ການໂຈມຕີ ດ້ວຍອາວຸດ ເຄມີໃນ ອີຣັກ ເຮັດໃຫ້ ເດັກນ້ອຍ ຄົນໜຶ່ງ ເສຍຊີວິດ ແລະ ບາດເຈັບ 600 ຄົນ

ປະຊາຊົນທີ່ຖືກໂຈມຕີດ້ວຍອາວຸດ ເຄມີ ລໍຖ້າການປິ່ນປົວທີ່ໂຮງໝໍແຫ່ງໜຶ່ງໃນເມືອງ Taza, 20 ກິໂລແມັດ ທາງພາກໃຕ້ຂອງແຂວງ Kirkuk ໃນ ປະເທດ ອີຣັກ.

ພວກກຸ່ມລັດອິສລາມ ໄດ້ເປີດສາກໂຈມຕີດ້ວຍອາວຸດເຄມີ 2 ຄັ້ງ ຢູ່ໃກ້ໆ ກັບເມືອງ Kirkuk ທາງພາກເໜືອຂອງປະເທດ ອີຣັກ, ເຮັດ ໃຫ້ເດັກ ຍິງອາຍຸ 3 ປີເສຍຊີວິດ, ບາດເຈັບ 600 ຄົນ ແລະ ເຮັດໃຫ້ ຫຼາຍ ຮ້ອຍຄົນຕື່ມອີກຕ້ອງໄດ້ຫລົບໜີອອກຈາກສະຖານ ທີ່ໄປ, ອີງຕາມການກ່າວ ຂອງເຈົ້າໜ້າທີ່ ອີຣັກ ໃນວັນເສົາວານນີ້.

ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພ ແລະ ໂຮງໝໍກ່າວວ່າ ການ ໂຈມຕີໄດ້ເກີດຂຶ້ນໃນຕອນເຊົ້າຂອງວັນເສົາວານນີ້ໃນເມືອງ Taza ທີ່ເປັນເມືອງນ້ອຍເມືອງໜຶ່ງ, ເຊິ່ງຍັງໄດ້ຖືກລະດົມໂຈມຕີໃສ່ດ້ວຍ ຈະຫຼວດທີ່ບັນຈຸສານເຄມີ ສາມມື້ກ່ອນໜ້ານັ້ນ.

ນາຍົກລັດຖະມົນຕີ ອີຣັກ ທ່ານ Haider al-Anadi ໄດ້ປະຕິຍານວ່າ ຈະຕອບໂຕ້ຕໍ່ພວກກຸ່ມ ລັດອິສລາມ ສຳລັບການໂຈມຕີດັ່ງກ່າວ. ທ່ານນາຍົກໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ ການໂຈມຕີແກ໊ສພິດmustard ທີ່ຕ້ອງສົງໄສໃນເມືອງ Taza ທີ່ເຮັດໃຫ້ເດັກຍິງອາຍຸ 3 ປີເສຍ ຊີວິດນັ້ນ “ຈະບໍ່ໃຫ້ຖືກປ່ອຍໄປໂດຍບໍ່ມີການລົງໂທດເດັດຂາດ.”

Your browser doesn’t support HTML5

KirkukChemical Attack