ອີຣັກ ລາຍງານວ່າ ການໂຈມຕີທາງອາກາດ ສັງຫານ ຮອງຜູ້ບັນຊາການ ລັດອິສລາມ

ຄວັນດຳທີ່ລອຍຂຶ້ນສູ່ທ້ອງຟ້າ ຢູ້ທາງດ້ານຫຼັງ ຂອງທຸງກຸ່ມລັດອິສລາມ ຫຼັງຈາກທີ່ ກອງກຳລັງຮັກສາຄວາມປອດໄພ ອີຣັກ ແລະ ພວກນັກຕໍ່ສູ້ ຊາວ Shiite ໄດ້ເຂົ້າຍຶດເອົາເມືອງ Saadiya ໃນແຂວງ Diyala ຈາກພວກຫົວຮຸນແຮງລັດອິສລາມ ເມື່ອວັນທີ 24 ພະຈິກ 2014.

ກະຊວງປ້ອງ​ກັນ​ປະ​ເທດອີຣັກ ກ່າວ​ໃນ​ວັນ​ພຸດ​ວານ​ນີ້ ວ່າ
ການ​ໂຈມ​ຕີ​ທາງ​ອາກາດ ​ຂອງກຳລັງ​ປະສົມ ​ໄດ້​ສັງຫານ
​ຮອງ​ຜູ້​ບັນຊາ​ການ​ ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ລັດ ອິສລາມຊຶ່ງ
ເປັນການກ່າວອ້າງ ທີ່ກອງທັບສະຫະລັດ ​ເວົ້າ​ວ່າ ຍັງ​ບໍ່​
ສາມາດ​ຢັ້ງຢືນ​ໄດ້.

ການ​ໂຈມ​ຕີ​ທາງ​ອາກາດ​ດັ່ງກ່າວ ​ໄດ້​ແນໃສ່ ນາຍ Abu
Alaa al-Afari ​ແລະ ຄົນ​ອື່ນໆ ໃນຂະນະ​ທີ່​ພວກ​ເຂົາ
ພົບ​ປະກັນ ຢູ່​ທີ່​ວັດສາ ສະໜາອິສລາມ​ແຫ່ງ​ໜຶ່ງ ​ທາງ​ພາກ
​ເໜືອ ຂອງເມືອງ Tal Afar ອີງ​ຕາມ​ຖະ​ແຫລ​ງການຂອງ​ກະຊວງ​
ປ້ອງ​ກັນ​ປະ​ເທດອີຣັກ. ນາຍ Abu Alaa al-Afari ​ແມ່ນກ່າວ​ກັນ
​ວ່າ ​ເປັນ​ຜູ້​ບັນຊາ​ການ​ໝາຍເລກ​ສອງ ຮອງ​ຈາກນາຍ Abu Baker al Baghdadi.

​ແຕ່​ຫາກ​ວ່າ ກອງ​ບັນຊາ​ການ​ສະຫະລັດສະຫະລັດໃນເຂດພາກຕາເວັນ ອອກກາງ ຫຼື
CENTCOM ​ໄດ້​ອອກຖະ​ແຫລ​ງການສະບັບ​ໜຶ່ງ​ ໃນເວລາຕໍ່ມາ​ວ່າ ມັນ “​ບໍ່​ມີຂໍ້​ມູນທີ່​ຢືນຢັນ” ຕໍ່ລາຍ​ງານການສັງຫານ​ດັ່ງກ່າວ ​ແລະ ວ່າ​ເຮືອບິນ​ຂອງກຳລັງປະສົມ ທີ່​ນຳພາ​ໂດຍ​ສະຫະ​ລັດ “ບໍ່​ໄດ້ໂຈມ​ຕີ​ທາງ​ອາກາດ​ ຕໍ່​ວັດ​ອິສລາມດັ່ງກ່າວນັ້ນ.”

ລັດຖະບາ​ນອີຣັກ ​ໄດ້​ລາຍ​ງານໃນ​ກ່ອນໜ້ານີ້ມາແລ້ວວ່າ ​ການ​ໂຈມ​ຕີ​ທາງ​ອາກາດ ໄດ້
ສັງຫານ​ພວກ​ຜູ້ນຳ​ລັດ​ອິສລາມ ​ແຕ່​ທຳ​ນຽບຫ້າ​ແຈ ປະຕິ​ເສດ​ຕໍ່ການ​ກ່າວອ້າງ​ຕ່າງ​ໆ ເຫຼົ່ານັ້ນ.