30 ຄົນ ເສຍຊີວິດ ໃນການໂຈມຕີ ສະຫຼະຊີບ ທີ່ປະເທດອີຣັກ

ຜູ້ຄົນພາກັນໄປກວດກາເບິ່ງ ຫລັງຈາກໄດ້ເກີດການໂຈມຕີ ສະຫຼະຊີບ ຢູ່ເດິ່ນເຕະບານ ທີ່ເມືອງ Iskandariya ປະມານ 40 ຫລັກກິໂລແມັດ ຫ່າງຈາກນະຄອນຫຼວງແບັກແດດ ໄປທາງທິດໃຕ້. (26 ມີນາ 2016)

ເຈົ້າໜ້າ​ທີ່​ອີຣັກກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະຫຼະຊີບ​ໃນ
​ຄືນ​ວັນ​ສຸກ ​ໄດ້​ສັງຫານ 30 ຄົນແລະ​ໄດ້ຮັບບາດ​ເຈັບ​ອີກຫລາຍ
​ກວ່າ 80 ຄົນ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ຜູ້​ໂຈມ​ຕີ​ສະຫຼະຊີບ​ໄດ້​ບີບ​ຄະ​ນວນ​ລະ​ເບີດ​ທີ່​
ມັດ​ໃສ່​ອ້ອມ​ແອວຂອງ​ຜູ້ກ່ຽວ​ໃຫ້​ແຕກ​ຂຶ້ນຢູ່​ທີ່​ສະໜາມກິລາ​ແຫ່ງ
​ນຶ່ງ ປະມານ 40 ຫລັກ​ກິ​ໂລ​ແມັດ ຫ່າງ​ຈາກ​ນະຄອນຫລວງ​ແບັກ
​ແດດ​ໄປ​ທາງ​ທິດ​ໃຕ້.

ອົງການ​ຂ່າວ​ຝຣັ່ງລາຍ​ງານ​ວ່າ ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ດັ່ງກ່າວ
​ເກີດ​ຂຶ້ນ​ເວລາເຈົ້າໜ້າ​ທີ່​ພວມ​ມອບ​ຂັນໃຫ້​ແກ່ພວກ​ນັກ​ກິລາຫລັງ​ຈາກ​ການ​ແຂ່ງຂັນ​ເຕະບານ ສິ້ນສຸດ​ລົງ.

ກຸ່ມ​ລັດ​ອິສລາມ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ດັ່ງກ່າວ.

Your browser doesn’t support HTML5

Iraq Blast