ຄວາມຄືບໜ້າຂອງການປະກອບ ຄະນະລັດຖະບານອີຣັກ

  • ສິງ ບູຣົມມະວົງ

ພວກຜູ້ນໍາ ກຸ່ມການເມືອງຫລັກ ໃນອີຣັກ ທີ່ເຂົ້າປະຊຸມກັນ ທີ່ນະຄອນແບກແດັກ, ອີຣັກ ໃນວັນພຸດ ທີ 10 ພະຈິກ, 2010 ນີ້.

ຄາດ​ກັນວ່າ ສະພາ​ອິຣັກຈະ​ໃຫ້​ສັດຕະຍາບັນ​ຕໍ່​ຂໍ້​ຕົກລົງ​ທີ່ຈະ​ປະກອບຄະນະລັດຖະບານ ສະມັກ​ຄີ​ຊາດ​ຂຶ້ນ​ໃນ​ວັນ​ພະຫັດ​ມື້​ນີ້ ຊຶ່ງ​ຈະ​ເຮັດ​ໃຫ້ສະຖານະ​ການ​ດ້ານ​ການ​ເມືອງທີ່​ຕົກ​ຢູ່​ໃນ​ສະພາບ​ບໍ່ຄືບ​ໜ້າ​ມາ​ໄດ້ 8 ​ເດືອນ ທີ່​ເຮັດ​ໃຫ້​ປະ​ເທດ​ບໍ່​ມີລັດຖະບານ​ປົກຄອງ​ນັ້ນ ສິ້ນສຸດລົງ.

ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ຂອງ​ອິຣັກກ່າວໃນ​ຕອນ​ແລງ​ວັນ​ພຸດ​ວານ​ນີ້ວ່າ ຫລັງ​ຈາກ​ມີ​ການ​ພົບ​ປະ​ເຈລະຈາ​ກັນ​ມາ​ເປັນ​ເວລາ​ຫລາຍ​ມື້ ​ເຂົາ​ເຈົ້າ​ໄດ້​ບັນລຸ​ຂໍ້​ຕົກລົງ​ກັນ​ຊຶ່ງ​ຈະ​ໃຫ້​ນາຍົກລັດຖະມຸນຕີ Nouri al-Maliki ດຳຣົງຕຳແໜ່ງຕໍ່​ໄປຕື່ມ​ອີກ​ສະ​ໄໝ​ນຶ່ງເປັນເວລາ 4 ປີ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພັກ​ປະສົມ Iraqiya ທີ່​ໄດ້​ຮັບ​ການ​ສະ​ໜຸນ​ສະ​ໜຸນ​ຈາກ​ພວກ​ມຸສລິ​ມນິກາຍ​ຊຸນ​ນີ ຊຶ່ງ​ເປັນ​ຄູ່​ແຂ່ງ​ທີ່​ສໍາຄັນ​ຂອງທ່ານ​ມາລີ​ກີນັ້ນ ​ໄດ້​ຕົກລົງ​ຮັບ​ເອົາ​ຕໍາ​ແໜ່​ງ
ປະທານ​ສະພາ​ແຫ່ງ​ຊາດ. ພັກ Iraqiya ​ໄດ້​ຊະນະ​ບ່ອນ​ນັ່ງ​ເປັນ​ສ່ວນ​ຫລາຍ​ໃນ​ການ​ເລືອກ​ຕັ້ງ ​ລັດຖະສະພາ​ໃນ​ວັນ​ທີ 7 ມີນາ​ຜ່ານ​ມາ​ນັ້ນ ​ແຕ່​ບໍ່​ສາມາດ​ໄດ້​ຮັບ​ສຽງ​ສະໜັບ ສະໜຸນ​ພຽງພໍ​ຈາກ​ພັກ​ການ​ເມືອງ​ອື່ນໆ​ເພື່ອຈະ​ຈັດ​ຕັ້ງ​ຄະນະ​ລັດຖະບານປະສົມ​ສຽງຂ້າງ​ຫລາຍ​ຂຶ້ນ.

ຂໍ້​ຕົກລົງ​ສະບັບນີ້ ຍັງຈະ​ອະນຸມັດ​ໃຫ້​ທ່ານ Jalal Talabani ຜູ້​ນໍາ​ຊາວ Kurds ດໍາລົງ​ຕໍາ​ແໜ່​ງປະທານາທິບໍດີ​ຕໍ່​ໄປ ​ໂດຍ​ເຮັດ​ໃຫ້​ບົດ ບາດ​ຂອງ​ຊາວ kurds ​ໃນ​ອິຣັກ​ແຂງ​ແຮງ​ຂຶ້ນ.

ສ່ວນປະທານາທິບໍດີເຂດປົກຄອງຕົນເອງຂອງຊາວ Kurds ທ່ານ Masoud Barzani ກ່າວໃຫ້​ຮູ້ໃນ​ວັນ​ພະຫັດມື້​ນີ້​ວ່າ ຜູ້​ນໍາ​ພັກ Iraqiya ​ແລະ​ອະດີດ​ນາຍົກລັດຖະມຸນຕີ Ayad Allawi ຈະ​ເປັນ​ຜູ້​ນໍາພາ​ຄະນະ​ກໍາມາ​ທິການ​ດູແລ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ທີ່​ຈັດ​ຕັ້ງ​ຂຶ້ນ​ມາ​ໃໝ່ໆ​ນັ້ນ.