ອີຣັກ ແລະ ເທີກີ ເຄື່ອນໄຫວ ເພື່ອຈະລົງໂທດ ຊາວເຄີດ ຕໍ່ການລົງປະຊາມະຕິ

ທະຫານເທີກີ ແລະ ອີຣັກ ນັ່ງຢູ່ເທິງລົດຖັງຂອງເທີກີ ໃນລະຫວ່າງການຊ້ອມລົບ ໃນເມືອງ Silopi, ຢູ່ໃກ້ໆ ກັບເມືອງ Habur ທີ່ເປັນດ່ານຊາຍແດນ ຕິດກັບ ອີຣັກ ຢູ່ທາງພາກຕາເວັນອອກສຽງໃຕ້ຂອງເທີກີ, ວັນທີ 26 ກັນຍາ 2017.

ເຖິງແມ່ນວ່າ ຊາວເຄີດ ໄດ້ພາກັນສະເຫຼີມສະຫຼອງ ການ​ເຫັນ​ພ້ອມ ​ໃນການລົງປະຊາ
ມະຕິ ເພື່ອຄວາມເປັນເອກກະລາດ ຢ່າງຖ້ວມລົ້ນ ກໍຕາມ ອີຣັກ ໄດ້ເອົາມາດຕະການ
ທີ່ຈະລົງໂທດ ລັດທີ່ຫວັງຈະແຍກໂຕອອກ ໂດຍປະຕິຍານວ່າ ຈະປິດ​ເຂດນ່ານຟ້າ
ຂອງຕົນ ແລະ ເຂົ້າຮ່ວມ ການຊ້ອມລົບທາງດ້ານທະຫານ ກັບເທີກີ.

ໂດຍເອີ້ນການລົງປະຊາມະຕິ ນັ້ນວ່າ “ຜິດຕໍ່ລັດຖະທຳມະນູນ” ສະພາຂອງອີຣັກ
ໃນວັນພຸດວານນີ້ ຍັງໄດ້ຂໍໃຫ້ນາຍົກລັດຖະມົນຕີ Haider al-Abadi ສົ່ງກຳລັງ
ທະຫານ ໄປຍັງເມືອງ Kirkuk ທີ່ຜະລິດນ້ຳມັນ ແລະຄວບຄຸມ​ໂດຍພວກ​ຊາວ​ເຄີ​ດ
​ເພື່ອ​ເຂົ້າຄວບ​ຄຸມ​ບໍ່ນ້ຳມັນ ທີ່ມີກຳໄລງາມແຫ່ງນີ້.

ລັດຖະມົນຕີການຕ່າງປະເທດ ເທີກີ ທ່ານ Mevlut Cavusoglu ກ່າວ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ກັບ ລັດຖະມົນຕີການຕ່າງປະເທດ ເຢຍຣະມັນ ທ່ານ Sigmar Gabriel ໃນນະຄອນ Ankara ຂອງເທີກີ, ວັນທີ 5 ມິຖຸນາ 2017.

ສະພາໄດ້ບອກ 34 ປະເທດທີ່ມີຄະນະທູດຢູ່ໃນເຂດ Kurdistan ໃຫ້ປິດສະຖານ​ທູດ ພວກເຂົາເຈົ້າເສຍ ແລະ ໄດ້ຮຽກຮ້ອງ ໃຫ້ທ່ານ Abadi ຈັດຕັ້ງປະຕິ​ບັດການຕັດສິນ
ທີ່ຈະປົດຜູ້ປົກຄອງ​ເມືອງ Kirkuk ທ່ານ Najmaldin Karim ອອກ​ຈາກ​ຕຳ​ແໜ່​ງ
ທີ່ຈັດໃຫ້ມີການລົງຄະແນນສຽງ ແລະ ໃຫ້ສົ່ງກຳລັງໄປປະຈຳການຢູ່ໃນພື້ນທີ່ ທີ່​ເຄີຍ
ຢູ່ພາຍໃຕ້ການຄວບຄຸມ ຂອງລັດຖະບານອີຣັກ ກ່ອນທີ່ເມືອງ Mosul ຈະຕົກໄປເປັນ
ຂອງກຸ່ມລັດອິສລາມ ໃນ​ໄລຍະ 3 ປີ ຜ່ານມາ.

