ທີ່ປຶກສາ ດ້ານທະຫານ ສະຫະລັດ ເພີ້ມຂຶ້ນ ສອງທົບ ເປັນ 450 ຄົນ ຢູ່ໃນອີຣັກ

ພວກທະຫານ ສະຫະລັດ ເຕົ້າໂຮມກັນ ທີ່ຖານທັບ ຕັ້ງຢູ່ທາງພາກເໜືອ ຂອງເມືອງ Mosul, ປະເທດອີຣັກ, ວັນທີ 4 ມັງກອນ 2017.

ກຸ່ມແນວໂຮມທີ່ນຳພາໂດຍສະຫະລັດ ໄດ້ເພີ່ມຈຳນວນທີ່ປຶກສາດ້ານທະຫານ ທີ່ໃຫ້ ການຊ່ອຍເຫຼືອແກ່ກຳລັງທະຫານອີຣັກ ຕໍ່ສູ້ກັບກຸ່ມພວກຫົວຮຸນແຮງລັດອິສລາມ ຂຶ້ນສອງເທົ່າ ເປັນ 450 ຄົນ.

ໂຄສົກຂັ້ນສູງຂອງສະຫະລັດ ໃນການຕໍ່ສູ້ເພື່ອຍຶດຄືນເມືອງ Mosul ໄດ້ກ່າວໃນວັນ
ພຸດວານ​ນີ້ວ່າ ຈຳນວນ​ທີ່​ປຶກສາທີ່ເພີ່ມຂຶ້ນນັ້ນ ຈະຊ່ອຍເລັ່ງລັດໃນການ ສູ້ລົບ.

ພັນເອກ John Dorrian ໂຄສົກຂອງກຸ່ມແນວໂຮມ ໄດ້ກ່າວໃນກອງປະຊຸມ ຜ່ານທາງ ວີດີໂອ ຈາກນະຄອນຫຼວງແບັກແດັດ ວ່າ “ພວກເຮົາໄດ້ເພີ່ມຈຳນວນ ທີ່ປຶກສາ ແລະ
ກຳລັງ ຊ່ອຍເຫຼືອ ຢູ່​ທີ່ກອງບັນຊາການກຳລັງຮັກສາຄວາມປອດໄພຂອງອີຣັກ ຫຼື
ISF ເພື່ອຊ່ອຍໃຫ້ການແນະນຳພວກເຂົາເຈົ້າ ໃນຂະນະທີ່ພວກເຂົາ​ເຈົ້າ ກ້າວໄປ
ໜ້າ ແລະ ເພື່ອເຮັດໃຫ້ການດຳເນີນງານທັງຫຼາຍ ປະສານງານກັນດ້ວຍດີ.”

ມີທະຫານອາເມຣິກັນ ປະມານ 5,000 ຄົນ ປະຈຳການຢູ່ໃນອີຣັກ ອີງຕາມກຸ່ມແນວ ໂຮມດັ່ງກ່າວ ແລະ ກຳລັງພິເສດ ຂອງສະຫະລັດ ຍັງໄດ້ທຳການຕໍ່ສູ້ ກັບພວກຫົວ
ຮຸນແຮງ ລັດອິສລາມ ທາງພາກພື້ນດິນ ໃນສະໜາມລົບ.

ປະຊາຊົນອີຣັກຫຼາຍກວ່າ 125,000 ຄົນຕ້ອງໄດ້ອົບ​ພະຍົບຫຼົບ​ໄພຈາກຖິ່ນຖານ ນັບຕັ້ງແຕ່ການບຸກໂຈມຕີເມືອງ Mosul ເລີ່ມຕົ້ນຂຶ້ນ ໃນເດືອນຕຸລາ ປີກາຍນີ້ ເປັນ
ຕົ້ນມາ ອີງຕາມອົງການສະຫະປະຊາຊາດ.

ທຳນຽບຫ້າແຈ ກະປະມານວ່າ ມີພວກນັກລົບລັດອິສລາມ ເຫຼືອຢູ່ 3,000 ຫາ 5,000
ຄົນ ໃນເມືອງ Mosul.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Your browser doesn’t support HTML5

Mosul Refugees