ກຳລັງຂອງອີຣັກ ແລະພວກຫົວຮຸນແຮງນິກາຍຊຸນນີ ທີ່ພວມ
ທຳການຕໍ່ສູ້ກັນເພື່ອເຂົ້າຄວບຄຸມໂຮງກັ່ນນ້ຳມັນໃຫຍ່ທີ່ສຸດ
ຂອງປະເທດນັ້ນ ຍັງສືບຕໍ່ປະທະກັນ ໃນວັນພະຫັດມື້ນີ້ ທີ່
ໂຮງກັ່ນນ້ຳມັນດັ່ງກ່າວ ໃນເມືອງ Beiji.
ພວກທີ່ເຫັນເຫດການ ແຈ້ງໃຫ້ຊາບວ່າ ເຫັນຄວັນໄຟພຸ່ງຂຶ້ນ
ຈາກໂຮງກັ່ນນ້ຳມັນ ແລະກ່າວວ່າ ເຫັນທຸງສີດຳຂອງພວກຫົວ
ຮຸນແຮງລັດອິສລາມຂອງອີຣັກ ແລະເຂດ Levant ປີວສະບັດ
ຢູ່ອາຄານຫຼັງນຶ່ງ.
ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພອີຣັກ ກ່າວວ່າ ລັດຖະ
ບານຍັງຄວບຄຸມໂຮງກັ່ນນ້ຳມັນຢູ່ ຊຶ່ງຕັ້ງຢູ່ລະຫວ່າງກາງທາງໄປຫາແບັກແດດ
ແລະເມືອງ Mosul ນັ້ນ.
ສະຫະລັດ ກຳລັງສືບຕໍ່ພິຈາລະນາ ເພື່ອຊັ່ງຊາເບິ່ງທາງເລືອກຕ່າງໆ ກ່ຽວກັບວ່າ
ຈະຊ່ອຍອີຣັກວິທີໃດ ເພື່ອຕໍ່ສູ້ກັບພວກຫົວຮຸນແຮງ ທີ່ໄດ້ຍຶດເອົາພວກຫົວເມືອງ
ສຳຄັນໆໃນພາກເໜືອ ແລະໄດ້ຂົ່ມຂູ່ທີ່ຈະບຸກລົງມາສູ່ນະຄອນຫຼວງແບັກແດດ
ນັ້ນ.
ພົນເອກ Martin Dempsey ປະທານຫົວໜ້າເສນາທິການກອງທັບ ກ່າວຕໍ່ອະ
ນຸກຳມະການສະພາສູງສະຫະລັດໃນວັນພຸດວານນີ້ວ່າລັດຖະບານອີຣັກໄດ້ຂໍຮ້ອງໃຫ້ສະຫະລັດຊ່ອຍທຳການໂຈມຕີທາງອາກາດ.
ນາຍພົນ Dempsey ກ່າວວ່າ ລັດຖະບານອີຣັກ ພາຍໃຕ້ການນຳພາຂອງນິກາຍ Shi’ite ໄດ້ສ້າງຄວາມລົ້ມແຫຼວໃຫ້ແກ່ປະຊາຊົນຂອງຕົນ ແລະວ່າພວກຜູ້ນຳບໍ່
ໄດ້ດຳເນີນຕາມຄຳໝັ້ນໝາຍຂອງຕົນເພື່ອປະກອບຄະນະລັດຖະບານສາມັກຄີ
ຊາດຂຶ້ນກັບພວກຊຸນນີ ແລະຊາວ Kurds ນັ້ນ.
ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ໄດ້ໂອ້ລົມກັນທາງ ໂທລະສັບ
ກັບນາຍົກລັດຖະມົນຕີ Nouri al-Maliki ຂອງອີຣັກ ຕະຫຼອດທັງກັບພວກຜູ້ນຳ
ກຸ່ມຊຸນນີ ແລະຊາວ Kurd ໃນວັນພຸດວານນີ້ ຊຶ່ງທ່ານໄດ້ເນັ້ນເຖິງຄວາມຈຳເປັນ
ໃນການຕັ້ງຄະນະລັດຖະບານສາມັກຄີຊາດ ທີ່ສາມາດຮັບມືກັບການຂົ່ມຂູ່ຂອງ
ພວກຫົວຮຸນແຮງຕໍ່ປະຊາຊົນທັງໝົດຂອງອີຣັກນັ້ນ.

ພາບຫຼ້າສຸດ ຈາກ ອີຣັກ

Your browser doesn’t support HTML5
CN- Iraq Requests US Air Strikes as ISIL Advances
ນາຍພົນ Dempsey ກ່າວວ່າ ລັດຖະບານອີຣັກ ພາຍໃຕ້ການນຳພາຂອງນິກາຍ Shi’ite ໄດ້ສ້າງຄວາມລົ້ມແຫຼວໃຫ້ແກ່ປະຊາຊົນຂອງຕົນ ແລະວ່າພວກຜູ້ນຳບໍ່
ໄດ້ດຳເນີນຕາມຄຳໝັ້ນໝາຍຂອງຕົນເພື່ອປະກອບຄະນະລັດຖະບານສາມັກຄີ
ຊາດຂຶ້ນກັບພວກຊຸນນີ ແລະຊາວ Kurds ນັ້ນ.
Your browser doesn’t support HTML5
Obama Faces Limited Options in Iraq

iraq19june14