ທ່ານ Abadi ໄດ້ກ່າວວ່າ “ພວກເຮົາຈະບັງຄັບໃຊ້ອຳນາດລັດຖະບານ​ກາງ ໃນເຂດ
Kurdistan ແລະ ພວກເຮົາ ກໍໄດ້ເລີ້ມຕົ້ນ ເຮັດແລ້ວ.”

ສຳນັກງານນາຍົກລັດຖະມົນຕີ ໄດ້ກ່າວວ່າ ທ່ານ Abadi ໄດ້ລົມກັບຄູ່ຕຳແໜ່ງຂອງ
ທ່ານ ຈາກເທີກີ ທ່ານ Binali Yildirim ໂດຍທາງໂທລະສັບ ຜູ້ທີ່ໄດ້ກ່າວວ່າ ເທີກີ
ສະໜັບສະໜູນ ການເອົາທຸກມາດຕະການ ໂດຍລັດຖະບານອີຣັກ ເພື່ອຮັກສາໄວ້
ຄວາມ​ເປັນ​ເອກກະພາບຂອງປະເທດ ລວມທັງການຕົກລົງ ກ່ຽວກັບການສົ່ງອອກ
ນ້ຳມັນ ກັບ ລັດຖະບານ Baghdad ເທົ່ານັ້ນ.

ເດັກນ້ອຍຜຸ້ຊາຍຄົນນຶ່ງ ຂີ່ລົດຖືບ ຕິດທຸກຊາດ ຂອງ Kurdistan ໃນເມືອງ Tuz Khurmato ຂອງອີຣັກ, ວັນທີ 24 ກັນຍາ 2017.

ການລົງປະຊາມະຕິ ຈະບໍ່ມີ​ຜົນ​ບັງຄັບ ແຕ່ມັນເປັນບາດກ້າວທີນຶ່ງ ໃນຂັ້ນຕອນ
ອັນຈະແຈ້ງ ທີ່ຈະນຳໄປສູ່ໃນທິດທາງນັ້ນ ເຖິງແມ່ນວ່າ ຈະມີການຕຳໜິ ຈາກອີຣັກ, ປະເທດເພື່ອນບ້ານຂອງຕົນ ໂດຍສະເພາະ ແມ່ນອີຣ່ານ ແລະ ເທີກີ ແລະ ສະຫະລັດ
ກໍຕາມ. ພວກປະເທດເຫຼົ່ານີ້ ໄດ້ອະທິບາຍວ່າ ມັນເປັນການເຮັດໃຫ້ບໍ່ມີສະຖຽນລະພາບ
ໃນເວລານີ້ ໃນເມື່ອທຸກໆຝ່າຍ ແມ່ນຍັງສູ້ລົບ ຕໍ່ຕ້ານ ກຸ່ມລັດອິສລາມຢູ່.

ກຳລັງທະຫານເທີກີ ພວມ​ທຳການຊ້ອມລົບ ຢູ່ທີ່ຊາຍແດນຂອງອີຣັກ ແລະ ພວກທະຫານ
ອີຣັກ ໄດ້ເຂົ້າຮ່ວມ ຢູ່ 4 ກິໂລແມັດ ຈາກ ເມືອງ Habur ທີ່ເປັນດ່ານຊາຍແດນ ລະຫວ່າງ
ສອງປະເທດ. ສື່ມວນຊົນແຫ່ງຊາດ ແລະ ສາກົນໄດ້ສັງເກດການເບິ່ງ​ການຊ້ອມລົບ ຈາກ
ຖະໜົນຫຼວງສາຍຫລັກ ໄປຫາດ່ານຊາຍແດນ.

Your browser doesn’t support HTML5

Kurdish Referendum Reaction

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