5 ຄົນເສຍຊີວິດ ໃນການໂຈມຕີສະລະຊີບ ໃນອີຣັກ

  • ສິງ ບູຣົມມະວົງ

ກໍາລັງຮັກສາຄວາມປອດໄພຂອງອີຣັກ ກໍາລັງກວດກາເບິ່ງສະຖານ ທີ່ການໂຈມຕີສະລະຊີບໃນລົດທີ່ເມືອງບາສສະຣະ ໃນພາກໃຕ້ຂອງອີຣັກ ວັນທີ 13 ມິຖຸນາ 2011

ຕໍາຫລວດ​ອີຣັກກ່າວ​ວ່າ ຜູ​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ໄດ້​ສັງຫານປະຊາຊົນ 5 ຄົນແລະ
ບາດ​ເຈັບ​ຢ່າງ​ນ້ອຍຕື່ມ​ອີກ 15 ຄົນ​ໃນ​ເມືອງ Basra ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ ຊຶ່ງ​ເປັນ
ເມືອງ​ອຸດສາຫະກໍາ​ບໍ່​ນໍ້າມັນ ທີ່​ກໍ​າລັງ​ຈະ​ເລີ​ນຂຶ້ນ​ນັ້ນ.

ທາງ​ການ​ອີຣັກກ່າວ​ວ່າ ຄົນວາງ​ລະ​ເບີດ​ໄດ້​ພະຍາຍາມ​ຂັບ​ລົດ​ເຂົ້າ​ໄປ​ໃນ​ບໍລິ​ເວນຄ້າຍຕໍາ
ຫລວດ​ແຫ່ງ​ນຶ່ງ ແຕ່​ໄດ້​ຖືກ​ຢຸດ​ລົດ ​ຜູ້ກ່ຽວ​ກໍ​ເລີຍຈູດຂະນວນ​ລະ​ເບີດ​ທໍາລາຍ​ລົດ​. ມີ​ລາຍ
ງານ​ວ່າຢ່າງ​ໜ້ອຍ 3 ຄົນ​ ໃນ​ຈໍານວນ​ຜູ້​ເສຍ​ຊີວິດ​ ເປັນ​ຕໍາຫລວດ.

ໃນ​ວັນ​ເສົາ​ມື້ກ່ອນ​ນີ້ ການວາງ​ລະ​ເບີດ​ໃນ​ລົດ 2 ຄັນ​ທີ່ປາກົດ​ວ່າ​ມີ​ການປະສານ​ງານ​ກັນ​ໄດ້
ເອົາ​ຊີວິດ​ຜູ້​ຄົນ​ໄປ​ຢ່າງ​ນ້ອຍ 6 ຄົນ​ໃນເມືອງ Mosul ​ໃນ​ພາກ​ເໜືອ​ຂອງ​ອີຣັກ.

ພວກ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ແລະ​ແພດ​ໝໍ ກ່າວ​ວ່າ ​ເຫດລະ​ເບີດ​ດັ່ງກ່າວໄດ້​ເກີດ​ຂຶ້ນ​ບົນ​ຖະໜົນ
ສາຍ​ນຶ່ງ ​ທີ່​ມີ​ການ​ສັນຈອນ​ໄປມາ​ຢ່າງ​ຄັບ​ຄັ່ງ​ໃກ້ໆກັບ​ພວກ​ຕຶກ​ອາຄານຕ່າງໆ​ຂອງ​ລັດຖະ
ບານ ​ແລະ​ເຮັດ​ໃຫ້ປະຊາຊົນ ຢ່າງ​ນ້ອຍ 55 ຄົນ​ໄດ້​ຮັບ​ບາດ​ເຈັບ.