ທະຫານອີຣັກ ເລີ້ມເຄື່ອນກຳລັງຢ່າງລະມັດລະວັງ ໃນວັນພະຫັດວານນີ້ ເຂົ້າໄປໃນຄຸ້ມໆນຶ່ງ ຂອງເຂດກຳແພງເມືອງ Mosul ໂດຍກວດຄົ້ນໄປ ໃນແຕ່ລະບ້ານເຮືອນ ເພື່ອຄ້ຳປະ ກັນຄວາມປອດໄພໃຫ້ແກ່ພົນລະເຮືອນ. ພວກທະຫານຕ້ອງໄດ້ລະມັດລະວັງກັບລະເບີດ ພ້ອມທັງ ການດັກສະກັດໂຈມຕີ ແລະການຍິງສັງຫານ ຈາກໄລຍະໄກ ຂອງພວກຫົວຮຸນ ແຮງກຸ່ມລັດອິສລາມ ຊຶ່ງໄດ້ຮັບການຮຽກຮ້ອງຈາກຜູ້ນຳຂອງພວກເຂົາ ໃຫ້ສືບຕໍ່ຕັ້ງຢູ່ກັບ ທີ່ແລະຕ້ານຍັນການໂຈມຕີ ບໍ່ໃຫ້ສູນເສຍ ເມືອງສຳຄັນແຫ່ງສຸດທ້າຍ ທີ່ພວກເຂົາຍັງຍຶດ ຄອງຢູ່ໃນປະເທດອີຣັກ.
ເດັກນ້ອຍ ຍົກມືເປັນໂຕ V ສັນຍາລັກຂອງໄຊຊະນະ ທີ່ເມືອງ Gogjali
ການບຸກເຂົ້າໄປ ໃນເມືອງ Mosul ຊຶ່ງກຸ່ມລັດອິສລາມ ເຂົ້າຍຶດເອົາ ມາໄດ້ດົນກວ່າ 2 ປີ ແລ້ວນັ້ນພາໃຫ້ຫຼາຍຮ້ອຍຄອບຄົວຫຼັ່ງໄຫຼໜີອອກໄປຈາກເມືອງດັ່ງກ່າວ. ພວກເຂົາເຈົ້າ ເລີ່ມພາກັນຫລົບໜີອອກໄປຈາກເມືອງ Mosul ຊຶ່ງບາງພວກກໍພາກັນຖືທຸງຂາວບາງຄົນ ກໍສົ່ງສັນຍານ ຂອງການໄດ້ຮັບໄຊຊະນະ ໃສ່ກອງກຳລັງລັດຖະບານ ທີ່ໄດ້ຮັບການຝຶກແອບໂດຍສະຫະລັດ ທີ່ເຄີຍໄດ້ຮັບໄຊຊະນະຫຼາຍໆຄັ້ງມາແລ້ວໃນປີນີ້ ຢູ່ບ່ອນອື່ນໆໃນອີຣັກ ໃນການຕໍ່ສູ້ກັບພວກນັກລົບລັດອິສລາມ ຮວມທັງທີ່ເມືອງ Fallujah ນຳດ້ວຍ.
ໃນຂະນະທີ່ປະຊາຊົນ ໃນເມືອງ Gogjali ທາງພາກຕາເວັນອອກຂອງເມືອງ Mosul ພາ ກັນສະແດງຄວາມຍິນດີ ຕ້ອນຮັບການປົດປ່ອຍຈາກພວກນັກລົບລັດອິສລາມ ກໍມີຄວາມຢ້ານກົວເພີ່ມຂຶ້ນວ່າໃນຂະນະທີ່ຄຸ້ມຕ່າງໆທາງພາກຕາເວັນຕົກຂອງເມືອງທີ່ນິຍົມກຸ່ມລັດ ອິສລາມນັ້ນ ຕົກຢູ່ໃນກຳມື ຂອງທະຫານຝ່າຍລັດຖະບານ ການແກ້ແຄ້ນແລະການຕອບໂຕ້ຄືນກໍຈະເລີ້ມຂຶ້ນ ທັງຈາກປະຊາຊົນໃນເຂດທ້ອງຖິ່ນ ແລະພວກທີ່ໄດ້ຮັບຄວາມທຸກທໍ ລະມານຈາກພວກນັກລົບລັດອິສລາມ ໃນເວລາ 2 ປີ ທີ່ພວກເຂົາຍຶດຄອງເມືອງ Mosul ຢູ່ນັ້ນ ແລະຈາຫພວກທະຫານບ້ານ Sunni ທີ່ຖືກກ່າວຫາວ່າ ໄດ້ທຳການໂຈມຕີເພື່ອແກ້ແຄ້ນ ຕໍ່ພວກຜູ້ຊາຍ ແລະເດັກຜູ້ຊາຍ ໃນເຂດໝູ່ບ້ານອ້ອມແອ້ມ ທີ່ສົງໄສວ່າມີຄວາມສຳ ພັນກັບກຸ່ມລັດອິສລາມນັ້ນ.
Your browser doesn’t support HTML5
Video of the Mosul, Iraq offensive, Nov. 3, 2016
ອົງການນິລະໂທດກຳສາກົນ ໄດ້ກ່າວໃນມື້ວັນພຸດ ຜ່ານມານີ້ວ່າ ຕົນໄດ້ຮັບລາຍງານວ່າ ພວກທີ່ເປັນໃຈ ກັບພວກນັກລົບ ກຸ່ມລັດອິສລາມ ໄດ້ຖືກນຳມາສົບປະໝາດ ທໍລະມານ ແລະທຸບຕີ ໃນຂະນະທີ່ພວກນັກລົບຂອງກຸ່ມທະຫານບ້ານທີ່ເອີ້ນວ່າກອງກຳລັງຊົນເຜົ່າ Sabawi ໄດ້ກວດຄົ້ນຕາມບ້ານຕ່າງໆ ທາງພາກໃຕ້ຂອງເມືອງ. ທ່ານ Lynn Maalouf ຈາກອົງການນິລະໂທດກຳສາກົນ ກ່າວວ່າ “ມັນເປັນປະເພນີທີ່ເປັນອັນຕະລາຍໃນການ ບໍ່ຖືກລົງໂທດ ຊຶ່ງພວກທີ່ ກໍ່ການໃນການໂຈມຕີທຳນອງນີ້ ຮູ້ສຶກວ່າເຂົາເຈົ້າສາມາດເຮັດໄດ້ຢ່າງເສລີ ໃນການກໍ່ອາຊະຍາກຳຕ່າງໆ ແລະບໍ່ໄດ້ຮັບການລົງໂທດໃດໆ.”
Your browser doesn’t support HTML5
Iraq Mosul