ້. ທ່ານ Varadkar ​ໃນ​ຖານະ​ຜູ້ນຳ​ພັກ Fine Gael ​ໄດ້​ ກາຍ​ມາ​ເປັນ​
ນາຍົກ​ລັດຖະມົນຕີ ​ທີ່​ຖືກ​ເລືອກ ​ຢ່າງ​ອັດຕະໂນ​ມັດ ​ແຕ່​ວ່າການ​ເລືອກ​ຂອງ​ພັກ​ຕ້ອງ
​ໄດ້​ຢືນຢັນ​ໂດຍສະພາ​ຄົບ​ຄະນະເວລາສະພາ​ກັບ​ຄືນໄປເຮັດ​ວຽກ ໃນ​ວັນ​ທີ 13 ​ມິຖຸ
ນາຈະ​ມາ​ເຖິງ​ນີ້.

ສະພາ​ໄອ​ຣ໌​ແລນ ຍັງ​ຈະ​ຕ້ອງ​ໄດ້​ໃຫ້ການ​ຢືນຢັນ​ ​ແກ່​ການ​ແຕ່ງຕັ້ງທ່ານ ​ເວລາ​ສະພາ
​ດັ່ງກ່າວ​ ເລີ້ມການ​ປະຊຸມ​ ຫລັງ​ຈາກ​ຢຸດ​ພັກ​ ໃນ​ວັນ​ທີ 13 ມິຖຸນາ. ພັກ Fine Gael ​
ເປັນຜູ້ນຳ​ພາ​ ລັດຖະບານ​ສຽງ​ສ່ວນ​ນ້ອຍ ​ໂດຍ​ໄດ້​ຮັບ​ການ​ສະໜັບສະ​ໜູນ​ຈາກ​ພັກ
Fianna Fail.

​ນອກເໜືອ​ໄປ​ຈາກຄວາມ​ໜຸ່ມ​ແໜ້ນ​ແລະການ​ເປັນ​ກະ​ເທີຍຢ່າງ​ເປີດ​ເຜີຍຂອງ​ທ່ານ
​ແລ້ວ ທ່ານ Varadka ຍັງ​ຈະ​ເປັນ​ນາຍົກລັດຖະມົນ​ຕີ​ໄອຣ໌​ແລນຄົນ​ທຳ​ອິດ ​ທີ່​ມີ​ພື້ນ
ຖານ​ມາ​ຈາກ​ຊົນ​ກຸ່ມ​ນ້ອຍ.

ທ່ານ​ໄດ້​ກ່າວ​ດ້ວຍ​ສຽງ​ຕົບມື​ຢ່າງ​ສະໜັ່ນ ຫລັງ​ຈາກການ​ໄດ້​ຮັບໄຊ​ຊະນະ​ຂອງ​ທ່ານ ໄດ້ຖືກປະກາດ​ ທີ່​ນະຄອນ Dublin ວ່າ “ຖ້າ​ຫາກ​ການ​ເລືອກ​ຕັ້ງ​ຂອງ​ຂ້າພະ​ເຈົ້າ​ໃນ​
ນາມ​ຜູ້ນຳ​ພັກ Fine Gael ​ໄດ້​ສະ​ແດງ​ອອກ​ມາ​ ຢ່າງ​ໃດ​ຢ່າງ​ນຶ່ງ​ ມັນ​ແມ່ນ​ການ​ກຽດ
ຊັງທາງ​ດ້ານ​ເຊື້ອ​ຊາດ​ ຈະ​ບໍ່​ມີ​ບ່ອນຢູ່​ໃນ​ສາທາລະນະລັດນີ້.”

ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າ​ຮູ້​ດີ ເວລາ​ພໍ່​ຂອງ​ຂ້າພະ​ເຈົ້າໄດ້​ເດີນທາງ 5,000 ​ໄມ​ ​ມາ
ເພື່ອ​ສ້າງ​ບ້ານ​ເຮືອນ​ໃໝ່ ​ຢູ່​ໃນ​ໄອຣ໌​ແລນ ຂ້າພະ​ເຈົ້າ​ສົງ​ໄສ​ວ່າ ລາວບໍ່​ເຄີຍ​ຝັນ​ວ່າ
ລູກຊາຍ​ຂອງ​ລາວ​ ຈະ​ເຕີບ​ໂຕ​ມາ​ເປັນ​ຜູ້ນຳ. ​ແລະ​ເຖິງ​ແມ່ນ​ວ່າ​ລາວ​ມີ​ຄວາມ​ແຕກ​
ຕ່າງ ​ແຕ່ລູກ​ຊາຍ​ຂອງ​ລາວ​ຈະໄດ້​ຮັບ​ການ​ຊັ່ງຊາ ໂດຍ​ການ​ປະຕິບັດ​ຂອງ​ລາວ ບໍ່​
ແມ່ນເຊື້ອຊາດ​ຂອງ​ລາວ.”

ທ່ານ Varadkar ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຫລາຍ​ຢ່າງ​ ໃນ​ນາມ​ນາຍົກ ລັດຖະ
ມົນຕີ ຮວມທັງການ​ຫັນປ່ຽນ​ເສດຖະກິດ​ທີ່​ກຳລັງ​ຟື້ນຕົວ​ຄືນ​ຈາກ​ວິ​ກິດ​ການທາງ​ດ້ານ​
ການ​ເງິນ​ຂອງ​ໂລກ​ໃນປີ 2008. ທ່ານ​ຍັງ​ຈະຕ້ອງ​ນໍາທາງ Brexit ຊຶ່ງ​ກຳນົດ​ຈະ​ມີ​ຜົນ
​ກະທົບ​ຕໍ່ໄອຣ໌​ແລນທີ່​ເປັນ​ເພື່ອນ​ບ້ານ ຫລາຍ​ກວ່າ ສ່ວນ​ໃຫຍ່​ຂອງບັນດາ​ປະ​ເທດ​ຢູ​
ໂຣບ ​ເນື່ອງ​ຈາກ​ຄວາມ​ໄກ້​ຊິດ​ໃນການ​ເຊື່ອມ​ໂຍງການ​ຄ້າ​ກັບ​ອັງກິດ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

Your browser doesn’t support HTML5

Ireland Politics