ຜູ້ນຳ ຊາວເຄີດ ໃນອີຣັກ ຮຽກຮ້ອງໃຫ້ ສະພາ ຈັດການລົງ ປະຊາມະຕິ (ສະ​ໄລ​ດ໌/ວີດີໂອ)

ປະທານາທິບໍດີຂອງເຂດປົກຄອງຕົນເອງຊາວເຄີດ ທ່ານ Masoud Barzani

ປະທານາທິບໍດີຂອງເຂດປົກຄອງຕົນເອງຊາວເຄີດ ໄດ້ຮ້ອງຂໍໃຫ້
ສະພາກະກຽມການລົງປະຊາມະຕິ ເພື່ອປະກາດເອກະລາດ.

ທ່ານ Massoud Barzani ກ່າວຕໍ່ສະພາຂອງຂົງເຂດ ໃນຄຳປາ
ໄສເມື່ອວັນພະຫັດວານນີ້ວ່າ ມັນເຖິງເວລາແລ້ວ ທີ່ຈະຕັດສິນໃຈ
ກ່ຽວກັບການຊີ້ຊະຕາກຳຂອງຕົນເອງ ແລະບໍ່ຈຳເປັນ ຕ້ອງລໍຖ້າ
ໃຫ້ຜູ້ອື່ນ ມາຕັດສິນໃຈໃຫ້ພວກເຮົາ.

ທ່ານ Barzani ຮ້ອງຂໍໃຫ້ພວກສະມາຊິກສະພາສ້າງຕັ້ງຄະນະ
ກຳມະການຂຶ້ນ ເພື່ອຈັດການລົງປະຊາມະຕິແລະກຳນົດວັນເວ
ລາໃນການປ່ອນບັດດັ່ງກ່າວ.

Your browser doesn’t support HTML5

IRAQ KURDS VO

ການຮຽກຮ້ອງທີ່ວ່ານີ້ ໄດ້ມີຂຶ້ນບໍ່ເທົ່າໃດມື້ ຫລັງຈາກສະພາແຫ່ງຊາດ ຂອງອີຣັກ ໄດ້ສິ້ນສຸດ ການປະຊຸມຄັ້ງທຳອິດນັບຕັ້ງແຕ່ໄດ້ຖືກເລືອກໃຫ້ເຂົ້າຮັບຕຳແໜ່ງ ໂດຍບໍ່ສາມາດເລືອກເອົາ ນາຍົກລັດຖະມົນຕີຄົນໃໝ່ ຂອງປະເທດໄດ້.

Your browser doesn’t support HTML5

Instability in Iraq Fuels Kurdish Independence Move

ນາຍົກລັດຖະມົນຕີອີຣັກ ທ່ານ Nouri al-Maliki ໄດ້ຖືກໂຈມຕີ ໂດຍມີການຮຽກຮ້ອງເພີ້ມ ຂຶ້ນໃຫ້ທ່ານລາອອກ ແລະປ່ອຍໃຫ້ສະພາແຫ່ງຊາດອີຣັກ ເລືອກເອົານາຍົກລັດຖະມົນຕີ ຄົນໃໝ່. ມາຈົນຮອດປັດຈຸບັນ ທ່ານກໍບໍ່ໄດ້ສະແດງ ຮ່ອງຮອຍໃດໆ ໃຫ້ເຫັນເລີຍວ່າ ທ່ານ ຈະລົງຈາກຕຳແໜ່ງ.

ພາບເຫດການ ຈາກ ອີຣັກ

ລັດຖະບານທ່ານໂອບາມາ ຍັງສືບຕໍ່ຢືນຢັນວ່າ ອີຣັກຕ້ອງເປັນອັນນຶ່ງອັນດຽວກັນ ຖ້າຈະ ເອົາຊະນະຄວາມວຸ້ນວາຍ ທີ່ໄດ້ສັງຫານໄປແລ້ວ ຫຼາຍພັນຄົນ ແລະຂົ່ມຂູ່ວ່າ ຈະເຮັດໃຫ້ ລັດຖະບານໄດ້ຮັບຄວາມປາໄຊນັ້ນ.

Your browser doesn’t support HTML5

Pentagon: ISIL ‘Stretched’ in Iraq