ທະຫານສະຫະລັດຫລາຍກວ່າ 100 ຄົນ ກຳລັງຕິດຕາມ ກຳລັງທະຫານ ອີຣັກ ແລະ Kurdish Peshmerga ໄປ ໃນການບຸກຄືບໜ້າເອົາເມືອງ Mosul ຄືນມາຈາກກຳລັງລັດອິສລາມ.
ໂຄສົກທຳນຽບຫ້າແຈ ຮ້ອຍເອກກອງທັບເຮືອ ທ່ານ Jeff Davis ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ວ່າ ອາເມຣິກັນ ກຳລັງໃຫ້ການຊ່ວຍເຫລືອKurds ປະມານ 10,000 ຄົນ ກຳລັງຮັກສາຄວາມປອດໄພອີຣັກ 18,000 ຄົນ ແລະຕຳຫລວດອີຣັກອີກປະມານສອງພັນຄົນ ໃນຂະນະທີ່ເຂົາເຈົ້າປະເຊີນໜ້າກັບກຳລັງລັດອິສລາມ ທີ່ໄດ້ຕັ້ງທີ່ໝັ້ນຢູ່ໃນເມືອງໃຫຍ່ອັນດັບສອງຂອງອີຣັກ ເປັນເວລາກວ່າສອງປີທີ່ຜ່ານມາ.
ກຳລັງທະຫານ Peshmerga ຄືບໜ້າເຂົ້າສູ່ພາກຕາເວັນອອກຂອງເມືອງ Mosul.
ການຄໍານວນວ່າມີພວກນັກລົບ IS ໃນເມືອງ Mosul ຢູ່ປະມານ 3,000 ຫາ 5,000 ຄົນນັ້ນ ແຕ່ ບັນດາເຈົ້າໜ້າທີ່ສະຫະລັດກ່າວວ່າ ເມືອງ Mosul ເປັນບ້ານເຮືອນຂອງພວກນັກລົບ IS ທີ່ມີຄວາມຊຳນານ ຜູ້ທີ່ເສຍສະຫລະຫລາຍໃຫ້ແກ່ການສູ້ລົບ ແລະການເຜີຍແຜ່ແນວຄິດທີ່ຮ້າຍແຮງ.
ແຜນທີ່ຂອງ ສະຫະປະຊາຊາດ ສະແດງໃຫ້ເຫັນທາງຜ່ານບ່ອນທີ່ຄາດມີການຫລົບໜີອອກມາ ຈາກເມືອງ Mosul
ທ່ານ Davis ກ່າວວ່າ ກຳລັງທະຫານສະຫະລັດຫລາຍກວ່າ 100 ຄົນ ແມ່ນປະປົນຢູ່ນຳກຳລັງຮັກສາຄວາມປອດໄພອີຣັກ ໃນລະດັບກອງບັນຊາການແລະຍັງປະປົນຢູ່ກັບ Kurdish ແລະ ໜ່ວຍກ້າຕາຍ ຕ້ານການກໍ່ການຮ້າຍ ຢູ່ໃນລະດັບຕໍ່າກວ່ານຶ່ງກອງພັນ.
ກຳລັງທະຫານ Peshmerga ກ້າວໜ້າເຂົ້າສູ່ທາງພາກຕາເວັນອອກຂອງເມືອງ Mosul.
ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ເນັ້ນໜັກວ່າ ກຳລັງທະຫານສະຫະລັດທີ່ຢູ່ກັບ ຄູ່ຕຳແໜ່ງອີຣັກ ແລະ Peshmerga ຜູ້ທີ່ພົວພັນໃນການປະສານງານ ແລະການຕັດສິນໃຈ ແທນທີ່ຈະສູ້ລົບຢູ່ໃນແນວໜ້າ. ແຕ່ວ່າ ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Ash Cater ໄດ້ກ່າວວ່າ ກຳລັງທະຫານສະຫະລັດຍັງຢູ່ໃນສະພາບເປັນອັນຕະລາຍ.
ຄວັນໄຟພູ່ຂຶ້ນຈາກທີ່ໝັ້ນຂອງລັດອິສລາມ ຫລັງຈາກການໂຈມຕີທາງອາກາດຂອງແນວໂຮມ.
ກຳລັງອີຣັກ ແລະເຄີດ ກ່າວວ່າເຂົາເຈົ້າໄດ້ຍຶດເອົາຫລາຍສິບໝູ່ບ້ານຢູ່ນອກເມືອງ Mosul ແລະທ່ານ Davis ກ່າວວ່າມີສີ່ຈຸດສຳຄັນຈາກການບຸກໂຈມຕີເຂົ້າໄປສູ່ໂຕເມືອງ. ກຳລັງເຄີດ ແລະ Peshmerga ກຳລັງກ້າວໜ້າເຂົ້າໄປສູ່ໝູ່ບ້ານຊາວເຄີດຈາກສອງຈຸດ ທາງພາກຕາເວັນອອກຂອງ ເມືອງ Mosul ດ້ວຍກຳລັງຮັກສາຄວາມພະຍາຍາມຮັກສາປອດໄພອີຣັກ ທີ່ຕິດຕາມຫລັງມາ. ກຳລັງ ISF ກຳລັງຄືບໜ້າຈາກຖານທັບ Qayarrah West ແລະອີກທິມ ISF ກໍກຳລັງບຸກຄືບໜ້າເຂົ້າໄປໃນເມືອງ Mosul ຈາກທາງພາກຕາເວັນອອກສຽງ
ໃຕ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Iraq Mosul